ພິທີຊັກທຸງອາຊຽນຂຶ້ນເສົາ

- Asean Flag - ພິທີຊັກທຸງອາຊຽນຂຶ້ນເສົາ
- kitchen vibe - ພິທີຊັກທຸງອາຊຽນຂຶ້ນເສົາ

ເຊົ້າວັນທີ 10 ສິງຫາ ນີ້, ກະຊວງການຕ່າງປະເທດໄດ້ຈັດພິທີຊັກທຸງອາຊຽນຂຶ້ເສົາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 51 ປີ (8/8/1967-8/8/2018) ແລະ ຄົບຮອບ 21 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2018), ຂຶ້ນທີ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ, ມີເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມເຈລະຈາອາຊຽນ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນຕ່າງໆ ປະຈໍາລາວ ເຂົ້າຮ່ວມເປັນຈໍານວນຫຼາຍ.

ໃນໂອກາດດັ່ງກ່າວທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສໍາເລັດຂອງອາຊຽນໃນໄລຍະກວ່າເຄິ່ງສັດຕະວັດຜ່ານມາ ແລະເຖິງແມ່ນວ່າ ຈະມີຂໍ້ຈໍາກັດ ແລະ ສິ່ງທ້າທາຍຕ່າງໆ, ແຕ່ພາກພື້ນ ແລະ ປະຊາຊົນເຮົາ ກໍໄດ້ຢູ່ຮ່ວມກັນຢ່າງມີສັນຕີພາບ ແລະ ສະຖຽນລະພາບບັນດາປະເທດສະມາຊິກອາຊຽນ ແລະ ເພື່ອນມິດທົ່ວໂລກກໍໄດ້ເພີ່ມທະວີຮັດແໜ້ນສາຍສໍາພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງມີໝາກຜົນ. ທ່ານລັດຖະມົນຕີກ່າວວ່າ: ປັດຈຸບັນອາຊຽນໄດ້ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນ ທີ່ປະສົບຜົນສໍາເລັດທີ່ສຸດໃນໂລກ, ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສໍາຄັນໃນການສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ລາວມີຄວາພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະທຸກຄູ່ຮ່ວມມືຂອງອາຊຽນ ທີ່ໄດ້ເຮັດໃຫ້ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກ ຕະຫຼອດໄລຍະ 2 ທົດສະວັດຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຈຶ່ງໃຈຕໍ່ການສະໜັບສະໜູນຢ່າງຫຼວງຫຼາຍ ແລະ ທັນການດັ່ງກ່າວ ໃຫ້ແກ່ລາວ, ໂດຍສະເພາະແມ່ນ ການຊ່ວຍເຫຼືອທາງດ້ານມະນຸດສະທໍາໃນການຄຸ້ມຄອງໄພພີບັດ (ສູນ AHA), ບັນທັງຄູ່ຮ່ວມເຈລະຈາອາຊຽນ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕໍ່ເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢຄ່ເມືອງສະໜາມໄຊ ແຂວງອັດຕະປື, ສິ່ງດັ່ງກ່າວ ແມ່ນສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະ ຄວາມໂອບເອື້ອອາລີກັນພາຍໃນຄອບຄົວອາຊຽນ ກໍຄື ອາຊຽນບວກກັບຄູ່ຮ່ວມຈາກພາຍນອກ.

- Visit Laos Visit SALANA BOUTIQUE HOTEL - ພິທີຊັກທຸງອາຊຽນຂຶ້ນເສົາ
- Visit Laos Visit SALANA BOUTIQUE HOTEL - ພິທີຊັກທຸງອາຊຽນຂຶ້ນເສົາ
- 5 - ພິທີຊັກທຸງອາຊຽນຂຶ້ນເສົາ
- 3 - ພິທີຊັກທຸງອາຊຽນຂຶ້ນເສົາ
- 4 - ພິທີຊັກທຸງອາຊຽນຂຶ້ນເສົາ