ໂລກຈະຜະເຊີນອຸນຫະພູມ ຮ້ອນທີ່ສຸດພາຍໃນ 4 ປີຕໍ່ໜ້າ
ສະພາບອາກາດໂລກມີທ່າອ່ຽງຈະຮ້ອນແຮງຂຶ້ນຕະຫລອດໃນໄລຍະເວລາ 4 ປີຕໍ່ໜ້າ ເນື່ອງຈາກວົງຈອນສະພາບອາກາດຕາມທຳມະຊາດເຂົ້າສູ່ໄລຍະທີ່ຮ້ອນທີ່ສຸດໄລຍະໜຶ່ງໃນຮອບບໍ່ເທົ່າໃດທົດສະວັດຜ່ານມາ ເສີມໃຫ້ສະພາບໂລກຮ້ອນຈາກຝີມືມະນຸດມີຄວາມຮຸນແຮງຍິ່ງຂຶ້ນໄປອີກ.
ການພະຍາກອນສະພາບອາກາດໂລກດັ່ງກ່າວ ມາຈາກຜົນການສຶກສາທາງສະຖິຕິທີ່ລົງພິມໃນວາລະສານ Nature Communications ເຊິ່ງລະບຸວ່າ: ນັບແຕ່ປີນີ້ເປັນຕົ້ນໄປ ທົ່ວໂລກມີຄວາມສ່ຽງສູງຈະຜະເຊີນກັບຄື້ນຄວາມຮ້ອນ ແລະ ໄພທຳມະຊາດທີ່ຮຸນແຮງຂຶ້ນໄປຈົນຮອດປີ 2022.
ທ່ານ ດຣ. ຟໍເຣຍ ຊີວິລເລກ ຈາກສູນວິໄຈວິທະຍາສາດແຫ່ງຊາດຝຣັ່ງ ຜູ້ເຮັດການສຶກສາເລື່ອງນີ້ ບອກວ່າ: ໃນໄລຍະສິບກວ່າປີທຳອິດຂອງຕົ້ນສະຕະວັດທີ 21 ຄືລະຫວ່າງປີ 1998-2010 ສະພາບໂລກຮ້ອນທີ່ເກີດຈາກການປ່ອຍກາກບອນຂຶ້ນສູ່ຊັ້ນບັນຍາກາດຂອງມະນຸດນັ້ນບໍ່ໄດ້ບັນເທົາເບົາບາງລົງ, ແຕ່ຈະຮູ້ສຶກເຖິງຜົນກະທົບທີ່ຮຸນແຮງຂຶ້ນ ເພາະໄດ້ຮັບຄວາມເຢັນທົດແທນຈາກວົງຈອນສະພາບອາກາດຕາມທຳມະຊາດທີ່ຍັງເປັນປາກົດການລານີນາຢູ່.
ເຖິງຢ່າງໃດກໍຕາມ, ໂລກໄດ້ເຂົ້າສູ່ວົງຈອນສະພາບອາກາດໄລຍະໃໝ່ທີ່ມີຄວາມຮ້ອນເພີ່ມຂຶ້ນໃນປີນີ້ ເຮັດໃຫ້ປີ 2018 ມີອຸນຫະພູມສູງກວ່າຄ່າສະເລ່ຍຂອງສະພາບໂລກຮ້ອນໃນໄລຍະຍາວເຖິງ 2 ເທົ່າ ແລະ ຈະເພີ່ມຂຶ້ນອີກເປັນ 3 ເທົ່າໃນປີໜ້າ.
ສະພາບແບບນີ້ຈະເຮັດໃຫ້ກະແສນ້ຳໃນມະຫາສະໝຸດມີອຸນຫະພູມສູງຂຶ້ນໄວກວ່າອາກາດເທິງພື້ນທະວີບຕ່າງໆ ເຊິ່ງສ່ຽງຕໍ່ການເກີດພາຍຸໄຕ້ຝຸ່ນ ແລະ ເຂດຮ້ອນທີ່ຮຸນແຮງ ລວມທັງນ້ຳຖ້ວມກະທັນຫັນ, ສ່ວນການເກີດຄື້ນຄວາມຮ້ອນ, ໄຟໄໝ້ປ່າ ແລະ ໄພແຫ້ງແລ້ງ ແບບທີ່ເກີດຂຶ້ນໃນແຕ່ລະປະເທດນັ້ນ ເປັນໄປໄດ້ວ່າຈະມີຄວາມຮຸນແຮງຂຶ້ນ ແຕ່ບໍ່ສາມາດພະຍາກອນໄດ້ວ່າຈະເກີດຂຶ້ນໃນສ່ວນໃດຂອງໂລກ.