ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ

ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ - news jeWvrtujyS141541 533 - ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ
ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ - Untitled design 1 - ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ

ກຸ່ມ​ຕາ​ລີ​ບັນ​ບໍ່​ຮັບ​ຂໍ້​ຮຽກຮ້ອງ​ຢຸດ​ຍິງ​ຂອງ​ລັດຖະບານ​ອັບ​ກາ​ນິດ​ສະຖານ, ຂະນະ​ທີ່​ເກີດ​ເຫດ​ຕໍ່ສູ້​ຄັ້ງ​ໃໝ່​ລະຫວ່າງ​ເຈົ້າໜ້າ​ທີ່​ຝ່າຍ​ຄວາມ​ໝັ້ນຄົງ​ກັບ​ກຸ່ມ​ຄົນ​ຮ້າຍ​ຍັງ​ບໍ່​ຮູ້​ຝ່າຍ ບໍລິ​ເວນ​ມັດ​ສະ​ຢິດ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ກາ​ບູນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ໂດຍ​ອ້າງ​ຂໍ້​ມູນ​ຈາກ​ແຫ​ລ່ງຂ່າວ​ລະດັບ​ສູງ 2 ຄົນ​ໃນ​ກຸ່ມ​ຕາ​ລີ​ບັນ ​ເປີດ​ເຜີຍ​ກັບ​ສຳນັກ​ຂ່າວຣອຍ​ເຕີ​ວ່າ: ທ່ານ ​ໄຮ​ບາ​ດຸລ​ເລາະ ອັດ​ຮຸນ​ຊາ​ດາ ຜູ້ນຳ​ສູງ​ສຸດ​ຂອງ​ກຸ່ມ​ຕາ​ລີ​ບັນ ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ປະທານາທິບໍດີ ອັດ​ຣາຟ ກາ​ນີ ​ໃນ​ການ​ຢຸດ​ຍິງ “ຊົ່ວຄາວ” ຄັ້ງ​ໃໝ່​ກັບ​ກຸ່ມ​ຕາ​ລີ​ບັນ ນັບ​ແຕ່​ວັນ​ທີ 20 ສິງຫາ​ຜ່ານ​ມາ ​ເຊິ່ງ​ເປັນ​ວັນ​ສະ​ເຫລີ​ມສະຫລອງວັນ​ສະຖາປະນາ​ອັບ​ກາ​ນິດ​ສະຖານ ​ຄົບຮອບ 99 ປີ.

ກຸ່ມ​ຕາ​ລີ​ບັນ​ໃຫ້​ເຫດຜົນ​ຂອງ​ການ​ປະຕິ​ເສດ​ຂ້ໍ​ສະ​ເໜີ​ດັ່ງກ່າວ​ວ່າ: ການ​ຕອບ​ຮັບ​ອາດ​ເປີດ​ໂອກາດ​ໃຫ້ “ກອງທັບ​ຕ່າງປະ​ເທດ” ຂະຫຍາຍ​ໄລຍະ​ເວລາ​ປະຈຳການ​ຢູ່​ອັບ​ກາ​ນິດ​ສະຖານ​ຕໍ່​ໄປ​ອີກ.

​ໃນ​ເວລາ​ດຽວ​ກັນ, ມີ​ລາຍ​ງານ​ການ​ຍິງ​ຈະ​ຫລວດ​ຢ່າງ​ໜ້ອຍ 9 ລູກ ​ເຂົ້າ​ໃສ່​ບໍລິ​ເວນ ​ເຊິ່ງ​ເປັນ​ສະຖານ​ທີ່​ຕັ້ງຂອງ​ສະຖານ​ເອກ​ອັກຄະ​ລັດຖະທູດ ​ແລະ ສຳນັກງານ​ຂອງ​ອົງການ​ສາກົນ ​ໃນ​ນະຄອນຫລວງ​ກາ​ບູນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັບ​ກາ​ນິດ​ສະຖານ​ເປີດ​ເຜີຍ​ຂໍ້​ມູນ​ໃນ​ເບື້ອງຕົ້ນວ່າ: ກຸ່ມ​ຄົນ​ຮ້າຍ​ຍັງ​ບໍ່​ຮູ້​ແນ່ນອນ​ວ່າ​ເປັນ​ຝ່າຍ​ໃດ ຢຶດອາຄານ​ຫລັງ​ໜຶ່ງ​ເຊິ່ງຕັ້ງຢູ່​ໃກ້​ກັບ​ມັດສະ​ຢິດ ​ແລ້ວ​ລະດົມ​ຍິງ​ຈະ​ຫລວດ​ອອກ​ມາ ສົ່ງ​ຜົນ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຈຳນວນ​ໜຶ່ງ. ທັງ​ນີ້ ມັດສະ​ຢິດດັ່ງກ່າວ​ຕັ້ງຢູ່​ບໍ່​​ໄກ​ຈາກ​ທຳນຽບປະທານາທິບໍດີ.

ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ -    AD conten website - ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ
ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ - lattana banner - ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ
ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ - lattana banner 1 - ຕາລີບັນປະຕິເສດຂໍ້ສະເໜີຢຸດຍິງ ຂອງລັດຖະບານອັບການິດສະຖານ
error: Alert: ເນື້ອຫາຂ່າວມີລິຂະສິດ !!