ກາແດງລາວລົງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ
August 10, 2018 - 3:12 PM

ທ້າຍອາທິດຜ່ານມານີ້, ອົງການກາແດງລາວ ແລະ ກາແດງແຂວງ ຄຳມ່ວນ ນໍາໂດຍທ່ານ ຫົວໜ້າຫ້ອງ ການອົງການດັ່ງກ່າວໄດ້ ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າ ຖ້ວມ ຢູ່ເມືອງຍົມມະລາດທີ່ ໄດ້ສ້າງຜົນເສຍຫາຍຢ່າງ ຫລວງຫລາຍທັງດ້ານພື້ນ ຖານໂຄງລ່າງ, ຜົນຜະລິດ ແລະ ຊັບສິນອື່ນໆ, ໃນນັ້ນ ຮ້າຍແຮງກວ່າໝູ່ແມ່ນ ບ້ານ ທ່າໂຈນ, ຈະກ້ວນ, ແກ້ງມ່ວງ, ຫາດຊອນ ແລະ ບ້ານ ໂພນແກ້ວ ສົ່ງຜົນກະ ທົບໃຫ້ປະຊາຊົນ 675 ຄອບ ຄົວ, ມີ 3.395 ຄົນໄດ້ຮັບ ຄວາມຫຍຸ້ງຍາກທີ່ສຸດ, ດັ່ງນັ້ນອົງການກາແດງ ຈຶ່ງ ໄດ້ມອບເຂົ້າສານ, ຊຸດອາ ນາໄມ, ສະບູ, ເຂົ້າໜົມ, ໝີ່ ສຳເລັດຮູບ, ປາກະປ໋ອງ ແລະ ນໍ້າດື່ມລວມມີມູນຄ່າ ຫຼາຍກວ່າ 62 ລ້ານກີບທີ່ ໄດ້ມາຈາກການປະກອນ ສ່ວນຊ່ວຍເຫຼືອຂອງສັງຄົມ.
+ ກາແດງຫລວງພະບາງສືບຕໍ່ນຳເອົາເຄື່ອງຊ່ວຍໄປໃຫ້ຜູ້ປະສົບໄພ ຢູ່ເມືອງສະໜາມໄຊ
+ ອົງການກາແດງລາວລົງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພຢູ່ແຂວງອັດຕະປື