ງານວາງສະແດງ ASEAN Fair 2018 ຈະໄຂຂຶ້ນໃນວັນທີ 20-23 ກັນຍາທີ່ແຂວງສະຫວັນນະເຂດ.

- ASEAN FAIR - ງານວາງສະແດງ ASEAN Fair 2018 ຈະໄຂຂຶ້ນໃນວັນທີ 20-23 ກັນຍາທີ່ແຂວງສະຫວັນນະເຂດ.
- kitchen vibe - ງານວາງສະແດງ ASEAN Fair 2018 ຈະໄຂຂຶ້ນໃນວັນທີ 20-23 ກັນຍາທີ່ແຂວງສະຫວັນນະເຂດ.

ໃນວັນທີ 13 ສິງຫານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໄດ້ຈັດພິທີຖະແຫລງຂ່າວການຈັດງານວາງສະແດງອາຊຽນແຟຣ ASEAN Fair 2018 ຂຶ້ນ, ໂດຍການຖະແຫລງຂອງທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທ່ານ ໄຊສົມເພັດ ນໍຣະສິງ ຮັກສາການຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສັນຕິ ຊົງນາວົງ ເລຂານຸການໂທການຄ້າ ແລະ ການລົງທຶນຂອງ ສປປ ລາວ ປະຈຳຣາຊະອານາຈັກໄທ, ທ່ານ ຊະນະທິບ ສຸຣະໄຊສິດທິກຸນ ປະທານສະມາຄົມຮັບຊ່ວງການຜະລິດໄທ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໃຫ້ຮູ້ວ່າ: ງານວາງສະແດງດັ່ງກ່າວຈະຈັດຂຶ້ນໃນວັນທີ 20-23 ກັນຍາທີ່ຈະເຖິງນີ້ທີ່ສູນການຄ້າສະຫວັນ-ໄອເຕັກແຂວງສະຫວັນນະເຂດ ເພື່ອສົ່ງເສີມການພົວພັນ, ການຮ່ວມມືດ້ານການຄ້າລະຫວ່າງລາວ ແລະ ບັນດາປະເທດອາຊຽນໃຫ້ນັບມື້ແໜ້ນແຟ້ນຂຶ້ນ, ສ້າງເວທີໃນການໂຄສະນາ ແລະ ຈຳໜ່າຍສີນຄ້າ ເພື່ອເພີ່ມຊ່ອງທາງໃຫ້ເຂົາເຈົ້າສາມາດເຂົ້າເຖິງຕະຫລາດ, ຈັບຄູ່ທຸລະກິດ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງກິດຈະກຳຂອງພາກທຸລະກິດ ເພື່ອສະໜັບສະໜູນປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດຄືກຄື້ນ, ເຊິ່ງຈະມີ 200 ກວ່າຫ້ອງວາງສະແດງສີນຄ້າຈາກພາຍໃນ ແລະ ບັນດາປະເທດອາຊຽນ, ພ້ອມທັງມີກອງປະຊຸມພົບປະທຸລະກິດ, ການເດີນແບບ, ງານແຂ່ງຂັນນັກສຶກສາ, ການສະແດງຄອນເສີດຕ່າງໆຈາກສີນລະປີນທັງພາຍໃນ ແລະ ຕ່າງປະເທດ.

- Visit Laos Visit SALANA BOUTIQUE HOTEL - ງານວາງສະແດງ ASEAN Fair 2018 ຈະໄຂຂຶ້ນໃນວັນທີ 20-23 ກັນຍາທີ່ແຂວງສະຫວັນນະເຂດ.
- 3 - ງານວາງສະແດງ ASEAN Fair 2018 ຈະໄຂຂຶ້ນໃນວັນທີ 20-23 ກັນຍາທີ່ແຂວງສະຫວັນນະເຂດ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!