ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ

ລາວປະດັບຫລຽນໄຊພັດທະນາຊັ້ນ iii ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ - Coin - ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ
ລາວປະດັບຫລຽນໄຊພັດທະນາຊັ້ນ iii ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ - kitchen vibe - ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ

ເມື່ອບໍ່ດົນມານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ແກ່ທ່ານ ດຣ ກີໂດ ກຳປາຣີ (Dr. Guido Josef Kappeli) ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈໍາສະມະພັນທະລັດສະວິດ, ເພື່ອເປັນການສະແດງຄວາມຍ້ອງຍໍ ແລະ ຂອບໃຈຕໍ່ຜົນງານຂອງຜູ້ກ່ຽວຕະຫລອດໄລຍະການປະຕິບັດຫນ້າທີ່. ທ່ານ ດຣ. ກີໂດ ກໍາປາຣີ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການຊຸກຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະວິດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ, ອັນພົ້ນເດັ່ນທີ່ສຸດທ່ານ ດຣ ກໍາປາຣີ ໄດ້ຂົນຂວາຍ, ລະດົມທຶນ ແລະ ໃຊ້ເງິນສ່ວນຕົວເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ ສປປ ລາວ. ດ້ານການສຶກສາໄດ້ປະກອບສ່ວນສ້າງໂຮງຮຽນປະຖົມ ແລະ ມັດທະຍົມຈຳນວນ 16 ຫລັງ, ສຸກສາລາ, ນໍ້າບາດານ, ບ່ອນຫລິ້ນກິລາຢູ່ເຂດຫ່າງໄກສອກຫລີກ. ນອກນີ້, ຍັງໄດ້ຍົກລະດັບບຸກຄະລາກອນໂດຍໄດ້ປະກອບທຶນໃຫ້ຄູອາຈານໄປຝຶກອົບ ຮົມດ້ານພາສາອັງກິດຢູ່ສະວິດ, ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວເຮົາດ້ວຍການຊ່ວຍເຫລືອດ້ານທຶນຮອນໃຫ້ນັກຮ້ອງ-ນັກຟ້ອນລາວໄປສະແດງໃນໂອກາດສະເຫລີມສະຫລອງປີໃຫມ່ລາວຢູ່ປະເທດສະວິດ ແລະ ເຂດໃກ້ຄຽງຊາຍແດນປະເທດຝຣັ່ງ. ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ທ່ານກົງສຸນກິດຕິມະສັກໄດ້ສົ່ງເສີມ ແລະ ໂຄສະນາໃຫ້ນັກທ່ອງທ່ຽວໄດ້ມາທ່ອງທ່ຽວລາວ ແລະ ໄດ້ອຳນວຍຄວາມສະດວກໃຫ້ຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄປເຄື່ອນໄຫວເຂົ້າຮ່ວມງານວາງສະແດງໂລກ World Milano Expo ຢູ່ປະເທດອິຕາລີ ໃນໄລຍະຜ່ານມາ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຜົນງານ ແລະ ຜົນສຳເລັດຂອງທ່ານ ດຣ ກິໂດ ກຳປາຣີ ໃນຖານະເປັນກົງສຸນກິດຕິມະສັກ ສປປ ລາວ ປະຈຳສະມາພັນທະລັດສະວິດ ແລະ ຫວັງຢ່າງຍິ່ງວ່າທ່ານກົງສຸນກິດຕິມະສັກຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບຂອງສອງປະເທດລະຫວ່າງ ລາວ-ສະວິດ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື່ອຍໆ.

 

ລາວປະດັບຫລຽນໄຊພັດທະນາຊັ້ນ iii ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ - 4 - ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ
ລາວປະດັບຫລຽນໄຊພັດທະນາຊັ້ນ iii ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ - 3 - ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ
ລາວປະດັບຫລຽນໄຊພັດທະນາຊັ້ນ iii ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ - 5 - ລາວປະດັບຫລຽນໄຊພັດທະນາຊັ້ນ III ໃຫ້ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳ ສະມາພັນທະລັດສະວິດ