ລາວກຽມສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງໄຟຟ້າແຫ່ງຊາດ
ພິທີລົງນາມບົດບັນທຶກຄວາມເຂົ້າໃຈການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາສາຍສົ່ງໄຟຟ້າແຫ່ງຊາດ ລະຫວ່າງກະຊວງແຜນການ ແລະ ການລົງທຶນ, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດສາຍສົ່ງໄຟຟ້າພາກໃຕ້ ສປ ຈີນ ໄດ້ມີຂຶ້ນໃນວັນທີ 8 ສິງຫານີ້ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.
ທ່ານ Li Qing Kvi ປະທານບໍລິສັດສາຍສົ່ງໄຟຟ້າພາກໃຕ້ ສປ ຈີນ ກ່າວວ່າ: ປັດຈຸບັນ ບໍລິສັດຂອງຕົນພວມດຳເນີນການກໍ່ສ້າງເຂື່ອນໄຟຟ້ານ້ຳທາ 1 ແລະ ໄດ້ສຳເລັດການຍົກຍ້າຍປະຊາຊົນທີ່ນອນໃນເຂດໂຄງການໄປຢູ່ບ່ອນຈັດສັນໃໝ່ ແລະ ເລີ່ມແຕ່ປີ 2001 ເປັນຕົ້ນມາໄດ້ມີການສະໜອງໄຟຟ້າໃຫ້ແກ່ພາກເໜືອລາວໂດຍຜ່ານສາຍສົ່ງ 10 ກິໂລໂວນ ແລະ ສາຍສົ່ງພາກພື້ນດິນ. ປີ 2009 ໄດ້ສຳເລັດການກໍ່ສ້າງລະບົບສາຍສົ່ງ 115 ກິໂລໂວນ ແລະ ສາຍສົ່ງ 230 ກິໂລໂວນຢູ່ພາກເໜືອຂອງລາວ. ສຳລັບໂຄງການພັດທະນາສາຍສົ່ງໄຟຟ້າແຫ່ງຊາດແມ່ນມີຄວາມສຳຄັນໃນຂະແໜງພະລັງງານເພື່ອເປັນເສົາຄ້ຳ
ຫລັກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍສະເພາະແມ່ນຮັບປະກັນດ້ານການສະໜອງພະລັງງານໄຟຟ້າທີ່ປອດໄພ ແລະ ເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ.