ຜູ້ນຳ ສ.ເກົາຫລີ ຫວັງປະຊຸມສຸດຍອດ ເທື່ອຕໍ່ໄປຈະຄືບໜ້າປົດອາວຸດນິວເຄຼຍ
ປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ກ່າວໃນວັນທີ 15 ສິງຫາວ່າ: ແຜນກອງປະຊຸມສຸດຍອດຄັ້ງທີ 3 ຂອງທ່ານກັບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ໃນເດືອນໜ້າ ຈະເປັນອີກບາດກ້າວເພື່ອນຳໄປສູ່ການປົດອາວຸດນິວເຄຼຍໃນແຫລມເກົາຫລີ ແລະ ສິ້ນສຸດສົງຄາມເກົາຫລີປີ 1950-1953.
ຜູ້ນຳ ສ.ເກົາຫລີ ກ່າວຄາດຫວັງວ່າຈະມີຄວາມຄືບໜ້າໃນການເຈລະຈາລະຫວ່າງ ສປປ ເກົາຫລີ ກັບ ອາເມລິກາ ເພື່ອນຳໄປສູ່ການປົດອາວຸດນິວເຄຼຍ ສປປ ເກົາຫລີ ໂດຍສົມບູນ ແລະ ກ່າວອີກວ່າ: ທ່ານມີໂຄງການກໍ່ສ້າງເສັ້ນທາງລົດໄຟເຊື່ອມລະຫວ່າງສອງເກົາຫລີໃນປີນີ້ ລວມທັງໂຄງການເສັ້ນທາງລົດໄຟລະດັບພາກພື້ນໃນອາຊີຕາເວັນອອກ ລວມທັງອາເມລິກາ, ຈີນ, ຍີ່ປຸ່ນ, ຣັດເຊຍ ແລະ ມົງໂກລີ. ຄຳຖະແຫລງຂອງປະທານາທິບໍດີ ສ.ເກົາຫລີ ມີຂຶ້ນໃນໂອກາດຄົບຮອບ 73 ປີຂອງການສິ້ນສຸດການຮຸກຮານຂອງກອງທັບຍີ່ປຸ່ນຢູ່ແຫລມເກົາຫລີໃນໄລຍະກ່ອນ ແລະ ລະຫວ່າງສົງຄາມໂລກຄັ້ງທີສອງ.