ທ່ານ ດູເຕີເຕ ປະກາດຂ້າຖິ້ມ ຕຳຫລວດທີ່ພົວພັນຢາເສບຕິດ
ສຳນັກຂ່າວ AP ລາຍງານວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ກ່າວໃນການຖະແຫລງ ເຊິ່ງຖ່າຍທອດສົດທາງສະຖານີໂທລະພາບ ໃນວັນທີ 7 ສິງຫາ ຂູ່ຈະຂ້າຕຳຫລວດສຸຈະລິດທີ່ມີສ່ວນກ່ຽວຂ້ອງກັບຢາເສບຕິດ ແລະ ອາຊະຍາກຳອື່ນໆ. ລາຍງານລະບຸວ່າ: ຕຳຫລວດ 100 ກວ່າຄົນ ເຊິ່ງບາງສ່ວນຖືກຮ້ອງຮຽນທັງດ້ານວິໄນ ແລະ ອາຍາ ກ່ຽວກັບການຂົ່ມຂືນ, ລັກພາຕົວ ແລະ ປຸ້ນຊັບ ຖືກນຳຕົວໄປທຳນຽບປະທານາທິບໍດີ ເພື່ອເຂົ້າພົບທ່ານ ດູເຕີເຕ.
ທ່ານ ດູເຕີເຕ ກ່າວເຕືອນວ່າ: ຈະກຳຈັດພວກເຂົາຖ້າຍັງມີການກະທຳຜິດເກີດຂຶ້ນອີກ ໂດຍເນັ້ນວ່າ: ເຂົາມີໜ່ວຍປະຕິບັດການພິເສດທີ່ຈະເຝົ້າຕິດຕາມພຶດຕິກຳຂອງຕຳຫລວດເຫລົ່ານີ້ໄປຈົນຊົ່ວຊີວິດ ແລະ ຈະມີຄຳສັ່ງຂ້າທັນທີທີ່ພວກເຂົາເຮັດຜິດ.
ນັບແຕ່ເຂົ້າຮັບຕຳແໜ່ງໃນກາງປີ 2016 ສົງຄາມກວາດລ້າງຢາເສບຕິດຄືໜຶ່ງໃນນະໂຍບາຍຫລັກຂອງປະທານາທິບໍດີ ດູເຕີເຕ ເຊິ່ງມີລາຍງານວ່າ: ຜູ້ຕ້ອງສົງໄສກ່ຽວຂ້ອງກັບຢາເສບຕິດ 4.500 ກວ່າຄົນ ຖືກສັງຫານໃນການປະທະກັບເຈົ້າໜ້າທີ່ ກໍ່ໃຫ້ເກີດບັນຍາກາດແຫ່ງຄວາມບໍ່ປອດໄພ ບໍ່ພຽງຈາກກຸ່ມຄົນຮ້າຍ, ແຕ່ຍັງມາຈາກການໃຊ້ອຳນາດຢ່າງລົ້ນເຫລືອຂອງເຈົ້າໜ້າທີ່ນຳອີກ ໂດຍທ່ານ ດູເຕີເຕ ປະກາດຊັດເຈນວ່າ: ຈະເດີນໜ້ານະໂຍບາຍນີ້ຕໍ່ໄປຈົນເຖິງວັນສຸດທ້າຍແຫ່ງການເປັນຜູ້ນຳຂອງທ່ານ ເຊິ່ງມີວະລະ 6 ປີ ໂດຍບໍ່ສົນຄຳຕຳໜິ ແລະ ປະທ້ວງຈາກປະເທດຕາເວັນຕົກ ແລະ ກຸ່ມສິດທິມະນຸດ.