ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້

ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ - 042008 2018 - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້
ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ - Untitled design 1 - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້

ບໍ່ວ່າຈະແມ່ນຄົນລາວ ຫລື ຄົນສັນຊາດໃດໆກໍມັກຈະຄົ້ນຫາເຄື່ອງອຳນວຍຄວາມສະດວກສະບາຍຕ່າງໆມາຊ່ວຍໃຫ້ສິ່ງທີ່ຕ້ອງການບັນລຸເປົ້າໝາຍໂດຍໄວ ແລະ ໃຊ້ແຮງກາຍໜ້ອຍທີ່ສຸດຄືກັນໝົດ, ການຫາທາງລັດທີ່ວ່າບໍ່ເວັ້ນແມ່ນແຕ່ການຫລຸດຄວາມຕຸ້ຍໃຫ້ໄດ້ໄວໂດຍບໍ່ຕ້ອງຫລຸດອາຫານ ຫລື ໄປອອກກຳລັງກາຍ, ສິນຄ້າທີ່ເປັນທາງລັດໃນການຫລຸດຄວາມຕຸ້ຍ ຈຶ່ງເກີດຂຶ້ນມາແຮງເປັນໄລຍະໆແລ້ວກໍມິດງຽບໄປ, ແຕ່ຫລ້າສຸດທີ່ເປັນກະແສຂຶ້ນມາອີກກໍຄື : ການດື່ມຊາອູ່ຫລົງ ຍ້ອນຄວາມຫວັງວ່າຈະຫລຸດນຳ້ໜັກໄດ້.

ເຊື່ອວ່າແນວຄິດການດື່ມຊາອູ່ຫລົງເພື່ອການຫລຸດນຳ້ໜັກ ໜ້າຈະມາຈາກສານໂພລີຟີນອນໃນຊາທີ່ມີຄຸນສົມບັດຊ່ວຍຂັດຂວາງເອັນໄຊໄລເປສຈາກມ້າມ ມີບົດບາດສຳຄັນໃນການຊ່ວຍຍ່ອຍກຳຈັດໄຂມັນຈາກອາຫານໄຂມັນຈຶ່ງຖືກດູດຊຶມເຂົ້າສູ່ຮ່າງກາຍຫລຸດລົງ, ເປັນກົນໄກດຽວກັບຢາຫລຸດນຳ້ໜັກບາງຊະນິດໃນປະຈຸບັນ. ນອກຈາກນີ້, ຍັງເຄີຍມີການສຶກສາໃນແມ່ຍິງຍີ່ປຸ່ນພົບວ່າ ການດື່ມຊາອູ່ຫລົງນີ້ຊ່ວຍເພີ່ມການເຜົາຜານຂະນະນັ່ງພັກຜ່ອນເປັນເວລາ 2 ຊົ່ວ  ໂມງຫລັງດື່ມໄດ້ ປະມານ 10% ເຊິ່ງຫລາຍກ່ວາຊາຂຽວທີ່ໃຫ້ 4% ແລະ ຍັງມີການສຶກສາຈີນພົບຕື່ມວ່າການໃຫ້ຄົນ 120 ຄົນດື່ມຊາອູ່ຫລົງທຸກມື້ເປັນເວລາ 6 ອາທິດຊ່ວຍຫລຸດນຳ້ໜັກໄດ້ເກີນ 3 ກິໂລກຣາມ ແລະ ສ່ວນທີ່ຫລຸດກໍແມ່ນໄຂມັນຢູ່ພຸງເປັນສ່ວນຫລາຍ.

ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ - Visit Laos Visit SALANA BOUTIQUE HOTEL - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້

ເຖິງວ່າຈະມີວຽກງານວິໄຈສະໜັບສະໜູນຫລາຍເທື່ອ, ແຕ່ກໍຍັງພົບຂໍ້ບົກພ່ອງວ່າການວິໄຈເຫລົ່ານັ້ນບໍ່ມີການທົດລອງແບບປຽບທຽບໂດຍມີກຸ່ມໂຕຢ່າງຂະໜາດໃຫຍ່, ບໍ່ມີການຄວບຄຸມປັດໄຈອື່ນທີ່ດີພໍ ແລະ ຊາອູ່ຫລົງທີ່ພວກເຂົາດື່ມນັ້ນເປັນຊາອູ່ຫລົງແທ້ ບໍ່ແມ່ນຊາບັນຈຸສຳເລັດຮູບທີ່ວາງຂາຍນຳອີກ. ແນວໃດກໍຕາມ, ການວິໄຈກໍພົບວ່າຊາອູ່ຫລົງເປັນໂຕຊ່ວຍໜຶ່ງໃນການຫລຸດຄວາມຕຸ້ຍໄດ້, ແຕ່ກໍບໍ່ໄດ້ຫລາຍປານໃດ ແລະ ບໍ່ແມ່ນທາງລັດ ຫລື ຄຳຕອບສຸດທ້າຍສຳລັບຄວາມຈ່ອຍແນ່ນອນ ຄວນຫັນກັບມາຫາການຄວບຄຸມອາຫານ ແລະ ການອອກກຳລັງກາຍ ຈຶ່ງໜ້າຈະໄດ້ຜົນຫລາຍກ່ວາ ແລະ ໄວກ່ວານຳອີກ.

ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ -    AD conten website - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້
ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ - lattana banner - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້
ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້ - lattana banner 1 - ຢາກຈ່ອຍລົງ ການດື່ມຊາອູ່ຫລົງອາດຊ່ວຍທ່ານໄດ້
error: Alert: ເນື້ອຫາຂ່າວມີລິຂະສິດ !!