ການສະໜອງສະຊີ້ນ ຢູ່ນະຄອນຫລວງວຽງຈັນ ໃນໜ້າຝົນຍັງພຽງພໍຕາມຄວາມຕ້ອງການຂອງສັງຄົມ
ໃນວັນທີ 22 ສິງຫານີ້ ທ່ານ ຄຳຫລ້າ ແສງດາວົງ ຜູ້ອຳນວຍການ ລັດວິສາຫະກິດ ສະບຽງອາຫານ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາກ່ຽວກັບການສະໜອງສະບຽງອາຫານໃນໄລຍະຝົນ ວ່າ: ເຖິງແມ່ນວ່າປັດຈຸບັນ ຈະມີສະພາບຝົນຕົກ ແລະ ເຮັດໃຫ້ເກີດນ້ຳຖ້ວມ ຢູ່ຫລາຍເຂດແຂວງ, ນັບທັງນະຄອນຫລວງວຽງຈັນ, ແຕ່ແນວໃດກໍຕາມ, ໃນການສະໜອງສະບຽງອາຫານໃນປັດຈຸບັນ ນີ້, ເຫັນວ່າມີພຽງພໍຕາມຄວາມຕ້ອງການຂອງສັງຄົມ, ໂດຍສະເພາະແມ່ນປະເພດ ຊີ້ນຫມູ, ງົວ ແລະ ຄວາຍ, ຊຶ່ງສະເລ່ຍມື້ໜຶ່ງສະເພາະຫມູແມ່ນ ມີຈຳນວນກ່ວາ 700 ໂຕ, ງົວ-ຄວາຍ 100 ກ່ວາໂຕ ແລະ ຮັບປະກັນວ່າ ການສະໜອງສະບຽງອາຫານ ແມ່ນພຽງພໍ ແລະ ບໍ່ໃຫ້ຂາດຕາມທ້ອງຕະຫລາດ.
ຜູ້ອຳນວຍການ ລັດວິສາຫະກິດ ດັ່ງກ່າວໃຫ້ຮູ້ວ່າ: ນອກຈາກການສະໜອງສະບຽງອາຫານໃຫ້ທ້ອງຕະຫລາດໄດ້ເປັນປົກກະຕິແລ້ວ, ຍັງໄດ້ເອົາໃຈໃສ່ໃນການຮັກສາຄວາມສະອາດ, ໂດຍສະເພາະການແມ່ນຂົນສົ່ງ ແລະ ໂຮງງານຂ້າສັດແຫ່ງຕ່າງໆ ແມ່ນເນັ້ນທາງດ້ານສຸຂະນາໄມເປັນສຳຄັນ, ພ້ອມນັ້ນ ຍັງເລັ່ງປັບປຸງບັນດາໂຮງຂ້າສັດຕ່າງໆໃຫ້ຍົກລະດັບມາດຕະຖານດີຂຶ້ນ ເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະນາໄມຂອງ ຜູ້ບໍລິໂພກ.