ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ

- 7521 - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ
- kitchen vibe - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ

ພິທີເຊັນສັນຍາວ່າດ້ວຍການສໍາປະທານເນື້ອທີ່ຂຸດ ຄົ້ນ, ຜະລິດຫີນກໍ່ສ້າງ ແລະ ປຸງແຕ່ງຫີນຜາຢູ່ເຂດບ້ານ ນໍ້າດິກ, ເມືອງຫີນບູນ, ແຂວງຄໍາມ່ວນລະຫວ່າງ ອົງການປົກຄອງແຂວງຄໍາມ່ວນເຊິ່ງຕາງໜ້າເຊັນໂດຍທ່ານ ດາວໄຫຼ ແກ້ວດວງດີ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ອຸດສາຫະກໍາຊີມັງ ລາວ ພັດທະນາ ຈໍາກັດຜູ້ ດຽວເຊັນໂດຍທ່ານ ຈິດຕະ ກອນ ສຸກສົມບູນ ຜູ້ອໍານວຍ ການບໍລິສັດໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 15 ສິງຫາ 2018 ຢູ່ທີ່ພະແນກ ດັ່ງກ່າວໂດຍການເຂົ້າຮ່ວມ ເຊັນເປັນສັກຂີພະຍານຂອງທ່ານເຈົ້າເມືອງຫີນບູນ, ຮອງ ຫົວໜ້າພະແນກພະລັງງານ – ບໍ່ແຮ່ແຂວງ ແລະ ພາກສ່ວນ ກ່ຽວຂ້ອງສອງຝ່າຍ .

 

- Visit Laos Visit SALANA BOUTIQUE HOTEL - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ
- Visit Laos Visit SALANA BOUTIQUE HOTEL - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ

ບໍລິສັດຊີມັງລາວ ມະຫາຊົນ ເປີດການຊື້ຂາຍຮຸ້ນຄັ້ງທຳອິດ

ຮອງນາຍົກລັດຖະມົນຕີຢ້ຽມຢາມ ເມືອງວັງວຽງ

ໂຄງການດັ່ງກ່າວ ເປັນ ຮູບການລົງທຶນພາຍໃນ 100% ເພື່ອລົງທຶນຂຸດຄົ້ນ ຫີນຜາເຊິ່ງມີອາຍຸເວລາ ສໍາປະທານ 5 ປີ ໃນເນື້ອທີ່ 5 ເຮັກຕາ ໃນອັດຕາຄິດໄລ່ ຄ່າສໍາປະທານ 50 ໂດລາ ສະຫະລັດ / ເຮັກຕາ / ປີ ແລະ ສາມາດຕໍ່ອາຍຸສັນຍາໄດ້ ຕາມການຕົກລົງເຫັນດີຂອງ ຝ່າຍລັດ ເຊິ່ງບາດກ້າວໃນ ການ ດໍາເນີນໂຄງການໄດ້ ຈັດແບ່ງເປັນແຕ່ລະໄລຍະ ຕົວຈິງຄື : ບາດກ້າວບຸກເບີກ ສະຖານທີ່ຂຸດຄົ້ນ ແລະ ເກັບ ມ້ຽນຫີນຜາ, ບາດກ້າວກໍ່ ສ້າງເສັ້ນທາງເຂົ້າສູ່ສະຖານ ທີ່ທໍາການຜະລິດ ແລະ ກໍ່ ສ້າງຫ້ອງການບໍລິຫານ, ບາດກ້າວຕິດຕັ້ງອຸປະກອນ ແລະ ເຄື່ອງຈັກ, ບາດກ້າວ ດໍາເນີນການຜະລິດ ແລະ ຈໍາໜ່າຍ, ບາດກ້າວດໍາເນີນ ກິດຈະການອື່ນໆທີ່ຕິດພັນ ກັບການຜະລິດຫີນຜາ. ສ່ວນການລົງທຶນ ເຂົ້າໃນ ກິດຈະການຕ່າງໆຂອງໂຄງການດັ່ງກ່າວມີມູນຄ່າທັງ ໝົດ 811.400 ໂດລາສະ ຫະລັດ .

ສຳລັບການປະຕິບັດ ພັນທະດ້ານພາສີອາກອນ, ຄ່າສໍາປະທານ ແລະ ຊັບພະ ຍາກອນນັ້ນຝ່າຍບໍລິສັດ ຜູ້ລົງທຶນຕ້ອງໄດ້ປະຕິບັດພັນ ທະຢ່າງຄົບຖ້ວນຕາມລະ ບຽບກົດໝາຍຂອງ ສປປ ລາວ ວາງອອກ. ນອກຈາກ ນັ້ນ, ຍັງຈະຕ້ອງມອບເງິນ ຄຸ້ມຄອງຕິດຕາມກວດກາ ສັນຍາ, ເງິນຄຸ້ມຄອງຕິດ ຕາມກວດກາເຕັກນິກການ ຂຸດຄົ້ນ, ເງິນຕິດຕາມຄຸ້ມ ຄອງສິ່ງແວດລ້ອມ, ເງິນພັນ ທະພັດທະນາສັງຄົມໃຫ້ ແຂວງບ່ອນໂຄງການຕັ້ງຢູ່, ເງິນພັດທະນາທ້ອງຖິ່ນໃຫ້ ຂັ້ນເມືອງບ່ອນໂຄງການຕັ້ງ ຢູ່ ແລະ ເງິນພັດທະນາທ້ອງ ຖິ່ນໃຫ້ຂັ້ນບ້ານບ່ອນໂຄງ ການຕັ້ງຢູ່ພ້ອມນັ້ນທາງ ບໍລິສັດໄດ້ວາງເງິນຄໍ້າປະ ກັນການປະຕິບັດສັນຍາ ຈໍານວນ 10.000 ໂດລາ ສະຫະລັດໂດຍມອບເຂົ້າບັນຊີຂອງພະແນກແຜນການ ແລະ ການລົງທຶນແຂວງ ທີ່ຄັງເງິນແຫ່ງຊາດປະຈໍາ ແຂວງ ແລະ ຝ່າຍຜູ້ລົງທຶນ ສາມາດຂໍອະນຸຍາດຖອນ ເງິນຄໍ້າປະກັນຈໍານວນດັ່ງ ກ່າວຄືນໄດ້ກໍ່ຕໍ່ເມື່ອໂຄງ ການໄດ້ຮັບການຈັດຕັ້ງປະ ຕິບັດສໍາເລັດ 70 % ຂອງ ໜ້າວຽກທັງໝົດ ຫຼື ເປັນ ເວລາ 1 ປີ 6 ເດືອນຖ້າຫາກ ຝ່າຍບໍລິສັດ ຫຼື ຜູ້ລົງທຶນບໍ່ ສາມາດຈັດຕັ້ງປະຕິບັດບັນ ດາກິດຈະການດັ່ງກ່າວ ເງິນຄໍ້າປະກັນຈໍານວນທັງ ໝົດຈະຖືກໂອນເປັນຂອງ ລັດຢ່າງບໍ່ມີເງື່ອນໄຂ .

- 7521 - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ

- 4 - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ
- 5 - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ
- 3 - ບໍລິສັດອຸດສາຫະກຳຊີມັງລາວ ພັດທະນາ ຈຳກັດຜູ້ດຽວສຳປະທານເນື້ອທີ່ຂຸດຄົ້ນຫີນຜາຢູ່ເຂດບ້ານນ້ຳດິກ