ອາຊີບ​ນັກ​ຂ່າວ ຄື​ຄວາມ​ຝັນ​ສູງ​ສຸດ​ໃນ​ຊີວິດ​ຂ້ອຍ

- advert banner 728 90 728x90 - ອາຊີບ​ນັກ​ຂ່າວ ຄື​ຄວາມ​ຝັນ​ສູງ​ສຸດ​ໃນ​ຊີວິດ​ຂ້ອຍ

ໂດຍ: ​ໄໝ​ຄຳຍ້ອມ​ສິນ (ພິດສະ​ໄໝ ສຸວັນນະ​ລາດ)

ກ່ອນ​ໜ້າ​ນີ້​ສິບ​ປີ, ຂ້ອຍ​ຫາ​ກໍ​ເລີ່​ມກ້າວ​​ເຂົ້າສູ່​ເສັ້ນທາງ​ສາຍ​ສື່​ມວນ​ຊົນດ້ວຍ​ຫົວ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມັກ​ໃນ​ອາຊີບ​ນີ້. ​ໃນ​ເວລາ​ນັ້ນ, ຂ້ອຍ​ປຽບ​ເໝືອນ​ນົກ​ນ້ອຍ​ທີ່​ຫາ​ກໍ​ຮຽນ​ບິນ​ໃນ​ເສັ້ນທາງ​ສາຍ​ນີ້ ​ໂດຍ​ມີ​ສຳນັກ​ຂ່າວສານ​ປະ​ເທດ​ລາວ (ຂປລ) ທີ່​ປຽບ​ເໝືອນ​ພໍ່​ແມ່​ເປັນ​ຜູ້​ສິດ​ສອນ. ​ໃນ​ເວລາ​ທີ່​ຂ້ອຍ​ເລີ່​ມ​ເຮັດ​ວຽກ​ນັ້ນ ພໍດີ​ຢູ່​ໃນ​ໄລຍະ​ທີ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງຄົບຮອບ 40 ປີ, ຂ້ອຍ​ຈຶ່ງ​ໄດ້ມີ​ໂອກາດ​ເຂົ້າຮ່ວມ​ຮັບ​ຟັງ​ການ​ເຜີຍ​ແຜ່​ບົດບາດ, ການ​ກຳ​ເນີ​ດ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ ຂປລ ຈາກ​ການ​ນຳ ​ແລະ ພະນັກງານ​ອາວຸ​ໂສ​ທີ່​ກິ້ງ​ເກືອກ​ລີ​ເລືອ​ຢູ່​ໃນ​ວຽກ​ງານ​ຂ່າວສານ. ສິ່ງ​ທີ່​ຂ້ອຍ​ໄດ້​ຮັບ​ຮູ້​ໃນ​ຄັ້ງນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ບົດຮຽນ​ອັນ​ລ້ຳຄ່າ ​ແລະ ຍິ່ງ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ພາກພູມ​ໃຈ​ຕໍ່​ອາຊີບ​ນັກ​ຂ່າວ​ທີ່​ເປັນຄວາມ​ໄຝ່ຝັນ​ສູງ​ສຸດ​ຂອງ​ຂ້ອຍ​ທີ່​ໄດ້​ມາ​ຮ່ວມ​ເຄື່ອນ​ໄຫວ​ວຽກ​ງານ​ສາຍ​ສື່​ມວນ​ຊົນ​ຢູ່ ຂປລ.

ຄວາມ​ມັກ ​ແລະ ຄວາມ​ໄຝ່ຝັນ​ໃນ​ອາຊີບ​ນັກ​ຂ່າວ​ຂອງ​ຂ້ອຍ​ແມ່ນ​ເກີດ​ຂຶ້ນ​ແຕ່​ຄາວ​ຍັງ​ນ້ອຍ ​ເພາະ​ໄດ້​ຟັງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ​ໃນ​ສະໜາມຮົບ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ຈາກ​ການ​ບອກ​ເລົ່າ​ຂອງ​ພໍ່​ແມ່​ທີ່​ເປັນ​ພະນັກງານ​ປະຕິວັດ​ໄດ້​ຜ່ານ​ສະໜາມຮົບ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ. ຈາກ​ການ​ບອກ​ເລົ່າ​ຂອງ​ພໍ່​ແມ່ ສິ່ງ​ເຮັດ​ໃຫ້​ຂ້ອຍ​ປະ​ທັບ​ໃຈ​ຕໍ່​ອາຊີບ​ນັກ​ຂ່າວ​ແມ່ນ​ພໍ່​ແມ່​ໄດ້​ເວົ້າ​ໃຫ້​ຟັງ​ວ່າ: “​ໃນ​ສະ​ໄໝ​ສົງຄາມ ນັກ​ຂ່າວ ກໍ​ຄື​ກັບ​ທະຫານ ນອກຈາກ​ຕໍ່ສູ້​ດ້ວຍ​ອາວຸດ​ແລ້ວ ຍັງ​ໃຊ້​ປາຍ​ປາກກາ​ຂອງ​ຕົນ​ເອງ​ຂຽນ​ບົດ​ຂ່າວ, ບົດ​ຄວາມ​ຕ່າງໆ ​ເພື່ອ​ຕອບ​ໂຕ້​ກັບ​ຝ່າຍ​ສັດຕູ​ໄປ​ພ້ອມ​ກັບ​ການ​ຂຽນ​ບົດ ​ເພື່ອ​ປຸກລະດົມ​ນ້ຳ​ໃຈ​ຂອງ​ອ້າຍ​ນ້ອງ​ທະຫານ ​ແລະ ປະຊາຊົນ​ບັນດາ​ເຜົ່າ. ບັນດາ​ບົດ​ຂ່າວ ​ແລະ ບົດ​ຄວາມ​ຕ່າງໆ​ທີ່​ເຜີຍ​ແຜ່​ໃນ​ເວລາ​ນັ້ນ​ແມ່ນ​ສາມາດ​ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ນັກຮົບ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ດີ​ຫລາຍ”. ສະ​ໄໝ​ທີ່​ຂ້ອຍ​ຮຽນ​ຢູ່​ຊັ້ນມັດທະຍົມ​ຕົ້ນ-ມັດທະຍົມ​ປາຍ ຊຸມ​ປີ 1999-2001 ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ໜັງສືພິມ​ຂອງ​ນັກຮຽນ​ແມ່ນ​ຍັງ​ມີ​ຈຳກັດ. ​ເວລາ​ນັ້ນ ໜັງສືພິມ​ລາຍວັນ​ຢູ່​ປະ​ເທດ​ເຮົາ​ກໍ​ມີ​ພຽງ​ແຕ່ 1-2 ສະບັບ. ສຳລັບ​ນັກຮຽນ​ດົນໆ​ຈຶ່ງ​ໄດ້​ອ່ານໜັງສື​ພິມ​ສະບັບ​ໜຶ່ງ​ທີ່​ນຳ​ມາ​ແຈກ​ຢາຍ​ໃຫ້​ໃນ​ໂອກາດ​ວັນ​ສຳຄັນ​ຕ່າງໆ​ເຊັ່ນ: ວັນ​ແມ່ຍິງ, ວັນ​ສ້າງຕັ້ງກອງທັບ… ​ເຊິ່ງກໍ​ເປັນ​ໜັງສືພິມ​ລາຍ​ເດືອນ ຫລື ລາຍ​ໄຕ​ມາດ​ເທົ່າ​ນັ້ນ. ​ເວລາ​ນັ້ນ ທຸກ​ຄັ້ງທີ່​ຂ້ອຍ​ໄດ້​ອ່ານ​ບົດ​ຄວາມ, ບົດ​ຂ່າວ​ຕາມ​ໜັງສືພິມ ​ແລະ ວາລະສານ​ຕ່າງໆ ກໍ​ເກີດ​ມີ​ແນວ​ຄິດ​ຕາມ​ພາສາ​ເດັກນ້ອຍ​ວ່າ: “ຜູ້​ທີ່​ຂຽນ​ບົດ​ຕ່າງໆ​ແມ່ນ​ເກັ່ງ​ແທ້, ສາມາດ​ເຮັດ​ໃຫ້​ຄົນ​ທີ່​ບໍ່​ໄດ້​ຢູ່​ໃນ​ເຫດການ​ນັ້ນ​ເຂົ້າ​ໃຈ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ ​ແລະ ສາມາດ​ປ່ຽນ​ແປງ​ແນວ​ຄິດ​ພຶດຕິ​ກຳ​ຂອງ​ຄົນ ​ແລະ ສັງຄົມ​ໄດ້​ເປັນ​ຢ່າງ​ດີ”. ບວກ​ກັບ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ອາຊີບ​ນັກ​ຂ່າວ​ຢູ່​ແລ້ວ ກໍ​ເຮັດ​ໃຫ້​ຂ້ອຍ​ເກີດ​ມີ​ຄວາມ​ຄິດ​ວ່າ: “​ໃຫຍ່​ມາ​ເຮົາ​ຕ້ອງ​ເປັນ​ນັກ​ຂ່າວ ​ແລະ ຂຽນ​ຂ່າວ​ແບບ​ນີ້​ໃຫ້​ໄດ້”. ນັ້ນ​ແມ່ນ​ຈຸດ​ເລີ່​ມຕົ້ນຂອງ​ຄວາມ​ມັກ​ໃນ​ອາຊີບ​ນັກ​ຂ່າວ​ຂອງ​ຂ້ອຍ.

ຍ້ອນ​ມີ​ຄວາມ​ຕັ້ງ​ໃຈ​ຢາກ​ເປັນ​ນັກ​ຂ່າວ, ​ໃນ​ປີ 2002 ​ເມື່ອ​​ເສັງ​ຈົບ​ຊັ້ນມັດທະຍົມ​ປາຍ ຂ້ອຍ​ກໍ​ສາມາດ​ສອບ​ເສັງ​ເຂົ້າມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໄດ້ ​ແລະ ​ເລືອກ​ຮຽນ​ໃນ​ສາຍ​ພາສາ​ລາວ-ວັນນະຄະດີ ຕາມ​ຄວາມ​ຕັ້ງ​ໃຈ​ຂອງ​ຕົນ​ເອງ ​ເພື່ອ​ຕ້ອງການ​ຝຶກ​ທັກ​ສະການ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຄ່ອງ​ແຄ້ວ, ​ໃຫ້​ສາມາດ​ກ້າວ​ໄປ​ເປັນ​ນັກ​ຂ່າວ​ຕາມ​ຄວາມ​ໄຝ່ຝັນ. ​ໃນ​ໄລຍະ​ນັ້ນຖື​ວ່າ​ວຽກ​ງານ​ຂ່າວສານ​ໜັງສືພິມ​ຢູ່​ບ້ານ​ເຮົາ​ມີ​ການ​ພັດທະນາ​ດີ​ຫລາຍ ​ແລະ ມີ​ໜັງສືພິມ​ລາຍ​ວັນ​ເກີດ​ຂຶ້ນຫລາຍໆ​ສະບັບ ​ເຊິ່ງ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ຂ້ອຍ​ຕະຫລອດ​ໄລຍະ​ເວລາ 5 ປີ​ທີ່​ສຶກສາ​ຢູ່​ມະ​ຫາ​ວິທະຍາ​ໄລ​ແຫ່ງ​ຊາດ ທຸກ​ຄັ້ງທີ່​ມີ​ເວລາ​ຫວ່າງ​ຈາກ​ການ​ຮຽນ ຂ້ອຍ​ຕ້ອງ​ໄປ​ຫໍສະໝຸດ ​ເພື່ອ​ອ່ານໜັງສື​ພິມ​ທຸກ​ສະບັບ​ທີ່​ມີ​ໃນ​ເວລາ​ນັ້ນ​ເຊັ່ນ: ໜັງສືພິມ​ປະ​ເທດ​ລາວ, ປະຊາຊົນ, ວຽງ​ຈັນ​ໃໝ່, ໜັງສືພິມ​ກິລາ ​ແລະ ໜັງສືພິມ​ເສດຖະກິດ-ສັງຄົມ ​ເພື່ອ​ຮຽນ​ຮູ້​ຮູບ​ແບບ​ການ​ຂຽນ​ຂ່າວ ​ແລະ ​ເຫດການ​ຕ່າງໆ​ດ້ວຍ​ຕົນ​ເອງ ພ້ອມ​ທັງ​ພະຍາຍາມ​ຈົດ​ຈຳ​ເອົາ​ບັນດາ​ຄຳ​ສັບ, ປະ​ໂຫຍ​ດ​ໃນ​ບົດ​ຕ່າງໆ ​ແລະ ພະຍາຍາມ​ຝຶກ​ຂຽນ​ຂ່າວ​ເອງ​ດ້ວຍ​ຄວາມ​ຝັນ ​ແລະ ຄວາມ​ມຸ່ງ​ໝັ້ນທີ່​ຈະ​ເປັນ​ນັກ​ຂ່າວ​ໃຫ້​ໄດ້.

- lattana 1 - ອາຊີບ​ນັກ​ຂ່າວ ຄື​ຄວາມ​ຝັນ​ສູງ​ສຸດ​ໃນ​ຊີວິດ​ຂ້ອຍ
- 1 1 - ອາຊີບ​ນັກ​ຂ່າວ ຄື​ຄວາມ​ຝັນ​ສູງ​ສຸດ​ໃນ​ຊີວິດ​ຂ້ອຍ

​ເວົ້າ​ເຖິງ​ສາ​ເຫດ​ຂອງ​ການ​ມາ​ເຮັດ​ວຽກ​ຢູ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ຂອງ​ຂ້ອຍ​ບໍ່​ແມ່ນ​ຍ້ອນ​ຄວາມ​ບັງ​ເອີນ ຫລື ຍ້ອນ​ການ​ຊັກ​ຊວນ​ຂອງ​ໃຜ, ​ແຕ່​ຫາກ​ແມ່ນ​ຄວາມ​ຕັ້ງ​ໃຈ ​ເຊິ່ງຄວາມ​ຕັ້ງ​ໃຈ​ນີ້​ໄດ້​ເກີດ​ຂຶ້ນ​ແຕ່​ເວລາ​ຂ້ອຍ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ປີ​ທີ 1 ​ເພາະ​ທຸກ​ມື້ທີ່​ຂ້ອຍ​ໄປ​ຮຽນ​ແມ່ນ​ຂີ່​ລົດ​ເມ ​ເຊິ່ງຕ້ອງ​ໄດ້​ອອກ​ຈາກ​ເຮືອນ​ແຕ່​ເຊົ້າ (​ເຮືອນ​ຢູ່​ວັດ​ໄຕ​ນ້ອຍ, ຕະຫລາດ​ກົກ​ໂພ) ​ໄປ​ຂີ່​ລົດ​ເມ​ຢູ່​ຕະຫລາດ​ເຊົ້າ, ຕາມ​ເສັ້ນທາງ​ແຕ່​ເຮືອນ​ໄປ​ຕະຫລາດ​ເຊົ້າ​ແມ່ນ​ຕ້ອງ​ຜ່ານ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ແລະ ທຸກ​ຄັ້ງທີ່​ກາຍ​ໄປ-ມາ ຂ້ອຍ​ຕ້ອງ​ຫລຽວ​ເບິ່ງ​ສຳນັກ​ຂ່າວ​ແຫ່ງ​ນີ້ ​ແລະ ຕັ້ງ​ໃຈ​ກັບ​ຕົນ​ເອງ​ວ່າ ຮຽນ​ຈົບ​ເຮົາ​ຕ້ອງ​ມາ​ເຮັດ​ວຽກ​ຢູ່​ບ່ອນ​ນີ້​ໃຫ້​ໄດ້. ພ້ອມ​ກັບ​ຄວາມ​ຕັ້ງ​ໃຈ​ດັ່ງກ່າວ ຂ້ອຍ​ກໍ​ພະຍາຍາມ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ ຂປລ ​ແຕ່​ກໍ​ເປັນ​ເລື່ອງ​ຍາກ ​ເພາະ​ລະບົບ​ຂໍ້​ມູນ​ຂ່າວສານ​ບ້ານ​ເຮົາ​ໃນ​ເວລາ​ນັ້ນຍັງ​ບໍ່​ກວ້າງຂວາງ, ຂ້ອຍ​ຮູ້​ພຽງ​ວ່າ ສຳນັກ​ຂ່າວສານ​ປະ​ເທດ​ລາວ​ແມ່ນ​ເຈົ້າຂອງ​ຜະລິດ​ຕະພັນ​ໜັງສືພິມ​ປະ​ເທດ​ລາວ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ພະຍາ​ຍາມ​ຊັກ​ຖາມ​ຈາກ​ພໍ່​ແມ່ ​ແລະ ​ໄດ້​ຮັບ​ຮູ້​ຂໍ້​ມູນ​ກ່ຽວ​ກັບ ຂປລ ພຽງ​ເລັກ​ໜ້ອຍ​ວ່າ: ສຳນັກ​ຂ່າວສານ​ປະ​ເທດ​ລາວ​ເກີດ​ຂຶ້ນ​ແຕ່​ສະ​ໄໝ​ສົງຄາມ ​ແລະ ​ເປັນ​ພຽງ​ສຳນັກ​ຂ່າວ​ດຽວ​ໃນ​ປະ​ເທດ​ລາວ​ທີ່​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ຊາດ. ​ໃນ​ເວລາ​ນັ້ນ ສຳນັກ​ຂ່າວສານ​ປະ​ເທດ​ລາວ​ຮ່ວມ​ມື​ກັບ​ຫວຽດນາມ​ເຄື່ອນ​ໄຫວ​ເກັບກຳ​ຂ່າວ ​ແລະ ​ເຫດການ​ສຳຄັນ​ປະຫວັດສາດ​ຂອງ​ປະ​ເທດ​ລາວ​ແລ້ວ​ເຜີຍ​ແຜ່​ໃຫ້​ພະນັກງານ​ປະຕິວັດ​ໄດ້​ຮັບ​ຮູ້ ​ໂດຍ​ການ​ຕີ​ພິມ​ເປັນ​ໃບ​ຂ່າວ, ​ເຜີຍ​ແຜ່​ຜ່ານ​ວິທະຍຸ​ກະຈາຍສຽງ ​ເພື່ອ​ຊົມ​ເຊີຍ​ຜົນສຳ​ເລັດ​ການ​ຕໍ່ສູ້​ຂອງ​ກຳລັງ​ປະຕິວັດ ​ແລະ ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ພະນັກງານ​ນັກຮົບ​ໃຫ້​ສູງ​ຂຶ້ນ.

ມື້ໜຶ່ງ​ໃນ​ປີ 2007 ​ເຊິ່ງ​ເປັນ​ໄລຍະ​ທີ່​ຂ້ອຍ​ພວມ​ລໍຖ້າ​ຮັບ​ໃບ​ປະກາ​ສະ​ນີຍະ​ບັດ​ຈົບ​ປະລິນຍາ​ຕີ ຄວາມ​ຝັນ​ຂອງ​ຂ້ອຍ​ກໍ​ກາຍ​ເປັນ​ຈິງ ​ເມື່ອ​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ໄດ້​ລົງ​ປະກາດ​ໃນ​ໜັງສືພິມ​ປະ​ເທດ​ລາວ​ວ່າ: ຕ້ອງການ​ເພື່ອ​ນຮ່ວມ​ງານ​ທີ່​ມີ​ຄວາມ​ມັກ ​ແລະ ສົນ​ໃຈ​ອາຊີບ​ນັກ​ຂ່າວ, ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາ​ດດ້ານ​ພາສາ​ລາວ, ພາສາ​ຕ່າງປະ​ເທດ… ຂ້ອຍ​ກໍ​ຕັດສິນ​ໃຈ​ມາສະ​ໝັກ​ທັນ​ທັນ ​ໂດຍ​ມີ​​ເພື່ອນ​ຮັກ​ແພງ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ມັກ​ຄືກັນ ຊື່ ຈັນທະ​ລອນ ​ແກ້ວ​ບົວ​ວັນ ມາສະ​ໝັກ​ນຳ. ຫລັງ​ຈາກ​ນັ້ນ 2-3 ວັນ ຂ້ອຍ​ກໍ​ໄດ້​ຮັບ​ໂທລະສັບ​ຕອບ​ກັບ​ໃຫ້​ມາ​ຝຶກ​ເຮັດ​ວຽກ​ຢູ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ. ຫລັງ​ຈາກ​ວາງ​ໂທລະສັບ​ຫົວ​ໃຈ​ຂ້ອຍ​ກໍ​ເຕັ້ນ​ແຮງ​ຜິດ​ປົກກະຕິ, ຂ້ອຍ​ທັງ​ດີ​ໃຈ ​ແລະ ຕື່ນ​ເຕັ້ນທີ່​ຄວາ​ມຝັນ​ກາຍ​ເປັນ​ຈິງ. ມື້ນັ້ນ, ຂ້ອຍ​ກັບ​ເມືອ​ເຮືອນ​ເລົ່າ​ສູ່​​ພໍ່​ແມ່​ຟັງ​ດ້ວຍ​ຄວາມ​ພາກພູມ​ໃຈ ​ແລະ ​ເພິ່ນ​ກໍ​ສຸດ​ທີ່​ດີ​ໃຈ​ນຳ​ຂ້ອຍ​ທີ່​ຈະ​​ໄດ້​ກ້າວ​ສູ່​ເສັ້ນທາງ​ນັກ​ຂ່າວ​ຕາມ​ຄວາມ​ຝັນ. ຂ້ອຍ​ຈື່​ດີ​ວ່າມື້ນັ້ນນອກຈາກ​ຄວາມ​ດີ​ໃຈ​ແລ້ວ ຂ້ອຍ​ຍັງ​ມີ​ຄວາມ​ກັງວົນ​ໃຈ ຢ້ານ​ວ່າ​ຈະ​ເຮັດ​ອາຊີບ​ນີ້​ບໍ່​ໄດ້​ດີ ຍ້ອນ​ຂໍ້​ຈຳກັດ​ຫລາຍ​ຢ່າງ​ຂອງ​ຕົນ​ເອງ ​ເຊິ່ງອັນຕົ້ນຕໍ​ແມ່ນ​ຕົນ​ເອງ​ເປັນ​ແມ່ຍິງ​ຢ້ານ​ຈະ​ບໍ່​ສາມາດ​ເຄື່ອນ​ໄຫວ​ວຽກ​ງານ​ໄດ້​ຫ້າວຫັນ​ເທົ່າ​ທຽມ​ກັບ​ເພດ​ຊາຍ. ຕໍ່​ກັບ​ຄວາມ​ກັງວົນ​ໃຈ​ນີ້ ຂ້ອຍ​ກໍ​ເລົ່າ​ສູ່​ແມ່​ຟັງ ​ແລະ ​ແມ່​ກໍ​ໄດ້​ຍົກ​ເອົາ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ​ຍິງ​ຫວຽດນາມ​ຄົນ​ໜຶ່ງ​ທີ່​​ແມ່​ເຄີຍ​ເຫັນ​ຜົນງານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ເພິ່ນ​ໃນ​ສະ​ໄໝ​ຕໍ່ສູ້​ກູ້​ຊາດ, ນັກ​ຂ່າວ​ຍິງ​ຄົນ​ນີ້​ຊື່ວ່າ: ຫງວຽນ​ທິ​ເຖ້ (ຂ້ອຍ​ມາ​ຮູ້​ຫລັງ​ຈາກ​ໄດ້​ເຮັດ​ວຽກ​ຢູ່ ຂປລ ວ່າ​ເພິ່ນ​ເປັນ​ຊ່າງ​ຖ່າຍ​ພາບ​ສີມື​ດີ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ) ​ແມ່​ເລົ່າ​ວ່າ: “ນັກ​ຂ່າວ​ຄົນ​ນີ້​ເຖິງ​ວ່າ​ເປັນ​ນັກ​ຂ່າວ​ຍິງ ​ແຕ່​ລາວ​ກໍ​ສາມາດ​ເຄື່ອນ​ໄຫວ​ວຽກ​ງານ​ໄດ້​​ເທົ່າ​ທຽມ​ກັບ​ເພດ​ຊາຍ, ລາວ​ສາມາດ​ເຄື່ອນ​ໄຫວ​ເຮັດ​ວຽກ​ຖ່າຍຮູບ​ຢູ່​ປະ​ເທດ​ລາວ​ທ່າມກາງ​ສົງຄາມ​ອັນ​ດຸ​ເດືອດ, ຜົນງານ​ການ​ຖ່າຍຮູບ​ໃນ​ສະ​ໄໝ​ສົງຄາມ​ຢູ່​ປະ​ເທດ​ລາວ​ຂອງ​ເພິ່ນ​ມີ​ຢ່າງ​ຫລວງຫລາຍ ​ແລະ ທຸກ​ຮູບ​ກາຍ​ເປັນ​ສິ່ງ​ທີ່​ມີ​ຄຸນຄ່າ​ທາງ​ປະຫວັດສາດ​ຂອງ​ຊາດ​ລາວ ​ແລະ ຫວຽດນາມ”, ​ແຕ່​ສິ່ງ​ທີ່​ຂ້ອຍ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ນັກ​ຂ່າວ​ຍິງ​ຄົນ​ນີ້​ແມ່ນ​ແມ່​ໄດ້​ເລົ່າ​ໃຫ້​ຟັງ​ວ່າ: “​ເພິ່ນ​ເປັນ​ນັກ​ຊ່າງ​ພາບ​ຍິງ​ພຽງ​ຄົນ​ດຽວ​ທີ່​ສາມາດ​ເຂົ້າ​ໄປ​ຖ່າຍຮູບ​ອັນ​ເປັນ​ປະຫວັດສາດ​ຂອງ​ລາວ​ໃນ​ເຫດການ​ທີ່​ເຈົ້າ ສຸວັນນະ​ພູມ​ມາ ​ເຊັນ​ບົດ​ບັນທຶກ​ມອບ​ອຳນາດ​ການ​ບໍລິຫານ​ລັດຖະບານ​ໃຫ້​ແກ່​ທ່ານ​ນາຍົກລັດຖະມົນຕີ ​ໄກສອນ ພົມວິຫານ ​ໃນ​ເວລາ​ນັ້ນ”. ຈາກ​ການ​ບອກ​ເລົ່າ​ຂອງ​ແມ່​ເຮັດ​ໃຫ້​ຂ້ອຍ​ມີ​ກຳລັງ​ໃຈ, ​ເຊື່ອ​ໝັ້ນຕົນ​ເອງ​ຫລາຍ​ຂຶ້ນ ​ແລະ ພ້ອມ​ທີ່​ຈະ​ກ້າວ​ສູ່​ເສັ້ນທາງ​ນັກ​ຂ່າວ​ຕາມ​ຄວາມ​ຝັນ.

ການ​ມາ​ເປັນ​ນັກ​ຂ່າວ​ຢູ່​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ຕາມ​ຄວາມ​ໄຝ່ຝັນຖື​ວ່າ​ເປັນ​ໜ້າ​ທີ່​ອັນ​ມີ​ກຽດ ​ແລະ ພາກພູມ​ໃຈ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຂ້ອຍ ​ແລະ ຄອບຄົວ, ສິ່ງ​ທີ່​ເຮັດ​ໃຫ້​ພູມ​ໃຈ​ແມ່ນ​ການ​ໄດ້​​ເຮັດ​ໜ້າ​ທີ່​ນັກ​ຂ່າວ​ໂຄສະນາ​ເຜີຍ​ແຜ່​ເຫດການ​ສຳຄັນ​ຕ່າງໆ​ຂອງ​ຊາດ​ໃຫ້​ສັງຄົມ​ໄດ້​ຮັບ​ຮູ້ ນັບ​ແຕ່​ການ​ແຂ່ງຂັນ​ກິລາ​ຊີ​ເກ​ມທີ່​ລາວ​ເປັນ​ເຈົ້າພາບ, ການ​ແຂ່ງຂັນ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນ, ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ຄັ້ງທີ IX ​ແລະ ຄັ້ງທີ X, ການສະ​ເຫລີ​ມສະຫລອງ​ວັດ​ຊາດ​ຄົບຮອບ 40 ປີ ​ແລະ ​ເມື່ອ​ບໍ່​ດົນ​ນີ້​ກໍ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ທີ່​ປະ​ເທດ​ເຮົາ​ໄດ້​ເປັນ​ເຈົ້າພາບ ​ແລະ ​ເຫດການ​ອື່ນໆ​ອີກ​ທີ່​ສຳຄັນ ​ເຊິ່ງຕາມ​ຄວາມ​ຄິດ​ຂ້ອຍ​ແລ້ວ ຖ້າ​ບໍ່​ໄດ້​ເປັນ​ນັກ​ຂ່າວ​ອາດ​ຈະ​ບໍ່​ມີ​ໂອກາດ​ໄດ້​ເຂົ້າຮ່ວມ​ເຄື່ອນ​ໄຫວ​ຮັບ​ໃຊ້​ທຸກ​ເຫດການ​ສຳຄັນ​ລະດັບ​ຊາດ. ຈາກ​ປະສົບ​ການ​ເຮັດ​ວຽກ 10 ປີ ຂ້ອຍ​ກໍ​ປຽບ​ເໝືອນ​ນົກ​ນ້ອຍ​ໂຕ​ໜຶ່ງ​ທີ່​ພວມ​ໂບຍບິນ​ໃນ​ເສັ້ນທາງ​ສາຍ​ສື່​ມວນ​ຊົນ ​ເຊິ່ງ​ໃນ​ປັດຈຸບັນ​ແມ່ນ​ຮູ້​ແຕ່​ບິນ​ແຕ່​ຍັງ​ບໍ່​ຮູ້​ວ່າ​ຈະ​ບິນ​ແບບ​ໃດ​ຈຶ່ງ​ສາມາດ​ຕ້ານທານ​ກັບ​ພາ​ຍຸ​ລົມ​ແດງ​ໄດ້​ຄື​ກັບ​ນັກ​ຂ່າວ​ຮຸ່ນ​ອາວຸ​ໂສກ​ວ່າ​ທີ່​ປຽບ​ເໝືອນ​ນົກ​ອິນ​ຊີ​ກາງ​ປີກ​ໂບຍບິນ​ຢູ່​ເທິງ​ທ້ອງຟ້າ​ຕ້ານທານ​ກັບ​ພາຍຸ​ລົມ​ແດງ​ໄດ້​ຢ່າງ​ສະຫງ່າ​ຜ່າ​ເຜີຍ. ນີ້​ເປັນ​ພຽງ​ຄວາມ​ສຳ​ເລັດ​ບາດກ້າວ​ໜຶ່ງ​ຂອງ​ຊີວິດ​ຂ້ອຍ, ບາດກ້າວ​ຕໍ່​ໄປ​ແມ່ນ​ການ​ຝຶກ​ຝົນ​ຕົນ​ເອງ​ໃຫ້​ກາຍ​ເປັນ​ນັກ​ຂ່າວ​ທີ່​ມີ​ຄວາມ​ສາມາດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ ​ເຊິ່ງສຳລັບ​ຂ້ອຍ​ແລ້ວ​ແມ່ນ​ຍັງ​ຕ້ອງ​ຝຶກ​ຝົນ​ຫລາຍ​ຢ່າງ​ທາງ​ດ້ານ​ທັກ​ສະການ​ຂຽນ​ໃຫ້​ໄດ້​ຫລາກ​ຫລາຍ, ດ້ານ​ພາສາ​ຕ່າງປະ​ເທດ, ດ້ານ​ທິດ​ສະ​ດີກາ​ນ​ເມືອງ ລວມ​ເຖິງ​ການວາງ​ແຜນ​ພັດທະນາ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ​ຈຶ່ງ​ຈະ​ສາມາດ​ໂບຍບິນ​ໃນ​ເສັ້ນທາງ​ສາຍ​ສື່​ມວນ​ຊົນ​ຢ່າງ​ສະຫງ່າ​ງາມ.

error: Content is protected !!