ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018

ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 - 39935756 229735731025635 4509266566134628352 n - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018
ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 - Untitled design 1 - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018

ຄະນະຄູຝຶກທີມຊາດລາວ U 12 ພໍໃຈຕໍ່ຜົນງານທີ່ຍາດໄດ້ແຊ້ມໃນການແຂ່ງຂັນບານ​ເຕະຊູງຊີງລີງຄັບ 2018 ທີ່ ສປ ຈີນ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 11-18 ສິງຫາຜ່ານມານີ້ ພ້ອມທັງຈະສືບຕໍ່ພັດທະນານັກກິລາຮຸ້ນສືບທອດໃຫ້ກ້າວເປັນນັກກິລາມືອາຊີບໃນອະນາຄົດ.

ທ່ານ ອາລ໋ອບ ມະນີບົດ ປະທານອາຄາເດມີ ລ໋ອບສະເຕດ້ຽມ ທັງເປັນຄະນະຄູຝຶກທີມຊາດລາວ U 12 ໄດ້ແຊ້ມທີ່ ສປ ຈີນ ໃຫ້ສໍາພາດວ່າ: ປັດຈຸບັນພວກເຮົາໄດ້ເປີດສອນນັກກິລາຮຸ້ນສືບທອດທຸກໆວັນເສົາ-ທິດ ເວລາ 7:30-11:00 ໂມງເຊົ້າ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ເຊິ່ງພວກເຮົາເປີດສອນມີ 3 ລຸ້ນຄື: ລຸ້ນອາຍຸ 5-8 ປີ, 8-12 ປີ ແລະ 12-14 ປີ ໂດຍຈະເນັ້ນທັກສະການຫລິ້ນໃຫ້ມີຄວາມເປັນມືອາຊີບ ພ້ອມທັງກ້າວເປັນນັກກິລາທີມຊາດໃນອະນາຄົດ ເພື່ອພັດທະນາວົງການກິລາບ້ານເຮົາໃຫ້ກ້າວສູ່ເວທີສາກົນອີກຄັ້ງ.

ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 - Visit Laos Visit SALANA BOUTIQUE HOTEL - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018

ທ່ານ ອາລ໋ອບ ມະນີບົດ ຍັງກ່າວອີກວ່າ: ເພື່ອເປັນການພັດທະນາກິລາລາວເຮົາຕ້ອງປູກຈິດສໍານຶກນັກກິລາແຕ່ຍັງນ້ອຍ ທີ່ມີຄວາມຮັກມັກດ້ານກິລາບານເຕະຈຶ່ງຈະເຮັດໃຫ້ມີພະລະກໍາລັງ ແລະ ຄວາມແຂງແກ່ນທາງດ້ານຮ່າງກາຍ, ມີຄວາມພ້ອມຢູ່ຕະຫລອດເວລາ.

ອາຄາເດມີ ລ໋ອບສະເຕດ້ຽມ ໄດ້ຮັບການສ້າງຂຶ້ນແຕ່ປີ 2016 ແລະ ໄດ້ເຄື່ອນໄຫວເຂົ້າຮ່ວມລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ. ປີ 2017 ຍາດໄດ້ອັນດັບທີ 3 ໃນການແຂ່ງຂັນຊູງຊີງລີງຄັບ 2017, ສ່ວນປີ 2018 ໄດ້ເປັນແຊ້ມລາຍການຊູງຊີງລີງຄັບ 2018.

ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 -    AD conten website - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018
ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 - lattana banner 1 - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018
ຄະນະຄູຝຶກ u 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018 - lattana banner - ຄະນະຄູຝຶກ U 12 ລາວ ສືບຕໍ່ພັດທະນາ ຫລັງໄດ້ແຊ້ນຊູງຊີງລີງຄັບ 2018
error: Alert: ເນື້ອຫາຂ່າວມີລິຂະສິດ !!