ການສືບສວນ-ສອບສວນສາເຫດຄູກັນນ້ຳເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຈະຮູ້ຜົນໃນຕົ້ນປີ 2019
ໃນຕອນເຊົ້າວັນທີ 21 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Prof. Dr. Schliess Anton J ຜູ້ຊ່ຽວຊານອາວຸໂສ ທັງເປັນປະທານກິຕິມະສັກ ອົງການເຂື່ອນສາກົນ ICOLD ພ້ອມດ້ວຍຄະນະວິສະວະກອນຕ່າງປະເທດ ໃນໂອກາດເດີນທາງມາຮ່ວມເຮັດວຽກກັບຄະນະສືບສວນຫາສາເຫດຄູກັນນ້ຳຂອງເຂື່ອນໄຟຟ້າເຊປຽນ–ເຊນ້ຳນ້ອຍແຕກພັງ ຕາມຂໍ້ຕົກລົງເລກທີ 54/ນຍ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມເປັນຄະນະສືບສວນນາໆຊາດໃນເຫດການເຂື່ອນແຕກໃນຄັ້ງນີ້ ໂດຍສະເພາະແມ່ນການລົງເກັບກໍາຂໍ້ມູນທາງດ້ານການສຳຫລວດ, ອອກແບບ, ການກໍ່ສ້າງ ແລະ ລົງໄປສຳຫລວດເບິ່ງສະຖານທີ່ເກີດເຫດ ໃນວັນທີ 19-20 ສິງຫາທີ່ຜ່ານມາ.
ໂອກາດດັ່ງກ່າວ, ທ່ານ Prof.Dr.Schliess Anton J ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະ ມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມເສຍໃຈຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ທັງຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເມືອງສະໜາມໄຊໃນໄລຍະທີ່ຜ່ານມາ. ຈາກນັ້ນ, ກໍໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບການລົງເຮັດວຽກຕົວຈິງຮ່ວມກັບຄະນະຮັບຜິດຊອບສືບສວນ-ສອບສວນ ແລະ ບໍລິສັດທີ່ກ່ຽວຂ້ອງໃນໂຄງການ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງມາໄດ້ໄລຍະໜຶ່ງເຫັນວ່າມີຄວາມຄືບໜ້າດີພໍສົມຄວນ ແລະ ໄດ້ຮັບການຮ່ວມມືຈາກທຸກພາກສ່ວນ. ສໍາລັບການກວດກາຂອງຄະນະສືບສວນນາໆຊາດໃນຄັ້ງນີ້ ຈະໄດ້ເກັບກໍາຂໍ້ມູນລະອຽດ ເປັນຕົ້ນຂໍ້ມູນ ແລະ ເຕັກນິກການສໍາຫລວດ, ການປະເມີນ, ການອອກແບບ, ເຊິ່ງທ່ານ Prof. Dr. Schliess Anton J ຍັງຈະໄດ້ເອົາຂໍ້ມູນທັງໝົດໄປຮ່ວມເຮັດວຽກກັບທີມງານອີກ 2 ທ່ານ ທີ່ບໍ່ໄດ້ມາຮ່ວມເກັບກຳຂໍ້ມູນໃນຄັ້ງນີ້. ຄາດວ່າໃນເດືອນຕຸລາ 2018 ນີ້ ຄະນະທັງສາມທ່ານ ພ້ອມດ້ວຍຄະນະວິສະວະກອນຂອງຕ່າງປະເທດອີກຈຳນວນໜຶ່ງ ຈະໄດ້ມາເບິ່ງພາກສະໜາມຕົວຈິງອີກຄັ້ງ ແລະ ພະຍາຍາມສະຫລຸບຫາສາເຫດທີ່ແທ້ຈິງ ເຊິ່ງຄາດວ່າຈະໄດ້ຄຳຕອບທີ່ຊັດເຈນໃນທ້າຍປີ 2018 ຫລື ຕົ້ນປີ 2019 ເປັນຢ່າງຊ້າ.
ທ່ານ Prof. Dr. Sc hliess Anton J ໄດ້ກ່າວວ່າ: ອຸປະຕິເຫດແມ່ນສາມາດເກີດໄດ້ກັບທຸກຢ່າງ ແລະ ເກີດໄດ້ຢູ່ທຸກປະເທດ ບໍ່ວ່າຈະເປັນປະເທດທີ່ຈະເລີນ ແລະ ມີເຕັກນິກວິຊາການສູງແລ້ວກໍຕາມ, ແຕ່ເມື່ອເກີດແລ້ວ ກໍຕ້ອງໄດ້ຊອກຫາສາເຫດໃຫ້ໄດ້ ເພື່ອເປັນບົດຮຽນ ແລະ ວາງມາດຕະການສະກັດກັ້ນບໍ່ໃຫ້ເກີດຂຶ້ນອີກ ເພາະການພັດທະນາໂຄງການເຂື່ອນໄຟຟ້າເປັນສິ່ງທີ່ດີຕໍ່ຄວາມຈະເລີນຮຸ່ງເຮືອງຂອງປະເທດ, ທັງເປັນແຫລ່ງພະລັງ ງານທີ່ສະອາດ ແລະ ສັງຄົມມະນຸດຍັງຕ້ອງການພະລັງງນ.
ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ Prof. Dr. Schliess Anton J ທີ່ໄດ້ໃຫ້ຂໍ້ມູນສໍາຄັນ ແລະ ເປັນປະໂຫຍດ ເພື່ອເຮັດໃຫ້ການສືບສວນ-ສອບສວນໃນຄັ້ງນີ້ມີປະສິດທິຜົນ, ໂປ່ງໃສ, ຍຸຕິທຳ ແລະ ທັນເວລາ. ພ້ອມດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະຊ່ຽວຊານຕ່າງປະເທດສືບຕໍ່ປະສານສົມທົບກັບຄະນະສືບສວນ-ສອບສວນຂອງຝ່າຍລາວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການສືບສວນ-ສອບສວນສາເຫດຄູກັນນ້ຳຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ ລວມທັງບັນດາເຂື່ອນທີ່ສ້າງແລ້ວ ແລະ ກຳລັງດຳເນີນການກໍ່ສ້າງຢູ່ ສປປ ລາວ ມີຜົນສຳເລັດຕາມແຜນການທີ່ວາງໄວ້.