ເມສຊີ ແຈ້ງບໍ່ຫລິ້ນໃຫ້ ອາເຈນຕິນາ ປີນີ້

ເມສຊີ ເຄີຍປະກາດເລີກຫລິ້ນໃຫ້ ອາເຈນຕິນາ ໃນປີ 2016 ຫລັງຈາກບໍ່ເຄີຍໄດ້ສຳຜັດກັບແຊ້ມລາຍການໃຫຍ່ໆໃນການຫລິ້ນໃຫ້ບ້ານເກີດ ກ່ອນທີ່ລາວຈະຍອມກັບມາຮັບໃຊ້ ອາເຈນຕິນາ ເຊິ່ງລາວມີສ່ວນສຳຄັນໃນການຊ່ວຍໃຫ້ທີມໄດ້ຫລິ້ນ ບານໂລກ 2018 ຮອບສຸດທ້າຍ.
ເຖິງຢ່າງໃດກໍຕາມ, ທີມແຊ້ມໂລກ 2 ສະໄໝສ້າງຜົນງານໄດ້ໜ້າຜິດຫວັງໃນການແຂ່ງຂັນທີ່ ຣັດເຊຍ ຫລັງຈາກໄປເຖິງຮອບ 16 ທີມສຸດທ້າຍເທົ່ານັ້ນ ເຊິ່ງເຮັດໃຫ້ ອາເຈນຕິນາ ແຍກທາງກັບ ຮໍເຄ່ ຊາມປາໂອລີ ແລະ ໃຫ້ ລິໂອເນສ ສກາໂລນີ ເຂົ້າມາຄຸມທີມເປັນການຊົ່ວຄາວ ໂດຍຕອນທຳອິດມີການລະບຸວ່າ ລາວຈະໄດ້ເປັນຜູ້ຈັດການທີມຮ່ວມກັບ ປາໂບລ ໄອມາ ອະດີດກອງກາງຄົນດັງ ແຕ່ທາງສະມາຄົມບານເຕະອາເຈນຕິນາ (ເອເອຟເອ) ຊີ້ແຈງພາຍຫລັງວ່າ: ໄອມາ ຈະມາເປັນພຽງຜູ້ຊ່ວຍເທົ່ານັ້ນ.
ຫລ້າສຸດ ທີເອັນທີ ສະປອດ ລາຍງານວ່າ: ເມສຊີ ໄດ້ແຈ້ງໃຫ້ ສພາໂລນີ ຮູ້ແລ້ວວ່າ ລາວຂໍບໍ່ລົງຫລິ້ນເກມອຸ່ນເຄື່ອງໃດໆຂອງ ອາເຈນຕິນາ ໃນປີນີ້ ແລະ ຍັງບໍ່ແນ່ນອນວ່າ ລາວຈະກັບມາຊ່ວຍທີມໃນການແຂ່ງຂັນ ໂຄປາ ອາເມລິກາ 2019 ທີ່ປະເທດບຣາຊິລຈະເປັນເຈົ້າພາບ ຫລື ບໍ່.