ເອກວາດໍ-ເປຣູເຂັ້ມງວດ ຊາວເວເນຊູເອລາເຂົ້າປະເທດ

ເອກວາດໍ ແລະ ເປຣູ ກຳນົດໃຫ້ຊາວເວເນຊູເອລາທີ່ຈະເດີນທາງເຂົ້າປະເທດຕ້ອງສະແດງໜັງສືເດີນທາງ ແທນບັດປະຈຳຕົວຄືຜ່ານມາ, ພາຍຫລັງຊາວເວເນຊູເອລາຈຳນວນຫລາຍພາກັນໜີສະພາບເສດຖະກິດຍາກລຳບາກໃນປະເທດ.
ກະຊວງປ້ອງກັນປະເທດເອກວາດໍ ຖະແຫລງວ່າ: ນັບແຕ່ວັນທີ 18 ສິງຫານີ້ເປັນຕົ້ນໄປ ຊາວເວເນຊູເອລາທີ່ຈະເດີນທາງເຂົ້າມາຈະຕ້ອງສະແດງໜັງສືພິມເດີນທາງ ບໍ່ແມ່ນບັດປະຈຳຕົວອີກຕໍ່ໄປ. ກ່ອນໜ້ານີ້ ທາງການເອກວາດໍໄດ້ປະກາດສະຖານະການສຸກເສີນໃນ 3 ແຂວງ ເພາະມີຊາວເວເນຊູເອລາເດີນທາງຂ້າມແດນເຂົ້າມາຫລາຍຂຶ້ນຈາກວັນລະ 500-1.000 ຄົນເປັນ 4.500 ຄົນໃນປັດຈຸບັນ. ກະຊວງຕ່າງປະເທດ ເປີດເຜີຍວ່າ: ນັບແຕ່ຕົ້ນປີຈົນຮອດປັດຈຸບັນ ມີຊາວເວເນຊູເອລາເຂົ້າເອກວາດໍແລ້ວ 600.000 ຄົນ ໃນຈຳນວນນີ້ 109.000 ຄົນຍັງບໍ່ເດີນທາງອອກໄປ.
ສ່ວນແຫລ່ງຂ່າວໃນລັດຖະບານເປຣູເປີດເຜີຍກ່ອນທີ່ທາງການຈະປະກາດຢ່າງເປັນທາງການວ່າ: ລັດຖະບານຈະກຳນົດໃຫ້ຊາວເວເນຊູເອລາເຂົ້າປະເທດຕ້ອງສະແດງໜັງສືເດີນທາງແທນບັດປະຈຳຕົວເຊັ່ນກັນ. ເຈົ້າໜ້າທີ່ເຂົ້າເມືອງຕີລາຄາວ່າ: ມີຊາວເວເນຊູເອລາຢູ່ໃນປະເທດເກືອບ 400.000 ຄົນ ສ່ວນຫລາຍເຂົ້າມາໃນປີນີ້. ຂະນະທີ່ ລັດຖະມົນຕີປ້ອງກັນປະເທດເປຣູເປີດເຜີຍວ່າ: ຊາວເວເນຊູເອລາ 20% ເຂົ້າມາໂດຍບໍ່ໄດ້ໃຊ້ໜັງສືເດີນທາງ.