ຜູ້ຊີ້ນໍາວຽກງານປັບປຸງປົວແປງພັກເນັ້ນຫລາຍບັນຫາໃຫ້ຄະນະພັກກະຊວງ ຍທຂ ເອົາໃຈໃສ່ແກ້ໄຂ

- MOPUBLIC - ຜູ້ຊີ້ນໍາວຽກງານປັບປຸງປົວແປງພັກເນັ້ນຫລາຍບັນຫາໃຫ້ຄະນະພັກກະຊວງ ຍທຂ ເອົາໃຈໃສ່ແກ້ໄຂ
- kitchen vibe - ຜູ້ຊີ້ນໍາວຽກງານປັບປຸງປົວແປງພັກເນັ້ນຫລາຍບັນຫາໃຫ້ຄະນະພັກກະຊວງ ຍທຂ ເອົາໃຈໃສ່ແກ້ໄຂ

ກອງປະຊຸມອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປີດກວ້າງຄັ້ງທີ 12 ສະໄໝທີ IV ໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້, ໂດຍການເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ທັງເປັນຜູ້ຊີ້ນຳ ແລະ ຕິດຕາມການຈັດຕັ້ງປະຕິບັດຜັນຂະຫຍາຍຜົນສຳເລັດຂອງບັ້ນດຳເນີນຊີວິດການເມືອງປັບປຸງ ປົວແປງພັກຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ, ມີສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະພັກຮາກຖານ, ຫົວໜ້າ, ຮອງຫົວໜ້າກົມ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອຮັບຟັງບົດສະຫລຸບການເຄື່ອນໄຫວນຳພາລວມຂອງຄະນະພັກກະຊວງໃນ 6 ເດືອນຕົ້ນປີ 2018 ແລະ ທິດທາງໃນຕໍ່ໜ້າ, ສະຫລຸບການ ດຳເນີນຊີວິດການເມືອງປັບປຸງປົວແປງພັກຂອງຄະນະພັກກະຊວງໃນປີ 2017 ຜ່ານມາ. ພ້ອມນີ້, ບັນດາສະຫາຍຄະນະພັກກະຊວງຈະໄດ້ດໍາເນີນການສຳຫລວດຕີລາຄາຂອງຕົນທີ່ໄດ້ຮັບການຕຳນິສົ່ງຂ່າວຈາກບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃນຜ່ານມາວ່າໄດ້ມີການແກ້ໄຂຄືແນວໃດ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໂອ້ລົມຊີ້ນໍາຕໍ່ກອງປະຊຸມ, ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມຊີ້ໃຫ້ເຫັນວ່າກອງປະຊຸມເທື່ອນີ້ເປັນການຕີລາຄາຄືນຜົນຂອງການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆກໍຄືຈາກຫາງສຽງຂອງປະຊາຊົນ ເພື່ອພ້ອມກັນຊອກໃຫ້ເຫັນສາເຫດຂອງບັນດາຈຸດອ່ອນ, ຂໍ້ຄົງຄ້າງ ນັບທັງອັນລວມ ແລະ ອັນສະເພາະຂອງແຕ່ລະສະຫາຍໃນຄະນະພັກ ເພື່ອພ້ອມກັນສືບຕໍ່ແກ້ໄຂບັນຫາ ເຫລົ່ານັ້ນໃຫ້ຕົກໄປ ແນໃສ່ເພື່ອປັບປຸງປົວແປງພາຍໃນພັກໃຫ້ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ  ແລະ ສ້າງຄວາມເຊື່ອໝັ້ນໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ເວົ້າລວມຕໍ່ຂະແໜງວຽກງານ ຍທຂ, ສະນັ້ນຂໍໃຫ້ບັນດາສະຫາຍເບິ່ງຄືນກ່ຽວກັບຄວາມຮັບຜິດຊອບຕໍ່ການຊີ້ນຳ-ນໍາພາທາງດ້ານການເມືອງແນວຄິດໄດ້ເຮັດເລິກເຊິ່ງປານໃດ, ໂດຍສະເພາະສະຕິຕໍ່ການຈັດຕັ້ງ,ສະຕິຕໍ່ການເຄົາລົບລະບຽບກົດໝາຍ, ຄວາມສາມັກຄີ ແລະ ເປັນເອກະພາບໃນວຽກງານ ແລະ ຄວາມບໍລິສຸດສັດຊື່ຕໍ່ພັກ ແລະ ລັດ, ເບິ່ງຄືນການຄົ້ນຄວ້າ ເຊື່ອມຊຶມ, ກຳແໜ້ນ ແລະ ນຳພາປະຕິບັດກົດລະບຽບຂອງພັກ, ການຂະຫຍາຍພັກ, ການກໍ່ສ້າງໜ່ວຍພັກໄດ້ເຮັດຈິງຈັງຊໍ່າໃດ, ພ້ອມກັນເບິ່ງຄືນຄວາມຮັບຜິດຊອບການຊີ້ນຳ-ນໍາພາທາງດ້ານວຽກງານວິຊາສະເພາະ, ການຫັນແນວ ທາງນະໂຍບາຍຂອງພັກໃນຂົງເຂດວຽກງານ ຍທຂ ໃຫ້ເປັນຍຸດທະສາດ, ເປັນແຜນການ, ໂຄງການ, ເປັນນິຕິກຳຕ່າງໆເຮັດໄດ້ຄືແນວໃດ, ເບິ່ງຄືນບັນຫາການປະຕິບັດວິໄນແຜນການ-ການເງິນ, ການລົງທຶນ, ໂຄງການລົງທຶນມູນຄ່າສູງ, ການຄຸ້ມຄອງການປຸກສ້າງຕ່າງໆທາງຜັງເມືອງ, ການຄຸ້ມຄອງພາຫະນະ, ການນຳເຂົ້າໃນຂົງເຂດ ຍທຂ, ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ພ້ອມກັນປະຕິບັດຖືກຕ້ອງຕາມກົດໝາຍແລ້ວບໍ ແລະ ຈະແກ້ໄຂດ້ວຍວິທີໃດ? ນອກນີ້, ວຽກງານສະກັດກັ້ນການສໍ້ລາດບັງຫລວງຜ່ານມາໄດ້ເຮັດຄືແນວໃດ? ເຊິ່ງທັງໝົດນີ້ແມ່ນບັນຫາພື້ນຖານໃນບັ້ນດຳເນີນຊີວິດການເມືອງໃນຄັ້ງນີ້.

- Visit Laos Visit SALANA BOUTIQUE HOTEL - ຜູ້ຊີ້ນໍາວຽກງານປັບປຸງປົວແປງພັກເນັ້ນຫລາຍບັນຫາໃຫ້ຄະນະພັກກະຊວງ ຍທຂ ເອົາໃຈໃສ່ແກ້ໄຂ
- 3 - ຜູ້ຊີ້ນໍາວຽກງານປັບປຸງປົວແປງພັກເນັ້ນຫລາຍບັນຫາໃຫ້ຄະນະພັກກະຊວງ ຍທຂ ເອົາໃຈໃສ່ແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!