ໂມດຣິກ, ໂຣນັລໂດ້ ແລະ ຊາລາ ເຂົ້າຊີງລາງວັນ ນັກເຕະດີເດັ່ນ UEFA 2017-18

ລູກ້າ ໂມດຣິກ (Luka Modrić) ກອງກາງຈາກ ຣີລ ມາດຣິດ ທີມຊາດໂຄຣເອເຊຍ ເຈົ້າຂອງລາງວັນນັກເຕະດີເດັ່ນບານໂລກ 2018 ທີ່ນຳທີມຊາດໂຄຣເອເຊຍ ຍາດໄດ້ອັນດັບ 2 ບານໂລກຄັ້ງທຳອິດ ແລະ ນຳສະໂມສອນຕົ້ນສັງກັດ ຣີລ ມາດຣິດ ຄວ້າແຊ້ມຢູຟາ ແຊ້ມປ້ຽນລີກ 3 ສະໄໝຊ້ອນ ມາຕິດ 1 ໃນ 3 ສຸດທ້າຍຄັ້ງທຳອິດ.
ຂະນະທີ່ ຄຣິສເຕຍໂນ ໂຣນັລໂດ (Cristiano Ronaldo) ຫົວຫນ້າທີມຊາດໂປຕຸເກດ, ອະດີດກອງໜ້າຣີລ ມາດຣິດ ກອງໜ້າໃໝ່ຂອງຢູເວັນຕຸສ ເຂົ້າຊີງລາງວັນນີ້ ເປັນລະດູການທີ 8 ຕິດຕໍ່ກັນ, ເຄີຍໄດ້ລາງວັນນີ້ 3 ຄັ້ງ 2013-14, 2015-16, 2016-17 ຜົນງານເດັ່ນກັບສັງກັດເກົ່າ ຣີລ ມາດຣິດ ໃນະດູການຜ່ານມາ ນຳທີມປ້ອງກັນແຊ້ມຢູຟາ ແຊ້ມປ້ຽນລີກ 3 ສະໄຫມຊ້ອນ ແລະ ເປັນດາວຍິງສູງສຸດ 6 ລະດູການຊ້ອນ.
ສ່ວນ ໂມຮາເມັດ ຊາລາ (Mohamed Salah) ເຂົ້າຊີງລາງວັນນີ້ເປັນຄັ້ງທຳອິດ ແລະ ເປັນຄົນເອຢິບຄົນທຳອິດເຂົ້າຊີງ ດ້ວຍຜົນງານທີ່ໂດດເດັ່ນໃນລະດູການທຳອິດ ກັບຕົ້ນສັງກັດໃໝ່ ລີເວີພູລ ຍິງ 44 ປະຕູ ນຳທີມເຂົ້າຊີງ ຢູຟາ ແຊ້ມປ້ຽນລີກ ລະດູການ 2017-18.
ທັງ 3 ຄົນ ຖືກເລືອກໂດຍຄູຝຶກ 80 ສະໂມສອນໃນຢູຟາ ແຊ້ມປ້ຽນລີກ ແລະ ຢູໂຣປາລີກ ແລະ ນັກຂ່າວທີ່ເປັນສະມາຊິກຂອງສະຫະພັນບານເຕະເອີຣົບ (UEFA) 55 ສຳນັກ, ໂດຍການປະກາດລາງວັນຈະມີຂຶ້ນໃນວັນທີ 30 ສິງຫາ 2018 ທີ່ໂມນາໂກ ເປັນມື້ດຽວກັບການຈັບສະຫລາກບານເຕະ ຢູຟາ ແຊ້ມປ້ຽນລີກ ຮອບແບ່ງກຸ່ມລະດູການໃໝ່ 2018-19.