4 ໜ່ວຍງານ ມສ ວຽງຈັນ ຈັບມືແຂ່ງຂັນປັບປຸງການຮຽນ-ການສອນໃຫ້ມີຄຸນນະພາບສູງຂຶ້ນ

ໃນວັນທີ 15 ສິງຫາ ນີ້, ໂຮງຮຽນ ມສ ວຽງຈັນ ໄດ້ ຈັດກອງປະຊຸມໄລຍະພັກ ສົກຮຽນ 2017-2018 ແລະ ກະກຽມສົກຮຽນໃໝ່ 2018-2019, ໂດຍການ ເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອໍານວຍ ການ, ຫົວໜ້າໜ່ວຍງານ ຂະແໜງການ, ພະນັກງານ ວິຊາການ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ. ເພື່ອຈັດຕັ້ງເຊື່ອມຊຶມແນວ ທາງນະໂຍບາຍຂອງພັກ- ລັດ ໃຫ້ແກ່ລັດຖະກອນຄູ ແລະ ສະຫຼຸບຖອດຖອນບົດ ຮຽນການປະຕິບັດແຜນ ການສົກຮຽນ 2017-2018 ໂດຍຕິດພັນກັບການຈັດ ຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ຂອງຂະແໜງການສຶກ ສາໃຫ້ບັນລຸໄດ້ຕາມລະດັບ ຄາດໝາຍ.
ໃນກອງປະຊຸມ,4 ໜ່ວຍ ງານ ພາຍໃນ ມສ ວຽງຈັນ ໄດ້ຈັບມືແຂ່ງຂັນໃນການ ປະຕິບັດຄາດໝາຍສູ້ຊົນ ໃນ ຕໍ່ໜ້າ, ໂດຍຈະສູ້ຊົນສ້າງ ຄວາມສາມັກຄີກັບ 4 ໜ່ວຍ ງານ ແລະ ຄູອາຈານ ທັງ ໝົດໃຫ້ໄດ້ 100%, ສູ້ຊົນ ປັບປຸງຈັດລະບົບວຽກງານ ເອກະສານ ຂາເຂົ້າ-ຂາອອກ ຂອງໂຮງຮຽນໃຫ້ເປັນລະ ບຽບ ແລະ ຕໍ່ເນື່ອງ ດ້ວຍ ມະນຸດສໍາພັນທີ່ດີໃນການ ບໍລິການຮັບແຂກພາຍໃນ ແລະ ຕ່າງປະເທດໃຫ້ດີຂຶ້ນ ເປັນກ້າວໆ (ມີຮອຍຍິ້ມ, ນິ້ມ ນວນ ແລະ ອ່ອນໂຍນ), ສູ້ ຊົນເພື່ອສ້າງໂຮງຮຽນ ມັດທະຍົມຕົວແບບຄຸນນະ ພາບ ແລະ ສີຂຽວ ກໍຄືການ ສ້າງພື້ນຖານໂຄງລ່າງຂອງໂຮງຮຽນໃຫ້ໄດ້ມາດຕະ ຖານໂດຍຕິດພັນກັບການ ສ້າງ ສະພາບແວດລ້ອມທາງ ດ້ານສຸຂະອະນາໄມໄປຄຽງຄູ່ກັບການປັບປຸງການຂະ ຫຍາຍຫ້ອງນໍ້າສະອາດ, ນໍ້າ ດື່ມສະອາດ, ໂຮງອາຫານ ໃນໂຮງຮຽນສະອາດ, ພ້ອມ ນັ້ນ, ກໍຈະສູ້ຊົນປັບປຸງ ແລະ ຂະຫຍາຍສະໜາມເດີ່ນ ຫຼິ້ນກິດຈະກໍາຕ່າງໆພາຍ ໃນໂຮງຮຽນໃຫ້ດີຂຶ້ນ ເລື້ອຍໆ, ສ້າງໜ່ວຍງານ ICT ໃຫ້ເປັນໜ່ວຍງານ ທີ່ເຂັ້ມແຂງເພື່ອປະຕິບັດ ໜ້າທີ່ວຽກງານທີ່ທາງໂຮງຮຽນມອບໝາຍໃຫ້ປາກົດ ຜົນເປັນຈິງ, ສ້າງໂຮງຮຽນ ໃຫ້ກາຍເປັນໂຮງຮຽນທີ່ມີ ການນໍາໃຊ້ສື່ການຮຽນ- ການສອນ ທີ່ທັນສະໄໝ ແລະ ໃຫ້ນັກຮຽນນໍາໃຊ້ ຫ້ອງສະໝຸດຢ່າງກວ້າງ ຂວາງ, ປັບປຸງລະບົບຂໍ້ມູນ ຂ່າວ ສານກະດານຂ່າວພາຍ ໃນ ໂຮງຮຽນ ແລະ ການ ນໍາ ໃຊ້ຂໍ້ມູນຕ່າງໆແກ່ນັກ ຮຽນຫຼາຍຂຶ້ນ ສູ້ຊົນໃຫ້ໄດ້ ນັກຮຽນເກັ່ງລະດັບຊາດ, ລະດັບນະຄອນຫຼວງ 2 ວິ ຊາຕໍ່ປີ, ສູ້ຊົນໃຫ້ສອບເສັງ ຈົບຊັ້ນ ມ4 ແລະ ມ7 ໃຫ້ໄດ້ 100%, ສູ້ຊົນໃຫ້ເສັງເລື່ອນ ຊັ້ນໄດ 97% ຂຶ້ນໄປ.
ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ປະກາດ ແຕ່ງຕັ້ງຄະນະບໍລິຫານ ງານສະມາຄົມພໍ່-ແມ່ນັກ ຮຽນ ແລະ ຄະນະທີ່ປຶກ ສາສະມາຄົມຂອງໂຮງ ຮຽນ ດັ່ງກ່າວ./.
+ ຍົກລະດັບວຽກງານການສຶກສາໃຫ້ຄູທົ່ວເມືອງໄຊພູທອງ
+ ກະຊວງສຶກສາຈະສູ່ຊົນເພີ່ມອັດຕາເຂົ້າຮຽນລວມຊັ້ນ ມປາຍ ໃຫ້ສູງຂຶ້ນ