ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ

ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - Float - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ
ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - Untitled design 1 - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ

ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - 39515059 2153527308306087 8048529500205481984 o - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ

ຜູ້​ປະກອບ​ການ ​ແລະ ​ເຈົ້າຂອງ​ຮ້ານ​ຂາຍ​ເຄື່ອງ​ຢູ່​ເຂດ​ເສດຖະກິດ​ສວນ​ນາກຄະລາ​ດ​ແຄມ​ຂອງ ​ເຂດ​ບ້ານ​ວັດ​ຈັນ ​ເມືອງ​ຈັນທະ​ບູລີ ຈຳນວນ​ຫລາຍ​ໄດ້​ພາກັນ​ເລັ່ງຂົນ​ຍ້າຍ​ວັດຖຸ​ຊັບ​ສິນ​ມີຄ່າ​ອອກ​ຈາກ​ເຂດ​ດັ່ງກ່າວ, ຫລັງ​ຈາກ​ນ້ຳຂອງ​ໄດ້​ໄຫລ​ເຂົ້າຖ້ວມ​ບໍລິ​ເວນ​ດັ່ງກ່າວ​ໃນ​ວັນ​ທີ 19 ສິງຫາ​ຜ່ານ​ມາ. ນອກ​ນີ້ ຍັງ​ມີຫລາຍ​ຈຸດ​ທີ່​ເປັນ​ພື້ນທີ່​ຕໍ່າ​ລຽບ​ຕາມ​ແຄມ​ນ້ຳຂອງ​ກໍ​ມີນ້ຳຍຶ່ງຂຶ້ນຖ້ວມ​ແລ້ວ​ເຊັ່ນ: ​ເຂດ​ເມືອງ​ສັງ​ທອງ, ​ເມືອງ​ຫາດ​ຊາຍ​ຟອງ ​ແລະ ຄາດ​ວ່າ​ລະດັບ​ນ້ຳຂອງ​ອາດ​ຈະ​ສູງ​ຂຶ້ນອີກ​ໃນ 2-3 ວັນ​ຕໍ່ໜ້າ. ຕໍ່​ສະພາບ​ດັ່ງກ່າວ ຫ້ອງ​ວ່າການ​ນະຄອນ ຫລວງ​ວຽງ​ຈັນ​ໄດ້​ອອກ​ແຈ້ງ​ການ​ໃຫ້​ຊາວ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ຜູ້​ທີ່​ອາ​ໄສ​ຢູ່​ລຽບ​ຕາມ​​ແມ່ນ້ຳຂອງ​ໄດ້​ກະກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ໄພ​ນ້ຳຖ້ວມ​ຕະຫລອດ 24 ຊົ່ວ​ໂມງ, ຫລັງ​ຈາກ​ລະດັບ​ນ້ຳຂອງ​ໄດ້​ເພີ່ມ​ຂຶ້ນຮອດ 11,20 ​ແມັດ (​ເກີນ​ເຂດ​ເຕືອນ​ໄພ) ​ແລະ ​ເຂດ​ອັນຕະລາຍ​ແມ່ນ 12,50 ​ແມັດ ​ໂດຍ​ມອບ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ຄື: ​ໃຫ້​ຄະນະ​ກຳມະການ​ຄວບ​ຄຸມ​ໄພພິບັດ​ຂັ້ນນະຄອນຫລວງ​ເອົາ​ໃຈ​ໃສ່​ຕິດຕາມ​, ຊີ້​ນຳ ​ແລະ ກະກຽມ​ຊ່ວຍ​ເຫລືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ນ້ຳຖ້ວມ, ມອບ​ໃຫ້​ພະ​ແນ​ກກະສິກຳ-ປ່າ​ໄມ້​ນະຄອນຫລວງ​ຕິດຕາມ​ກວດກາ​ປະຕູ​ນ້ຳທຸກ​ຈຸດ, ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ກວດກາ​ເສັ້ນທາງ​ທີ່​ອາດ​ຖືກ​ນ້ຳຖ້ວມ​ຕັດຂາດ ​ແລະ ສົມທົບ​ກັບ​ຫ້ອງການ​ຄຸ້ມ​ຄອງ-ບໍລິຫານ​ຕົວ​ເມືອງ​ວຽງ​ຈັນ​ກວດກາ​ຄອງ​ລະບາຍ​ນ້ຳຈຸດ​ຕ່າງໆ​ໃຫ້​ລະບາຍ​ນ້ຳ​ໄດ້​ສະດວກ​ບໍ່​ອັ່ງ​ຂັງ. ນອກ​ນີ້ ມອບ​ໃຫ້​ບັນດາ​ເມືອງ​ທີ່​ຕິດ​ແມ່ນ້ຳຂອງ ​ແລະ ສາຂາ​ແມ່ນ້ຳຂອງ​ອອກ​ແຈ້ງ​ເຕືອນ​ປະຊາຊົນ​ຂອງ​ຕົນ​ທີ່​ອາ​ໄສ, ດຳ​ເນີນ​ທຸລະ​ກິດ ​ແລະ ​ເຄື່ອນ​ໄຫວ​ຢູ່​ລຽບ​ຕາມ​ແຄມ​ແມ່ນ້ຳຂອງ ​ແລະ ສາຂາ​ແມ່ນ້ຳຂອງ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ຢູ່​ພື້ນທີ່​ຕໍ່າ​ສ່ຽງ​ຕໍ່​ການ​ເກີດ​ນ້ຳຖ້ວມ ຈົ່ງ​ມີ​ສະຕິ​ເອົາ​ໃຈ​ໃສ່​ຕິດຕາມ​ລະດັບ​ນ້ຳ ​ແລະ ຂໍ​ໃຫ້​ເກັບ​ມ້ຽນ​ວັດຖຸ​ສິ່ງ​ຂອງ ​ແລະ ສັດລ້ຽງ​ໄປ​ໄວ້​ບ່ອນ​ສູງ​ປອດ​ໄພ ​ແລະ ຫ້າມ​ລູກ​ຫລານ​ບໍ່​ໃຫ້​ລົງ​ຫລິ້ນຕາມ​ແຄມ​ນ້ຳ. ນອກ​ນີ້ ມອບ​ໃຫ້​ບັນດາ​ເມືອງ​ລະດົມ​ກຳລັງ ປກສ-ປກຊ ​ແລະ ຊາວ​ໜຸ່ມ​ແຕ່​ລະ​ບ້ານ​ໃນ​ການ​ຮ່າຍ-ລຳລຽງ​ດິນຊາຍ​ໄປ​ຈຸດ​ກັ້ນຄູ​ກັນນ້ຳ.

ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - Visit Laos Visit SALANA BOUTIQUE HOTEL - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ

ຕາມ​ການ​ລາຍ​ງານ​ຂອງ​ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃນ​ວັນ​ທີ 20 ສິງຫາ​ນີ້ ​ໃຫ້​ຮູ້​ວ່າ: ລະດັບ​ນ້ຳຂອງ ​ແລະ ນ້ຳ​ໄຫລ​ເຂົ້າອ່າງ​ນ້ຳງື່ມ​ໃນ​ວັນ​ທີ 21-22 ສິງຫາ​ນີ້ ຈຸດ​ວັດ​ແທກ​ຂອງ​ຫລວງ​ພະ​ບາງ​ຈະ​ມີ​ລະດັບ 16,35 ​ແມັດ, ວຽງ​ຈັນ (ຫລັກ 4) 12,22 ​ແມັດ, ປາກ​ຊັນ 14,13 ​ແມັດ, ທ່າ​ແຂກ 12,99 ​ແມັດ, ສະຫວັນ​ນະ​ເຂດ 10,74 ​ແມັດ, ປາກ​ເຊ 11,84 ​ແມັດ, ມະຫາ​ໄຊ (​ເຊບັ້ງ​ໄຟ) 15,21 ​ແມັດ, ຂົວ​ເຊບັ້ງ​ໄຟ 20,62 ​ແມັດ ​ແລະ ໜ້າ​ເຂື່ອນ​ນ້ຳງື່ມ 211,82 ​ແມັດ.

ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - lattana banner 1 - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ
ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ -    AD conten website - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ
ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ - lattana banner - ລະດັບ​ນ້ຳຂອງ​ສືບ​ຕໍ່​ເພີ່ມ​ຂຶ້ນນະຄອນຫລວງ​ເຕືອນ​ປະຊາຊົນ​ກຽມ​ຮັບ​ມືນ້ຳຖ້ວມ
error: Alert: ເນື້ອຫາຂ່າວມີລິຂະສິດ !!