ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ

ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ - 66666 - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ
ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ - Untitled design 1 - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ

ໃນທ້າຍອາທິດຜ່ານມານີ້, ທີ່ສູນ​ຜະລິດ​​ເມັດ​ພັນ​ເຂົ້າ​ໂພນ​ງາມ​ແຂວງ​ຈຳປາ​ສັກ, ອົງການກອງ​ທຶນ​ອະນຸລັກ​ທຳ​ມະ​ຊາດ​ໂລກປະຈຳລາວ (WWF-Laos) ຮ່ວມກັບກົມລ້ຽງສັດ ແລະ ການປະມົງ ໄດ້ຈັດກອງປະຊຸມສະຫລຸບວຽກງານໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງ 6 ​ເດືອນ​ຕົ້ນ​ປີ ​ແລະ ວາງ​ແຜນ​ກິດຈະກໍາ 6 ​ເດືອນ​ທ້າຍ​ປີ 2018 ຢູ່ເຂດສີ ທັນດອນ​ໄລຍະ 2, ເຊິ່ງກວມເອົາ 20 ບ້ານເປົ້າໝາຍຂອງເມືອງໂຂງ ແລະ ເມືອງມຸນລະປາໂມກແຂວງຈໍາປາສັກ, ​ໂດຍ​ການເປັນປະທານຂອງທ່ານ ບຸນທອງ ຊາພັກດີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການ WWF-Laos, ພ້ອມດ້ວຍ​ພະນັກງານກ່ຽວຂ້ອງ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

ປັດຈຸ​ບັນ, ຢູ່ເມືອງໂຂງ ແລະ ເມືອງມຸນລະປາໂມກມີວັງສະຫງວນ 11 ແຫ່ງ ​ແລະ ​ໄດ້​ມີ​ການປຸກລະດົມປູກຈິກສໍານຶກ​ໃຫ້​ປະຊາຊົນກ່ຽວກັບການຫາປາແບບຍືນຍົງ ​ແລະ ​ໄດ້​ມີ​ການຮ່າງລະບຽບຕໍ່ກັບການກະກຽມສ້າງຕັ້ງ ແລະ ການຄຸ້ມຄອງວັງ​ສະຫງວນ. ນອກ​ນີ້, ຍັງສາມາດສ້າງເຈົ້າໜ້າທີ່ຄຸ້ມຄອງການປະມົງ, ລາດຕະເວນໜ້ານໍ້າບໍລິເວນເຂດຫ້າມ ແລະ ຢູ່ໃນການຄຸ້ມຄອງໄດ້ແລ້ວ 4 ທີມ, ສໍາເລັດການຈັດຊື້ອຸປະກອນໃຫ້ໜ່ວຍລາດຕະເວນ, ​ ຕິດຕາມການຫາປາຂອງຊາວບ້ານທີ່ບໍ່ຍືນຍົງ, ພ້ອມເຜີຍແຜ່ລະບຽບກົດໝາຍວ່າດ້ວຍການປະມົງໃຫ້ບັນດາບ້ານເປົ້າໝາຍ ແລະ ວຽກງານສະໜັບສະໜູນຊີວິດການເປັນຢູ່ໃຫ້ຄອບຄົວເປົ້າໝາຍ, ສໍາເລັດການສະໜອງພໍ່​ແມ່ພັນໄກ່, ເປັດ, ແບ້, ແນວພັນເຂົ້າ, ການສ້າງໜອງປາ ແລະ ອື່ນໆ ໃຫ້ກັບຫລາຍບ້ານໃນໂຄງການ ແລະ ໄດ້ໃຫ້ຂໍ້ມູນ​ໃນ​ການ​ແນະນຳວິທີການລ້ຽງປາ, ສັດປີກ ແລະ ອື່ນໆ.

ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ - Visit Laos Visit SALANA BOUTIQUE HOTEL - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ
ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ -    AD conten website - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ
ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ - lattana banner - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ
ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ - lattana banner 1 - ສະຫລຸບໂຄງການຄຸ້ມຄອງ ແລະ ຊົມໃຊ້ສັດນໍ້າແບບຍືນຍົງ
error: Alert: ເນື້ອຫາຂ່າວມີລິຂະສິດ !!