ຢູ 23 ຍັງຊອກໄຊຊະນະບໍ່ເຫັນ ຫລັງເສຍໃຫ້ ປາແລັສຕິນ 2-1
August 13, 2018 - 4:46 PM
ໃນວັນທີ 12 ສິງຫາ 2018 ທີມຊາດລາວ ຢູ 23 ຍັງຊອກໄຊຊະນະບໍ່ເຫັນ ຫລັງລົງສະໜາມຄັ້ງທີ 2 ເສຍໃຫ້ ປາແລັສຕິນ 2-1 ງານມະຫາກຳກິລາ ເອຊຽນເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ຈັດຂຶ້ນລະຫວ່າງວັນທີ 10 ສິງຫາ – 1 ກັນຍາ.
ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ ອິນໂດເນເຊຍ ເຈົ້າພາບ, ຮົງກົງ, ໄຕ້ຫວັນ ແລະ ປາແລັສຕິນ. ທີມຊາດລາວ ລົງສະໜາມຄັ້ງທໍາອິດເສຍໃຫ້ ຮົງກົງ 3-1 ໃນວັນທີ 10 ສິງຫາ 2018. ສ່ວນຄັ້ງທີ 2 ເສຍໃຫ້ ປາແລັສຕິນ 2-1.
ສໍາລັບຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຍັງອີກ 2 ຄັ້ງຄື: ວັນທີ 17 ສິງຫາ 2018 ເວລາ 19:00 ໂມງ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະໜາມ PATRIOT Bekasi Stadium, ວັນທີ 20 ສິງຫາ 2018 ເວລາ 19:00 ໂມງ ໄຕ້ຫວັນ ພົບ ລາວ ແຂ່ງຂັນຢູ່ທີ່ສະໜາມ PAKANSARI Bogor Stadium.