ຕົ້ນໄມ້ ຊ່ວຍຊີວິດ !

ຕົ້ນໄມ້ ຊ່ວຍຊີວິດ ! - 7744 - ຕົ້ນໄມ້ ຊ່ວຍຊີວິດ !
ຕົ້ນໄມ້ ຊ່ວຍຊີວິດ ! - Untitled design 1 - ຕົ້ນໄມ້ ຊ່ວຍຊີວິດ !

ພວກເຮົາໄດ້ຮຽນຮູ້ວ່າ ປະຊາຊົນຈຳນວນຫຼາຍ ລອດຊີວິດຈາກເຫດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ເນື່ອງຈາກການອາໄສຕົ້ນໄມ້, ພວກເຮົາຄວນສະແດງຄວາມຮູ້ບຸນຄຸນຕົ້ນໄມ້ແນວໃດ?

ນາງ ໄທແກ້ວ ຜູ້ຊຶ່ງອາຍຸໄດ້ປະມານ 6 ປີ ໜຶ່ງໃນຜູ້ລອດຊີວິດ ຈາກເຫດການດັ່ງກ່າວ ໃຫ້ສໍາພາດວ່າ: ລາວເອງເອົາຊີວິດ ຢູ່ລອດໄດ້ຍ້ອນ ອາໄສຕົ້ນໄມ້ໝົດຄືນ, ນາງໄດ້ເລົ່າຕອນ ໜຶ່ງວ່າ “ຕົ້ນໄມ້ນ້ອຍ ຊ່ວຍຊີວິດຫຼານ, ຖ້າຕົ້ນໄມ້ຕົ້ນນັ້ນຫັກ ຫຼານຄົງເອົາຊີວິດບໍ່ລອດ”. ຊາວບ້ານອີກທ່ານໜຶ່ງທີ່ເລົ່າເຫດການ ຕອນລອດຊີວິດນັ້ນ ລາວອາໄສຕົ້ນໝາກຄໍ້ ເພື່ອເປັນບ່ອນເພິ່ງພາໝົດຄືນ ຈົນສອດແຈ້ງຈຶ່ງມີຄົນເອົາເຮືອມາຮັບເອົາ. ທ່ານນາຍບ້ານ ທ່າແສງຈັນ ໜຶ່ງໃນບ້ານທີ່ໄດ້ຮັບເສຍຫາຍໜັກ ກໍເວົ້າວ່າ “ຕອນເຊົ້າກໍໄດ້ໄປເລາະເອົາ ຄົນທີ່ລອດຊີວິດຕາມຕົ້ນໄມ້”.

ຕົ້ນໄມ້ ຊ່ວຍຊີວິດ ! - Visit Laos Visit SALANA BOUTIQUE HOTEL - ຕົ້ນໄມ້ ຊ່ວຍຊີວິດ !

ນັ້ນສະແດງວ່າ, ຕົ້ນໄມ້ກາຍເປັນທີ່ເພິ່ງພາ ໃນເວລາປະສົບໄພ ໄດ້ຢ່າງດີ, ບໍ່ວ່າຕົ້ນໄມ້ນ້ອຍ ຫຼື ໃຫຍ່ກໍລ້ວນແລ້ວແຕ່ເຕັມໃຈໃຫ້ຜູ້ຄົນອາໄສໃນເວລາທີ່ພົບກັບເຫດຮ້າຍແບບນີ້.

ພວກເຮົາລອງຈິນຕະນາການວ່າ ຖ້າລຸ່ມເຂື່ອນເຊປຽນ ເຊນໍ້ານ້ອຍ ນັ້ນເປົ່າແປນ ປາສະຈາກຕົ້ນໄມ້ ຫຼື ມີຕົ້ນໄມ້ໜ້ອຍດຽວ ພວກເຮົາຈະມີຄວາມຫວັງ ຫາຜູ້ທີ່ຈະເອົາຊີວິດລອດໄດ້ແນວໃດ, ພວກເຮົາເຫັນການໃຫ້ສຳພາດຂອງປະຊາຊົນ ຜູ້ລອດຊີວິດ ແກ່ສຳນັກຂ່າວຕ່າງໆ, ບໍ່ວ່າເປັນທາງການ ຫຼື ເປັນນັກຂ່າວຊາວບ້ານ ຕ່າງກໍໄດ້ພັນລະນາເຖິງການອາໄສຕົ້ນໄມ້ ເພື່ອຈະມີຊີວິດລອດ ຈົນຊອດແຈ້ງແຫ່ງຄໍ່າຄືນທີ່ຝັນຮ້າຍຂອງພວກເຂົາໄດ້.

ເພາະສະນັ້ນ, ບັນດາຕົ້ນໄມ້ເຫຼົ່ານັ້ນອາດກຳລັງຄຽດຂົມ ກໍເປັນໄດ້ຖ້າພວກເຮົາບໍ່ໃຫ້ຄວາມສຳຄັນ ຫຼື ຍົກຍ້ອງພວກເພິ່ນແດ່, ຜ່ານມາພວກເຮົາຖືກສອນກັນວ່າ ການມີຕົ້ນໄມ້ຫຼາຍສາມາດປ້ອງກັນໄພນໍ້າຖ້ວມ, ໄພແຫ້ງແລ້ງ, ໃຫ້ຄວາມຊຸ່ມຊື່ນໄດ້, ແຕ່ຕອນນີ້ ພວກເຮົາຍັງເຫັນບົດບາດຂອງຕົ້ນໄມ້ ເປັນຜູ້ໃຫ້ທີ່ເພິ່ງຍາມເຫດເຂື່ອນແຕກ ອີກດ້ວຍ.

ເມື່ອເປັນເຊັ່ນນັ້ນ, ຈຶ່ງເຫັນວ່າການປົກປັກຮັກສາປ່າໄມ້ ແມ່ນວຽກງານທີ່ພວກເຮົາຄວນເຮັດຢ່າງຈິງຈັງ ດັ່ງຄວາມຕັ້ງໃຈຂອງລັດຖະບານຊຸດນີ້ ຄືດັ່ງເນື້ອໃນ ທີ່ລະບຸໄວ້ໃນ “ຄຳສັ່ງນາຍົກ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດ” ລົງວັນທີ 13 ພຶດສະພາ 2016, ໃນຄຳສັ່ງດັ່ງກ່າວລະບຸໄວ້ວ່າ “ໃນເຂດພັດທະນາ ກໍ່ສ້າງພື້ນຖານໂຄງລ່າງ,  ເຂດຂຸດຄົ້ນແຮ່ທາດ ແລະ ເນື້ອທີ່ທຳການຜະລິດຕ່າງໆ ທີ່ລັດຖະບານຍັງບໍ່ທັນໄດ້ອະນຸມັດ ແມ່ນຫ້າມບໍ່ໃຫ້ດຳເນີນການສຳຫຼວດ ແລະ ຂຸດຄົ້ນໄມ້ຢ່າງເດັດຂາດ”.

ເຖິງວ່າ ຂະບວນການລັກລອບຕັດໄມ້, ທຳລາຍປ່າໄມ້ ຈະຫຼຸດລົງຫຼາຍ ແຕ່ກໍຍັງເຫັນເປັນໄລຍະ, ເຊິ່ງພວກເຮົາຄວນເພີ່ມຄວາມເຂັ້ມງວດກວດຂັນຢ່າງຄັກແນ່, ບໍ່ດັ່ງນັ້ນ ປ່າໄມ້ພວກເຮົາກໍຈະຄ່ອຍໆສູນຫາຍໄປ, ຖ້າເປັນເຊັ່ນນັ້ນ ເມື່ອເກີດໄພພິບັດຂຶ້ນ ພວກເຮົາຈະໃຫ້ປະຊຊົນອາໄສຕົ້ນໄມ້ຢູ່ໃສ, ມາຮອດນີ້ ຈຶ່ງຄິດພໍ້ຄຳເວົ້າ ຂອງພໍ່ລຸງ ທອງຄູນ ທອງສຸກໄສ ແນວໂຮມບ້ານ ພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື ເຄີຍເວົ້ານຳຜູ້ຂຽນໃນເວລາລົງເຮັດນຳເພິ່ນ ເມື່ອເດືອນກໍລະກົດ ປີ 2017 ຜ່ານມາວ່າ “ລູກເອີຍ ປ່າໄມ້ແມ່ນສຸດແສນສຳຄັນຕໍ່ຊີວິດຂອງປະຊາຊົນ, ມີປ່າໄມ້ຈຶ່ງມີຊີວິດ”

ເມື່ອຄິດເບິ່ງແລ້ວກໍຫາກແມ່ນຄວາມພໍ່ລຸງ ທອງຄູນ ແທ້ໆ, ເພາະສະນັ້ນ ພວກເຮົາມາຮັກສາ ແລະ ຟື້ນຟູປ່າໄມ້, ຟື້ນຟູຊີວິດຂອງປະຊາຊົນນຳກັນເທາະ!

ຕົ້ນໄມ້ ຊ່ວຍຊີວິດ ! - lattana banner 1 - ຕົ້ນໄມ້ ຊ່ວຍຊີວິດ !
ຕົ້ນໄມ້ ຊ່ວຍຊີວິດ ! -    AD conten website - ຕົ້ນໄມ້ ຊ່ວຍຊີວິດ !
ຕົ້ນໄມ້ ຊ່ວຍຊີວິດ ! - lattana banner - ຕົ້ນໄມ້ ຊ່ວຍຊີວິດ !
error: Alert: ເນື້ອຫາຂ່າວມີລິຂະສິດ !!