ເຈົ້າແຂວງລົງຕິດຕາມໂຄງການກໍ່ສ້າງຊົນລະປະທານຢູ່ເມືອງຈຳພອນພາຍຫລັງທີ່ຜູ້ຮັບເໝົາໜີງານຍ້ອນງົບປະມານສະໜອງບໍ່ທັນ

ໃນທ້າຍເດືອນເມສາຜ່ານມານີ້, ທ່ານ ເຈົ້າແຂວງສະຫວັນນະເຂດພ້ອມຂະແໜງການກ່ຽວຂ້ອງຂອງແຂວງ ຈຳນວນໜຶ່ງ ໄດ້ລົງຕິດຕາມກວດກາເບິ່ງໂຄງ ການກໍ່ສ້າງລະບົບຊົນລະປະທານຫ້ວຍພະແລງ, ເມືອງຈຳພອນ, ພາຍຫລັງຜູ້ຮັບເໝົາຄືລັດວິສາຫະກິດການຄ້າສາກົນລາວ ບໍລິການໄດ້ໂຈະການກໍ່ສ້າງຍ້ອນການຕອບສະໜອງ ງົບປະມານບໍ່ທັນກັບຄວາມຕ້ອງການ.
ວິຊາການຂະແໜງຊົນລະປະທານແຂວງໃຫ້ຮູ້ວ່າ: ໂຄງການກໍ່ສ້າງຊົນລະປະທານດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງ ແຕ່ປີ 2000 ແລະ ຮອດປີ 2001 ໂຄງການດັ່ງກ່າວແມ່ນຖືກໂຈະຍ້ອນຂາດງົບປະມານ ແລະ ມາຮອດປີ 2014 ຈິ່ງໄດ້ສືບຕໍ່ກໍ່ສ້າງສຳເລັດປະມານ 33% ໂຄງການກໍ່ຖືກໂຈະອີກຍ້ອນວ່າງົບປະມານບໍ່ສາມາດຕອບສະໜອງ ອັນໄດ້ເຮັດໃຫ້ປະຊາຊົນບ້ານໜອງລຳຈັນ. ໜອງກະໂດກ, ທົ່ງໝາກຕູມ, ລຳເທນ ແລະ ເຊວັງເກັດໄດ້ແຕ່ຄອງ ຄອຍເປັນເວລາຫລາຍປີ.
ໂຄງການຊົນລະປະທານ ດັ່ງກ່າວເປັນເຂື່ອນດິນຖົມ, ມີ ລວງຍາວ 1.240 ແມັດ, ສູງ 18 ແມັດ. ສາມາດ ເກັບກັກນ້ຳ ໄດ້ປະມານ 29 ລ້ານແມັດກ້ອນ ໃນມູນຄ່າທັງໝົດ 200 ກວ່າຕື້ກີບ, ປັດຈຸບັນແມ່ນສາມາດກັກ ຂັງນ້ຳໄດ້ເປັນສ່ວນຫລາຍ, ແຕ່ ຍັງຄ້າງຄາກໍແມ່ນປະຕູບິດ-ເປີດ ນ້ຳ, ລະບົບຄອງເໝືອງແມ່ທີ່ເຮັດດ້ວຍ ເບຕົງເສີມເຫລັກຈຳນວນ 4 ເສັ້ນມີຄວາມບາວ 16.300 ແມັດ, ຄອງເໝືອງຂັ້ນສອງກໍ່ດິນຈີ່ຈຳນວນ 32 ເສັ້ນ ຍາວ 26.800 ແມັດຄອງ ເໝືອງຂັ້ນສານ 62 ເສັ້ນຍາວ 23.300 ແມັດ ແລະ ຄອງລະ ບາຍນ້ຳ 7 ເສັ້ນຍາວ 900 ແມັດ ແລະ ໃນໂອກາດນີ້ ທ່ານເຈົ້າແຂວງກໍໄດ້ແນະນຳໃຫ້ຂະແໜງ ກ່ຽວຂ້ອງປະສານສົມທົບ ກັບຜູ້ ຮັບເໝົາໃຫ້ຮີບຮ້ອນກໍ່ສ້າງສຳເລັດເພື່ອສາມາດຕອບສະໜອງນຳໃຫ້ແກ່ການຜະລິດຂອງປະຊາຊົນ ໄດ້ພຽງພໍ.