ໜ່ວຍກູ້ໄພພົບສົບຜູ້ເສຍຊີວິດເພີ່ມອີກ 1 ຄົນຈາກເຫດການນ້ຳຖ້ວມຢູ່ເມືອງສະໜາມໄຊ
ຕາມການລາຍງານຂອງໜ່ວຍງານພາກສະໜາມແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປື ໃນວັນທີ 7 ສິງຫານີ້ວ່າ: ໜ່ວຍງານກູ້ໄພສາມາດພົບເຫັນສົບຜູ້ເສຍຊີວິດເພີ່ມອີກ 1 ສົບ ເປັນ 35 ສົບ ໃນນີ້ເປັນເພດຍິງ 11 ສົບ, ເດັກນ້ອຍ 5 ສົບ ແລະ ຍັງມີ 3 ສົບບໍ່ທັນມີຍາດພີ່ນ້ອງມາຢືນຢັນຮັບເອົາ.
ໜ່ວຍງານດັ່ງກ່າວລາຍງານວ່າ: ປັດຈຸບັນຍັງມີຜູ້ບໍ່ທັນພົບເຫັນທັງໝົດ 514 ຄົນ, ໃນນັ້ນມີຜູ້ສູນຫາຍຕົວຈິງຕາມການແຈ້ງຂອງຄອບຄົວຜູ້ປະສົບໄພເບື້ອງຕົ້ນແມ່ນ 100 ກວ່າຄົນ ແລະ ມາຮອດວັນທີ 7 ສິງຫາ ເຈົ້າໜ້າທີ່ໄດ້ແຈກຢາຍບັດຂຶ້ນທະບຽນຜູ້ປະສົບໄພສຳເລັດແລ້ວ 1.331 ຄົນ (ຍິງ 664 ຄົນ), ພ້ອມທັງແຈກຢາຍເງິນແຮເບື້ອງຕົ້ນຄອບຄົວລະ 500.000 ກີບສຳເລັດແລ້ວກວ່າ 1.170 ຄອບຄົວ ລວມເປັນເງິນທັງໝົດ 585 ລ້ານກວ່າກີບ ແລະ ໄດ້ອອກໃບຢັ້ງຢືນໃຫ້ຜູ້ປະສົບໄພຈຳນວນໜຶ່ງກັບບ້ານເພື່ອກວດກາເຮືອນຊານຂອງເຂົາເຈົ້າ. ມາຮອດປັດຈຸບັນໄດ້ສຳເລັດການຕິດຕັ້ງໄຟຟ້າຢູ່ຈຸດພັກເຊົາໂຮງຮຽນອະນຸບານ 5 ຊຸດ ແລະ ຕິດຕັ້ງໝໍ້ແປງໃສ່ຈຸດກໍ່ສ້າງເຮືອນພັກຊົ່ວຄາວຢູ່ໂຮງຮຽນປະຖົມຫາດຍາວ 1 ໜ່ວຍ. ພ້ອມນີ້ ຍັງມີພາກສ່ວນບໍລິສັດໂທລະຄົມຕ່າງກໍໄດ້ສຸມໃສ່ເລັ່ງປັບປຸງ ແລະ ຕິດຕັ້ງລະບົບສື່ສານໃນເຂດປະສົບໄພ ເພື່ອຮັບປະກັນການສະໜອງສັນຍານໃຫ້ມີຄວາມສະດວກດີ, ສ່ວນວຽກງານເບິ່ງແຍງປິ່ນປົວສຸຂະພາບ, ສະໜອງນ້ຳສະອາດ ແລະ ການກໍ່ສ້າງເຮືອນພັກຊົ່ວຄາວຢູ່ຈຸດບ້ານຫາດຍາວ, ບ້ານຕະມໍຢອດ ແລະ ດົງບາກ ແມ່ນມີຄວາມຄືບໜ້າຫລາຍ, ໂດຍມີຊາວໜຸ່ມອາສາສະໝັກ 300 ກວ່າຄົນຈາກພາກສ່ວນຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນເຂົ້າມາຊ່ວຍໃນແຕ່ລະໜ້າວຽກຢ່າງມີປະສິດທິ
ພາບ.