ໜ່ວຍກູ້ໄພພົບສົບຜູ້ເສຍຊີວິດເພີ່ມອີກ 1 ຄົນ ຈາກເຫດການນ້ຳຖ້ວມຢູ່ເມືອງສະໜາມໄຊ


ຕາມການລາຍງານຂອງໜ່ວຍງານພາກສະໜາມແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປື ໃນວັນທີ 11 ສິງຫານີ້ວ່າ: ໜ່ວຍງານກູ້ໄພສາມາດພົບເຫັນສົບຜູ້ເສຍຊີວິດເພີ່ມອີກ 1 ສົບເຂດບ້ານຫີນລາດ, ເປັນເພດຍິງອາຍຸຕໍ່າກວ່າ 10 ປີລົງມາ ເປັນ 36 ສົບ, ໃນນີ້ເປັນເພດຍິງ 17 ສົບ, ເດັກນ້ອຍ 12 ສົບ.
ໜ່ວຍງານດັ່ງກ່າວລາຍງານວ່າ: ປັດຈຸບັນຍັງມີຜູ້ບໍ່ທັນພົບເຫັນ 100 ກວ່າ ຄົນຕາມການແຈ້ງຂອງຄອບຄົວຜູ້ປະສົບໄພເບື້ອງຕົ້ນ ແລະ ມາຮອດວັນທີ 11 ສິງຫາ ເຈົ້າໜ້າທີ່ໄດ້ແຈກຢາຍບັດຂຶ້ນທະບຽນຜູ້ປະສົບໄພສຳເລັດແລ້ວ 3.184 ຄົນ, ພ້ອມທັງແຈກຢາຍເງິນແຮເບື້ອງຕົ້ນຄອບຄົວລະ 500.000 ກີບສຳເລັດແລ້ວກວ່າ 1.170 ຄອບຄົວ ລວມເປັນເງິນທັງໝົດ 585 ລ້ານກວ່າກີບ ແລະ ໄດ້ອອກໃບຢັ້ງຢືນໃຫ້ຜູ້ປະສົບໄພຈຳນວນໜຶ່ງກັບບ້ານເພື່ອກວດກາເຮືອນຊານຂອງເຂົາເຈົ້າ. ມາຮອດປັດຈຸບັນໄດ້ສຳເລັດການກໍ່ສ້າງຫ້ອງນໍ້າ 116 ຫ້ອງ, ຫ້ອງນໍ້າເຄື່ອນທີ່ 26 ຫ້ອງ ແລະ ເຈາະນໍ້າບາດານສໍາເລັດ 22 ຈຸດ. ສ່ວນຍອດລວມບໍລິຈາກມາຮອດປັດຈຸບັນແມ່ນ 87 ຕື້ກວ່າກີບ, 1 ລ້ານກວ່າໂດລາສະຫະລັດ (ໃນນີ້ມີເງິນຂອງບໍລິສັດທີ່ເປັນຂາຮຸ້ນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ 12,428 ຕື້ກີບ ແລະ ເງິນຂອງບໍລິສັດ Kowepo 1 ລ້ານໂດລາສະຫະລັດ).