ສະມາຄົມມິດຕະພາບ ໂກຈິ-ລາວ ປະເທດຍີ່ປຸ່ນຢ້ຽມຢາມ ແລະ ເຮັດກິດຈະກຳສົ່ງເສີມການສຶກສາຢູ່ແຂວງວຽງຈັນ
ໃນອາທິດຜ່ານມາ, ສະມາຄົມມິດຕະພາບ ໂກຈິ- ລາວ ພ້ອມດ້ວຍຄູອາຈານ, ນັກສຶກສາມະຫາວິທະຍາ ໄລໂກຈິ ແລະ ນ້ອງນັກຮຽນ ມັດທະຍົມການຄ້າ ໂກຈິ ລວມ 31 ຄົນ ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນໂດຍໄດ້ ພົບປະກັບການນຳແຂວງ ຕ້ອນຮັບ ໂດຍ ທ່ານ ນາງ ຈັນແພງ ວິພາວັນ, ຄະນະປະ ຈຳພັກແຂວງ, ຫົວໜ້າພະ ແນກສຶກສາທິການ ແລະ ກິລາ ແຂວງວຽງຈັນພ້ອມດ້ວຍ ຄະນະ.
+ 3 ໂຮງຮຽນເປົ້າໝາຍ ສຳເລັດການຍົກລະດັບການສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ
+ ຍົກລະດັບວຽກງານການສຶກສາໃຫ້ຄູທົ່ວເມືອງໄຊພູທອງ
ໃນໂອກາດດັ່ງກ່າວ ສະ ມາຄົມມິດຕະພາບໂກຈິ-ລາວ ນຳພາໂດຍ ທ່ານ ອາຈານ ຮິໂຣເຊະ ຮິໂຣຮິເດ ຜູ້ປະສານ ງານຂອງສະມາຄົມ ກໍໄດ້ ລາຍງານສະພາບ ແລະ ແຈ້ງຈຸດປະສົງໃນການມາ ຢ້ຽມຢາມ ຫຼັກແມ່ນການ ເຮັດກິດຈະກຳສົ່ງເສີມການ ສຶກສາໃຫ້ບັນດາ ໂຮງຮຽນ ປະຖົມ 4 ແຫ່ງຄື:ໂຮງຮຽນ ປະຖົມໂພນເງິນ, ໂຮງຮຽນ ປະຖົມ ສ້າງໃຫຍ່, ໂຮງຮຽນ ປະຖົມໂພນໝີ ແລະ ໂຮງ ຮຽນປະຖົມບ້ານຂາມ ໂດຍ ສະມາຄົມດັ່ງກ່າວໄດ້ນຳພາ ນັກຮຽນ-ນັກສຶກສາຈາກ ຢີ່ປຸ່ນພານ້ອງນັກຮຽນ ຢູ່ ໂຮງຮຽນປະຖົມເຮັດກິດ ຈະກຳ, ພ້ອມທັງມອບອຸປະ ກອນການຮຽນ-ການສອນ ແລະ ວັດຖຸສິ່ງຂອງຮັບໃຊ້ ການສຶກສາຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນທັງ 4 ແຫ່ງ ດັ່ງກ່າວນັ້ນນັບແຕ່ ປີ 1995 ເປັນຕົ້ນມາ, ສະມາ ຄົມມິດ ຕະພາບໂກຈິ-ລາວ ໄດ້ໃຫ້ການຊ່ວຍເຫຼືອ ໃນການພັດທະນາການ ສຶກສາໃນ ຂັ້ນອະນຸບານ ແລະ ປະຖົມ ຢູ່ແຂວງວຽງ ຈັນທຸກໆປີ ແລະ ສືບຕໍ່ ມາຈົນຮອດປັດຈຸບັນ ລວມມູນຄ່າຫຼາຍ ກວ່າ 271.390 ໂດລາ ໂດຍ ສຸມໃສ່ການສ້າງພື້ນຖານ ໂຄງລ່າງອາຄານຮຽນ, ຫ້ອງນໍ້າ ແລະ ສິ່ງອຳ ນວຍຄວາມສະດວກ, ການສະໜອງອຸປະກອນ ຕ່າງໆ ເຂົ້າໃສ ການຮຽນ- ການສອນໃຫ້ມີປະສິດທິ ຜົນສູງ.
ພ້ອມກັນນັ້ນ, ກໍໄດ້ລົງ ຊຸກຍູ້ພື້ນຖານການຜະລິດ ເຂົ້າໜົມມັນຕົ້ນຢູ່ ບ້ານ ປ່ອງຊ່ອງ, ເມືອງຫີນເຫີບ ເພື່ອຊ່ວຍພັດທະນາຖົງ ຫຸ້ມຫໍ່ເຂົ້າໜົມມັນຕົ້ນ./.