ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ

- 010908 2018 - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ
- kitchen vibe - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ

      – ຄຸນປະໂຫຍດຂອງທາດການຊຽມ : ໜ້າທີ່ຂອງທາດການຊຽມນອກຈາກຈະເປັນສ່ວນປະກອບຂອງກະດູກ ແລະ ແຂ້ວ ຍັງ ຟື້ນຟູພາກສ່ວນເສື່ອມສະພາບ, ໃນການຊ່ວຍກ້າມຂອງເລືອດ, ການເຮັດວຽກຂອງກ້າມຊີ້ນ, ລະບົບປະສາດ, ຊ່ວຍກະຕຸ້ນການ ເຮັດວຽກຂອງເອັນໄຊ ແລະ ຄວບຄຸມຄວາມດຸ່ນດ່ຽງຂອງກົດ ແລະ ດ່າງໃນຮ່າງກາຍ ຫາກຂາດທາດການຊຽມໃນເດັກຈະເຮັດໃຫ້ເກີດພະຍາດກະດູກອ່ອນ ເຮັດໃຫ້ການຈະເລີນເຕີບໃຫຍ່ຂອງກະດູກຜິດປົກກະຕິ, ຖ້າໃນແມ່ຍິງໄວໝົດປະຈຳເດືອນຈະເຮັດໃຫ້ເກີດພະຍາດກະດູກຜ່ອຍ ແລະ ເປັນສາເຫດຂອງພະຍາດກະດູກເສື່ອມ. ນອກຈາກນີ້ ຫາກຮ່າງກາຍຂາດທາດການຊຽມຢ່າງຮຸນແຮງ ອາດກໍ່ໃຫ້ເກີດບັນຫາກ້າມຊີ້ນເກັງ, ກະຕຸກ ແລະ ຊັອກ ເປັນຕົ້ນ.

     – ປັດໄຈທີ່ເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ ມີດັ່ງນີ້ :

- Visit Laos Visit SALANA BOUTIQUE HOTEL - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ
- Visit Laos Visit SALANA BOUTIQUE HOTEL - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ
  1. ໄດ້ຮັບທາດການຊຽມຜ່ານ ອາຫານບໍ່ພຽງພໍ.
  2. ບໍ່ອອກກຳລັງກາຍ.
  3. ດື່ມກາເຟເກີນຂະໜາດ.
  4. ດື່ມອານກໍຮໍຫລາຍເກີນໄປ.
  5. ຂາດຮໍໂມນເອສໂຕຣເຈັນໃນແມ່ຍິງໄວໝົດປະຈຳເດືອນ.
  6. ມີປະຫວັດຄົນໃນຄອບຄົວເປັນພະຍາດກະດູກຜ່ອຍ ຫລື ເຄີຍກະດູກຫັກມາກ່ອນ.

     – ປະລິມານທາດການຊຽມທີ່ຄວນໄດ້ຮັບໃນແຕ່ລະມື້ຕາມຊ່ວງອາຍຸ ໂດຍແຕ່ລະໄວມີປະລິມານທາດການຊຽມທີ່ເໝາະສົມບໍ່ເທົ່າກັນ ດັ່ງນີ້ :

1.​ ຜູ້ໃຫຍ່ທີ່ອາຍຸ 40 – 50 ປີ ຄວນໄດ້ຮັບທາດການຊຽມ 800 – 1.000 ມິນລີກຣາມຕໍ່ມື້.

  1. ອາຍຸ 50 ປີຂຶ້ນໄປ ຄວນ ໄດ້ຮັບທາດການຊຽມ 1.000 – 1.200 ມິນລີກຣາມຕໍ່ມື້.
  2. ອາຍຸຫລາຍກ່ວາ 60 ປີຂຶ້ນໄປ 1.200 ມິນລີກຣາມຕໍ່ມື້.
  3. ແມ່ຍິງຖືພາຄວນໄດ້ຮັບທາດການຊຽມ 1.200 ມິນລີກຣາມຕໍ່ມື້.

     – ເຮັດແນວໃດຈຶ່ງຈະໄດ້ຮັບທາດການຊຽມຢ່າງພຽງພໍ : ເຮົາສາມາດເລືອກກິນອາຫານທີ່ອຸດົມໄປດ້ວຍທາດການຊຽມ ໂດຍບໍ່ຕ້ອງເພິ່ງອາຫານເສີມ ໄດ້ແກ່ : ງາດຳ (1 ບ່ວງແກງມີທາດການຊຽມ 132 ມິນລີກຣາມ), ກະປິ, ກຸ້ງແຫ້ງ (1 ບ່ວງແກງມີທາດການຊຽມ 140 ມິນລີກຣາມ), ປາ ຫລື ສັດນຳ້ຂະໜາດນ້ອຍທີ່ກິນໄດ້ໝົດໂຕ, ເຕົ້າຫູ້, ນົມ ແລະ ຜະລິດຕະພັນຈາກນົມ, ພືດຕະກູນຖົ່ວ ແລະ ຜະລິດຕະພັນຈາກຖົ່ວ ລວມເຖິງຜັກຕຳນິນ, ໝາກເຜັດ, ຜັກກະຖິນ, ໃບໝາກຍໍ, ຜັກກະເພົາ, ບົວລະພາ, ຜັກສົ້ມພໍດີ, ຜັກກາດຂຽວ, ຜັກກາດກວາງຕຸ້ງ, ຜັກກາດນາ ເປັນຕົ້ນ ໂດຍເລືອກກິນຕາມປະລິມານທີ່ເໝາະສົມ ລວມທັງອອກກຳລັງກາຍໃນໄລຍະ 7 ໂມງ – 9 ໂມງເຊົ້າ ເພື່ອໃຫ້ຮ່າງກາຍໄດ້ຮັບວິຕາມິນເດຈາກແສງຕາແດດ ເຊິ່ງເປັນໂຕຊ່ວຍໃນການດູດຊຶມທາດການຊຽມ ແລະ ສິ່ງສຳຄັນຫາກມີຄວາມຈຳເປັນທີ່ຈະຕ້ອງກິນທາດການຊຽມ ຄວນຂໍຄຳປຶກສາຈາກແພດຜູ້ຊ່ຽວຊານ ບໍ່ຄວນຊື້ທາດການຊຽມມາກິນເອງ.

- 5 - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ
- 3 - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ
- 4 - ປັດໄຈສ່ຽງເຮັດໃຫ້ຮ່າງກາຍໄດ້ຮັບທາດການຊຽມບໍ່ພຽງພໍ