ຫຼັກສູດຊັ້ນລ້ຽງເດັກ ໄດ້ຮັບການພັດທະນາຊ້າ ເປັນບັນຫາໜັກໃຈຕໍ່ການສຶກສາກ່ອນໄວຮຽນ
ທ່ານ ມີທອງ ສຸວັນວິໄຊ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ກອງປະຊຸມຜູ້ບໍລິຫານຫານສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາປີ 2018 ວ່າ: ການຂະຫຍາຍໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອະນຸບານ ຖ້າທຽບໃສ່ຊຸມປີກ່ອນໜ້ານັ້ນ ແມ່ນມີທ່າກ້າວເພີ່ມຂຶ້ນ; ຕົວຊີ້ບອກໃນແຜນການຈັດຕັ້ງປະຕິບັດຂະແໜງການຍ່ອຍວຽກງານການສຶກສາກ່ອນໄວຮຽນ ໃນສົກປີ 2017-2018 ອັດຕາການເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 60% ເພີ່ມຂຶ້ນຈາກ 122 ເມືອງ ເປັນ 125 ເມືອງ; ສໍາເລັດການປຸກສ້າງໂຮງຮຽນອະນຸບານ ຈໍານວນ 8 ແຫ່ງ, ມີຫ້ອງກຽມປະຖົມ ຈໍານວນ 100 ແຫ່ງ, ມີອ່າງລ້າງມືຢູ່ໃນໂຮງຮຽນ ຈໍານວນ 151 ແຫ່ງ ແລະ ໂຮງຮຽນມີຫ້ອງນໍ້າ ແລະ ວິດຖ່າຍ ຈໍານວນ 117 ແຫ່ງ; ສໍາເລັດການພັດທະນານິຕິກໍາ ແລະ ເອກະສານຕ່າງໆ; ສໍາເລັດການສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ຍັງໄດ້ສະໜອງອຸປະກອນ, ອາຫານ ແລະ ເງິນອຸດໜູນຮັບໃຊ້ໃນວຽກງານດັ່ງກ່າວ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວນັ້ນ, ກໍຍັງມີບາງບັນຫາທີ່ຕ້ອງແກ້ໄຂເປັນຕົ້ນແມ່ນ: ຫຼັກສູດຊັ້ນລ້ຽງເດັກຍັງບໍ່ທັນໄດ້ພັດທະນາ, ການຈັດສັນຄູການສຶກສາກ່ອນໄວຮຽນຍັງບໍ່ສອດຄ່ອງ ແລະ ບໍ່ພຽງພໍ, ການສົ່ງເສີມຄຸນະພາບການຮຽນ-ການສອນ ແລະ ການສົ່ງເສີມວຽກສຸຂະພາບ, ສຸຂະອະນາໄມ ແລະ ໂພຊະນາການໃນສະຖານການສຶກສາກ່ອນໄວຮຽນຍັງບໍ່ໄດ້ປະຕິບັດຢ່າງທົ່ວເຖິງ, ການຈັດສົ່ງ ແລະ ແຈກຢາຍສື່ການຮຽນ-ການສອນບໍ່ສອດຄ່ອງກັບຄວາມຕ້ອງການຂອງສະຖານການສຶກສາກ່ອນໄວຮຽນ, ຜູ້ບໍລິຫານສະຖານການສຶກສາກ່ອນໄວຮຽນຍັງບໍ່ມີຄວາມເຂັ້ມແຂງໃນດ້ານການບໍລິຫານ ແລະ ຄຸ້ມຄອງ ໂດຍສະເພາະການຄຸ້ມຄອງດ້ານວິຊາການ, ກົນໄກການປະສານງານ, ສະຫຼຸບລາຍງານ, ຕິດຕາມ ແລະ ຊຸກຍູ້ຍັງບໍ່ເຂັ້ມແຂງ, ການຈັດປະຕິບັດວຽກງານລ້ຽງເດັກບໍ່ທົ່ວເຖິງ ແລະ ມີຄູອະນຸບານຈໍານວນໜ້ອຍ ທີ່ສະໝັກເຂົ້າຄັດເລືອກຕໍາແໜ່ງວິຊາການຄູປະສົບການ.
ສໍາລັບແຜນວຽກບຸລິມະສິດ ປະຈໍາສົກຮຽນ 2018-2019 ແມ່ນຈະພັດທະນາຫຼັກສູດຊັ້ນລ້ຽງເດັກ ແລະ ປັບປຸງເຄື່ອງມືຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຮູບແບບຕ່າງໆເຂົ້າໃນການສຶກສາກ່ອນໄວຮຽນ; ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະຖານຄຸນະພາບສໍາລັບການສຶກສາກ່ອນໄວຮຽນ; ປຸກສ້າງ ແລະ ສ້ອມແປງສະຖານການສຶກສາກ່ອນໄວຮຽນໃຫ້ໄດ້ມາດຕະຖານ; ຈັດຕັ້ງກຸ່ມຮຽນຜ່ານການຫຼິ້ນ ແລະ ຫ້ອງກຽມປະຖົມ ບ່ອນຫ່າງໄກສອກຫຼີກ ແລະ ສົ່ງເສີມໃຫ້ເດັກໄດ້ກຽມຄວາມພ້ອມດ້ານການຮຽນ ໂດຍສະເພາະການຮຽນອ່ານ; ສົ່ງເສີມການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກເອກະຊົນໃນການຈັດການສຶກສາສໍາລັບການສຶກສາກ່ອນໄວຮຽນ; ສ້າງຂີດຄວາມສາມາດການຄຸ້ມຄອງ-ບໍລິຫານ ແລະ ສົ່ງເສີມການສຶກສາກ່ອນໄວຮຽນ ໃຫ້ແກ່ຜູ້ບໍລິຫານຫານສຶກສາ ແລະ ວິຊາການ; ສ້າງຄວາມເຂົ້າໃຈໃຫ້ແກ່ຊຸມຊົນເຖິງຄວາມສໍາຄັນຂອງການສຶກສາກ່ອນໄວຮຽນ; ພັດທະນາ ແລະ ປັບປຸງຄູ່ມືແນະນໍາການຈັດຕັ້ງປະຕິບັດວຽກງານໃນສະຖານການສຶກສາກ່ອນໄວຮຽນ ແລະ ວຽກງານສົ່ງເສີມສຸຂະພາບໃນສະຖານການສຶກສາກ່ອນໄວຮຽນ; ສ້າງຄວາມເຂັ້ມແຂງວຽກງານສົ່ງເສີມສຸຂະພາບ, ສຸຂະອະນາໄມ ແລະ ໂພຊະນາການ ໃນສະຖານການສຶກສາກ່ອນໄວຮຽນຢ່າງເປັນລະບົບດີຂຶ້ນ.