ກອງປະຊຸມ CLMVT Forum 2018 ໄຂຂຶ້ນທີ່ບາງກອກ

ກອງປະຊຸມ CLMVT Forum 2018 ໄດ້ໄຂຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້: “CLMVT ກ້າວຂຶ້ນສູ່ເທັກໂນໂລຢີ CLMVT Taking-Off Through Technology” ໃນວັນທີ 16 ສິງຫານີ້ທີ່ບາງກອກປະເທດໄທ ເພື່ອເພີ່ມທະວີການຮ່ວມມືສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ ດ້ວຍລະບົບດິຈິຕອນ ຢູ່ໃນປະເທດພາກພື້ນແມ່ນ້ຳຂອງຄື: ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ (CLMVT), ໂດຍການເຂົ້າຮ່ວມຂອງທ່ານພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ, ມີທ່ານ ສົນທິລາ ສົນທິຈິລະວົງ ລັດຖະມົນຕີກະຊວງການຄ້າຂອງໄທ, ຄະນະຜູ້ແທນລາວນໍາໂດຍທ່ານ ຫຸມພັນ ອິນທິຣາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເທັກໂນລີຢີ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ມີນັກທຸລະກິດຈາກປະເທດ CLMVT ຫລາຍກວ່າ 700 ທ່ານເຂົ້າຮ່ວມ. ເພື່ອປຶກສາຫາລືຂອງຜູ້ນຳລະດັບສູງຈາກພາກລັດ ແລະ ເອກະຊົນ ລວມເຖິງນັກວິຊາການຈາກປະເທດ CLMVT ໃນການສົ່ງເສີມ ແລະ ພັດທະນາຄວາມສຳພັນທາງດ້ານເສດຖະກິດການຄ້າ ແລະ ການລົງທຶນ ເພື່ອກ້າວສູ່ຕະຫລາດໂລກ ແລະ ຈະເລີນກ້າວໜ້າໄປພ້ອມກັນ ແລະ ທັງເປັນການເສີມສ້າງບົດບາດຂອງປະເທດ CLMVT ໃນການເປັນສູນກາງເສດຖະກິດຂອງອາຊຽນ.
ທ່ານພົນເອກ ປະຍຸດ ຈັນໂອຊາ ກ່າວວ່າ: ກອງປະຊຸມ CLMVT 2018 ແມ່ນເພື່ອຂັບເຄື່ອນການເຊື່ອມໂຍງໃນທຸກດ້ານລະຫວ່າງບັນດາປະເທດ CLMVT. ນອກນັ້ນ, ຍັງເປັນການເຊື່ອມໂຍງບັນດານັກທຸລະກິດທີ່ໂດດເດັ່ນ, ຜູ້ປະກອບການໜຸ່ມນ້ອຍ, ນັກກົດໝາຍ ແລະ ສະຖາບັນທີ່ມີຊື່ສຽງຈາກປະເທດ CLMV. ທ່ານກ່າວຕື່ມວ່າ: ການໃຊ້ປະໂຫຍດຈາກຄວາມກ້າວໜ້າທາງເທັກໂນໂລຢີ, ໂດຍສະເພາະດິຈິຕອນໃນການເຊື່ອມໂຍງສ້າງໂອກາດ ແລະ ມູນຄ່າມະຫາສານໃຫ້ກັບເສດຖະກິດ ຈົນກາຍເປັນເຄື່ອງມືສຳຄັນໃນການພັດທະນາເສດຖະກິດ CLMVT ທຸກລະດັບຢ່າງທົ່ວເຖິງ ແລະ ຍືນຍົງ.