ຊາວກະສິກອນຈີນໃຊ້ແມງສາບ ກຳຈັດຂີ້ເຫຍື້ອອາຫານ

ທ່ານ ຫລີ ຢານຫລົງ ເຈົ້າຂອງຟາມໃນເຂດຈາງສິວ ເມືອງຈີ້ໜານ ແຂວງເຫີໜານ ຂອງຈີນ ເຊິ່ງລ້ຽງແມງສາບອາເມລິກາ 300 ລ້ານໂຕ ໃຫ້ພວກມັນກິນເສດອາຫານປະມານ 15 ໂຕນຕໍ່ວັນ ຫລື 1 ໃນ 4 ຂອງປະລິມານຂີ້ເຫຍື້ອອາຫານໃນເຂດຈາງສິວ.
ລາຍງານລະບຸວ່າ: ຈີນຜະລິດຂີ້ເຫຍື້ອຈາກເສດອາຫານຢ່າງໜ້ອຍ 60 ລ້ານໂຕນຕໍ່ປີ ແລະ ສ່ວນຫລາຍຖືກກຳຈັດຜ່ານຂະບວນການໝັກ ທີ່ເປັນລະບົບທີ່ມີຕົ້ນທຶນສູງ ແລະ ບໍ່ມີປະສິດທິພາບ ເຊິ່ງສ້າງມົນລະພິດຕໍ່ສິ່ງແວດລ້ອມ.
ທ່ານ ຫລີ ກ່າວວ່າ: ປັດຈຸບັນນີ້ລາວມີແມງສາບນ້ຳໜັກປະມານ 300 ໂຕນແລ້ວ ແລະ ມີແຜນເພີ່ມເປັນປະມານ 4.000 ໂຕນ ເພື່ອໃຊ້ໃນການກຳຈັດຂີ້ເຫຍື້ອຈາກເສດອາຫານຈາກເຂດຈາງສິວ ແລະ ເມືອງໃກ້ຄຽງ 200 ໂຕນຕໍ່ວັນ.
ແມງສາບອາເມລິກາເປັນໜຶ່ງໃນສາຍພັນແມງສາບທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະມານ 4 ຊັງຕີແມັດ ແລະ ມີອາຍຸປະມານ 700 ວັນ. ນອກຈາກນັ້ນ ແມງສາບພັນນີ້ມັກຖືກໃຊ້ເປັນສ່ວນປະສົມຢາຈີນແຜນບູຮານ ເພື່ອປິ່ນປົວບາດແຜນ ແລະ ເນື້ອເຫຍື່ອ.
ໃນໄລຍະຜ່ານມາ, ທຸລະກິດຟາມແມງສາບໄດ້ແຜ່ຂະຫຍາຍໄປທົ່ວປະເທດຈີນ ສ່ວນຫລາຍເພື່ອຕອບສະໜອງຄວາມຕ້ອງການນຳໄປຜະລິດຢາ.
ຟາມແມງສາບຂະໜາດໃຫຍ່ທີ່ສຸດໃນໂລກຢູ່ເມືອງຊີຊາງ ແຂວງເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນ ເຊິ່ງເພາະພັນແມງສາບ 6.000 ລ້ານໂຕຕໍ່ປີ ສຳລັບອຸດສາຫະກຳການຢາ.