ກະຊວງສຶກສາຫາລືຜ່ານຮ່າງຂອບການປະເມີນຜົນການສຶກສາສາຍສາມັນ
ເມື່ອວັນທີ 17 ສິງຫາ ຜ່ານມາ, ກະຊວງສຶກສາ ທິການ ແລະ ກິລາ, ໄດ້ຈັດ ກອງປະຊຸມຜ່ານຮ່າງຂອບ ການປະເມີນຜົນການສຶກ ສາສາຍສາມັນ, ໂດຍການ ເປັນທານຮ່ວມຂອງທ່ານ ຄໍາຜາຍ ສີສະຫວັນ ຮອງ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ແລະ ທ່ານ ມຽວ ຈິນມຽນ ຜູ້ ຕາງໜ້າ ອົງການຢູນີເຊັບ (UNICEF), ມີຜູ້ອໍານວຍ ການສະຖາບັນ, ສູນ, ກົມ, ຄະນະຮັບຜິດຊອບວຽກ ງານກ່ຽວຂ້ອງ, ວິຊາການ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອປຶກສາ ຫາລື ແລກປ່ຽນຄໍາເຫັນກ່ຽວຄູ່ ມືໃນການຈັດຕັ້ງປະຕິບັດ ຂອບການປະເມີນຜົນ (ລວມ ທັງຮູບແບບ, ໂຄງສ້າງ ແລະ ເນື້ອໃນ) ທີ່ຈໍາເປັນໃນການ ວາງແຜນງົບປະມານສໍາ ລັບການຈັດຕັ້ງປະຕິບັດ. ນອກນີ້, ຍັງເປັນການຂໍຄໍາ ເຫັນ ແລະ ຄວາມເປັນເອກະ ພາບກ່ຽວກັບການສ້າງຂອບ ການປະເມີນຜົນການຮຽນ ສໍາລັບການສຶກສາຂອງ ລາວ ເພື່ອສ້າງເປັນລະບົບ ສົມບູນຕໍ່ໄປ.
+ ຍົກລະດັບວຽກງານການສຶກສາໃຫ້ຄູທົ່ວເມືອງໄຊພູທອງ
+ ກະຊວງສຶກສາຈະສູ່ຊົນເພີ່ມອັດຕາເຂົ້າຮຽນລວມຊັ້ນ ມປາຍ ໃຫ້ສູງຂຶ້ນ
ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການ ນໍາສະເໜີຮ່າງຂອງການ ປະເມີນຜົນ, ຜົນຂອງການ ຮຽນສໍາລັບສາມັນສຶກສາ; ປຶກສາຫາລື ແລະ ຕົກລົງ ເປັນເອກະພາບກ່ຽວກັບ ຂອບການປະເມີນຜົນ ແລະ ໄດ້ນໍາສະເໜີ ແລະ ລະດົມ ຄໍາເຫັນກ່ຽວກັບຄູ່ມີການ ຈັດຕັ້ງປະຕິບັດຂອບການ ປະເມີນຜົນ ການຮຽນສໍາລັບ ສາມັນສຶກສາ.