ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ

- 559000007056603 - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ
- kitchen vibe - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ

- 559000007056603 300x207 - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ      ອົງການ​ປາບ​ປາມ​ຢາ​ເສບ​ຕິດ​​ແຫ່ງ​ຊາດຟິລິບ​ປິນຢືນຢັນ​ໃນ​ວັນ​ທີ 2 ພຶດສະພາ​ນີ້​ວ່າ: ນັບ​ແຕ່​ເດືອນ​ກໍລະກົດ​ປີ​ 2016 ​ເປັນຕົ້ນມາ, ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລັດຖະບານປະ​ເທດ​ຕົນ​ໄດ້​ຮັບ​​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ.

ທັງ​ນີ້ ທ່ານ​ ອີ​ຊີ​ໂດຣ ລາ​ເປ ນີ ຫົວໜ້າ​ອົງການ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ຟິລິບ​ປິນ ​ໄດ້​ກ່າວ​ໃນ​ເວທີ​ປຶກ ສາ​ຫາລື​ການຕ້ານ​ຢາ​ເສບ​ຕິດ ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ​ວ່າ: ບັນຫາ​ຢາ​ເສບ​ຕິດ​ແມ່ນ​ບັນຫາ​ໜັກໜ່ວງ​ທີ່​ມີ​ມາ​ແຕ່​ດົນ​ແລ້ວ​ໃນ​ປະ​ເທດ​ຕົນ. ຂະນະ​ທີ່​ນັບ​ແຕ່​ລັດຖະບານ​​ເລີ່​ມ​ເຄື່ອນ​ໄຫວປາບ​ປາມ​ຢາ​ເສບ​ຕິດ​ເມື່ອ​ເດືອນ​ກໍລະກົດ​ປີ​ 2016 ​ເປັນຕົ້ນມາ, ກໍ​ສາມາດ​​ເຄື່ອນ​ໄຫວປາບ​ປາມ​ໄດ້ 503.000 ກວ່າ​ເທື່ອ, ຈັບ​ໄດ້ 6 ໝື່ນ​ກວ່າ​ຄົນ ​ແລະ ຍຶດ ຢາ​ເສບ​ຕິດ​ໄດ້​​ເປັນຈຳນວນຫຼາຍ. ນອກ​ນີ້​ຍັງມີ​ຜູ້​ເສບ​ຢາ​ເສບ​ຕິດ 1.270.000 ​ຄົນ​ໄດ້​ເຂົ້າມອບ​ຕົວ​ຕໍ່​ເຈົ້າໜ້າ​ທີ່​ຕຳຫຼວດ ​ແລະ​ ທັງໝົດ​ນີ້​ໄດ້​ເຮັດ​ໃຫ້ດັດຊະນີ​ກະທຳ​ຄວາມ​ຜິດ​ໃນ​ສັງຄົມ​ໄດ້ຫຼຸດລົງ​ມາ​ຢູ່​ໃນ​ລະດັບ 28,57%.

- Visit Laos Visit SALANA BOUTIQUE HOTEL - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ
- Visit Laos Visit SALANA BOUTIQUE HOTEL - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ

ຂ່າວ​ລາຍ​ງານ​ອີກ​ວ່າ: ນັບ​ແຕ່​ທ່ານ ​ໂຣດຣີ​ໂກ ດູ​ເຕັກເຕ ຂຶ້ນດຳລົງ​ຕຳ​ແໜ່​ງປະທາ​ນາທີ​ບໍດີ​ຟິລິບ​ປິນ ​​ເມື່ອ​ທ້າຍ​ເດືອນ​ມິຖຸນາ​ປີ 2016 ເປັນຕົ້ນມາ, ​ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາເສບ​ຕິດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມ​ທັງ​ຕ້ານ​ການ​ກະທຳທີ່​ຜິດກົດໝາຍ​ຢ່າງ​ແຂງ​ແຮງ. ​ແຕ່​ແນວ​ໃດ​ກໍ​ດີ ການ​ປາບ​ປາມ​ຢາ​ເສບ​ຕິດດ້ວຍ​ມາດ​ຕະການ​ທີ່​ເດັດຂາດຂອງ​ລັດຖະບານ​ຟິລິບ​ປິນກໍ​ຖືກ​ບາງສື່​ມວນ​ຊົນ ​ແລະ ນັກການ​ເມືອງ​ບາງ​ຄົນ​​ໃນປະ​ເທດ ​ຕຳ​ໜິ.

- 5 - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ
- 3 - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ
- 4 - ຟີລິບປິນປະສົບຜົນສຳເລັດໃນການປາບປາມຢາເສບຕິດ