ນູແວນເຊລັງຈະເລີກໃຊ້ຖົງປລາສຕິກ ແບບເທື່ອດຽວຖິ້ມພາຍໃນປີໜ້າ
ນູແວນເຊລັງເປັນປະເທດຫລ້າສຸດທີ່ຈະຫ້າມການໃຊ້ຖົງປລາສຕິກແບບເທື່ອດຽວຖິ້ມ ໂດຍຈະທະຍອຍເຮັດໃຫ້ສຳເລັດພາຍໃນປີໜ້າ.
Jacinda Ardern announces plan to phase out single-use plastic bags
#BREAKING: Jacinda Ardern has just made it official. New Zealand will be implementing a nationwide bag ban.Read more: http://bit.ly/2KFAJGI
1 NEWSさんの投稿 2018年8月9日木曜日
ນາຍົກລັດຖະມົນຕີ ຈາຊິນດາ ອາເດິນ ຂອງນູແວນເຊລັງ ກ່າວໃນວັນທີ 10 ສິງຫາວ່າ: ຊາວນູແວນເຊລັງໃຊ້ຖົງປລາສຕິກແບບເທື່ອດຽວຖິ້ມປີລະຫລາຍລ້ານຖົງ ສ່ວນຫລາຍກາຍໄປເປັນຂີ້ເຫຍື້ອອັນຕະລາຍຕໍ່ສັດນ້ຳ ເພາະເປັນຂີ້ເຫຍື້ອທີ່ພົບຫລາຍທີ່ສຸດຕາມຊາຍຫາດນູແວນເຊລັງ ຈຶ່ງຕ້ອງກຳຈັດຂີ້ເຫຍື້ອໃຫ້ດີກວ່ານີ້. ການທະຍອຍເລີກໃຊ້ຖົງປລາສຕິກແບບໃຊ້ແລ້ວຖິ້ມເປັນວິທີການທີ່ໄດ້ຜົນໃນການຫລຸດມົນລະພິດ ເພາະຈະຊ່ວຍເບິ່ງແຍງສະພາບແວດລ້ອມ ແລະ ປົກປ້ອງພາບພົດການເປັນປະເທດທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ລັດຖະບານປະເທດດັ່ງກ່າວກຳລັງຜະເຊີນຄວາມທ້າທາຍດ້ານສິ່ງແວດລ້ອມ ແລະ ກຳລັງດຳເນີນການເພື່ອບໍ່ໃຫ້ບັນຫາຕົກໄປເຖິງຄົນຮຸ່ນຫລັງ.
ສະຫະປະຊາຊາດ (UN) ອອກລາຍງານໃນເດືອນມິຖຸນາວ່າ: ທົ່ວໂລກໃຊ້ຖົງປລາສຕິກແບບເທື່ອດຽວຖິ້ມສູງເຖິງ 5 ຕື້ຖົງຕໍ່ປີ ຫລື ສະເລ່ຍເກືອບ 10 ລ້ານຖົງຕໍ່ວິນາທີ. ຖ້ານຳເອົາຖົງເຫລົ່ານີ້ມາມັດຕໍ່ກັນຈະສາມາດກ້ຽວອ້ອມໂລກໄດ້ 7 ຄັ້ງຕໍ່ໜຶ່ງຊົ່ວໂມງ ແລະ ສ່ວນຫລາຍເປັນຂີ້ເຫຍື້ອທີ່ຣີໄຊເຄິລບໍ່ໄດ້. ປັດຈຸບັນມີ 60 ກວ່າປະເທດແລ້ວທີ່ຫ້າມ ຫລື ໄລ່ເງິນຖົງປລາສຕິກແບບໃຊ້ແລ້ວຖິ້ມ. UN ແນະນຳວ່າ: ການກຳຈັດຂີ້ເຫຍື້ອແບບມີປະສິດທິພາບ, ການໃຊ້ແຮງຈູງໃຈທາງການເງິນເພື່ອປ່ຽນແປງພຶດຕິກຳຜູ້ບໍລິໂພກ ແລະ ການວິໄຈຫາວັດສະດຸທາງເລືອກແທນປລາສຕິກອາດຈະກໍ່ໃຫ້ເກີດການປ່ຽນແປງຢ່າງແທ້ຈິງ.