ອາເມລິກາສັ່ງອົບພະຍົບປະຊາຊົນ ໜີໄຟໄໝ້ປ່າກາລິຟໍເນຍ
August 9, 2018 - 4:18 PM
ອາເມລິກາສັ່ງອົບພະຍົບປະຊາຊົນຫລາຍທ້ອງຖິ່ນໃນບໍລິເວນໃກ້ຄຽງ ຫລັງໄຟໄໝ້ປ່າທາງຕອນໃຕ້ຂອງລັດກາລິຟໍເນຍຍັງວິກິດ.
ສະຖານະການໄຟໄໝ້ປ່າທາງຕອນໃຕ້ຂອງລັດກາລິຟໍເນຍຍັງວິກິດ, ທາງການອາເມລິກາສັ່ງອົບພະຍົບປະຊາຊົນຫລາຍທ້ອງຖິ່ນໃນບໍລິເວນໃກ້ຄຽງ. ຂະນະທີ່ ຊາຍໄວ 51 ປີຄົນໜຶ່ງຖືກຈັບຫລັງຕົກເປັນຜູ້ຕ້ອງສົງໄສລັກວາງເພີງບໍລິເວນອຸທະຍານແຫ່ງຊາດຄລີຟແລນ ທາງຕອນໃຕ້ຂອງນະຄອນລອສແອນເຈລິສ, ຄວາມຮຸນແຮງຂອງໄຟໄໝ້ປ່າ ເຊິ່ງເກີດຂຶ້ນໃນວັນທີ 6 ສິງຫາ ເຜົາຜານເນື້ອທີ່ປ່າໄປແລ້ວ 26 ຕາກິໂລແມັດ, ເຮືອນເສຍຫາຍຫລາຍຫລັງ, ເຈົ້າໜ້າທີ່ມອດໄຟຫລາຍຮ້ອຍຄົນຍັງລະດົມກຳລັງມອດໄຟໄໝ້ປ່າທ່າມກາງອຸນຫະພູມຮ້ອນແຮງ.