ສປປ ເກົາຫລີ – ສ.ເກົາຫລີ ຕົກລົງຈັດປະຊຸມສຸດຍອດ ຄັ້ງທີ 3 ທີ່ນະຄອນຫລວງພຽງຢາງກັນຍານີ້
ສປປ ເກົາຫລີ ແລະ ສ.ເກົາຫລີ ຕົກລົງຈະຈັດກອງປະຊຸມສຸດຍອດລະຫວ່າງກັນເປັນຄັ້ງທີ 3 ທີ່ນະຄອນຫລວງພຽງຢາງ ໃນເດືອນກັນຍານີ້.
ລັດຖະບານ ສ.ເກົາຫລີ ເປີດເຜີຍວ່າ: ປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ຈະເດີນທາງຢ້ຽມຢາມນະຄອນຫລວງພຽງຢາງໃນເດືອນໜ້າ ເພື່ອປະຊຸມສຸດຍອດຮ່ວມກັບທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ. ລັດຖະບານ ສ.ເກົາຫລີ ລະບຸອີກວ່າ: ແຜນການປະຊຸມສຸດຍອດລະຫວ່າງສອງເກົາຫລີຄັ້ງໃໝ່ນີ້ ເປັນຜົນຈາກການປະຊຸມຫາລືລະດັບລັດຖະມົນຕີຂອງ ສປປ ເກົາຫລີ ແລະ ສ.ເກົາຫລີ ທີ່ເຂດປອດທະຫານໃນເບື້ອງ ສປປ ເກົາຫລີ ໃນວັນທີ 13 ສິງຫາ ໂດຍເບື້ອງຂອງ ສປປ ເກົາຫລີ ມີທ່ານ ຣີ ຊອນວອນ ປະທານຄະນະກຳມາທິການເພື່ອການລວມຊາດເກົາຫລີຢ່າງສັນຕິ ເປັນຫົວໜ້າຄະນະເຈລະຈາ, ສ່ວນ ສ.ເກົາຫລີ ມີທ່ານ ໂຊມອງ ຢອນ ລັດຖະມົນຕີກະຊວງລວມຊາດ ເປັນຫົວໜ້າຄະນະເຈລະຈາ.
ຄາດກັນວ່າ: ສປປ ເກົາຫລີ ແລະ ສ.ເກົາຫລີ ກຳລັງເຈລະຈາກັນເພື່ອກຳນົດວັນທີ່ແນ່ນອນສຳລັບກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງສອງຜູ້ນຳເກົາຫລີ ແລະ ຍັງມີການຄາດກັນວ່າ: ຜູ້ນຳຂອງ ສ.ເກົາຫລີ ຈະໃຊ້ກອງປະຊຸມສຸດຍອດທີ່ນະຄອນຫລວງພຽງຢາງຊັກຊວນໃຫ້ຜູ້ນຳ ສປປ ເກົາຫລີ ອອກມາດຕະການທີ່ເປັນຮູບປະທຳ ເພື່ອກ້າວໄປສູ່ການປົດອາວຸດນິວເຄຼຍ. ທັງນີ້ ປະທານາທິບໍດີ ມຸນ ແຈອິນ ຈະເປັນຜູ້ນຳ ສ.ເກົາຫລີ ຄົນທຳອິດໃນຮອບ 11 ປີ ທີ່ເດີນທາງຢ້ຽມຢາມນະຄອນຫລວງພຽງຢາງ.