ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!

ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - 39501249 1647451748699071 8326935585344192512 n - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!
ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - kitchen vibe - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!

ນໍ້າຖ້ວມໃນຂອບເຂດທົ່ວປະເທດນັ້ນ ມັນໄດ້ສ້າງຄວາມທຸກໃຈໃຫ້ປະຊາຊົນ ຜູ້ທີ່ກາງຕໍ່ໃສ່ແຕ່ຜືນນາ, ສວນ ເປັນ ບ່ອນສະໜອງອາຫານ ແລະລາຍໄດ້ ແຕ່ເມື່ອນໍ້າມາທຳລາຍໄປໝົດແລ້ວ ປະຊາຊົນຈຳນວນຫຼາຍກໍຍັງຄິດບໍ່ອອກ ວ່າເຂົາເຈົ້າຈະເອົາຍັງມາຄໍ້າຊູຄອບຄົວ.

ຍ້ອນພາຍຸຫຼາຍລູກພັດຜ່ານປະເທດເຮົາໃນປີນີ້ ບໍ່ວ່າ ພາຍຸ ເຊີນຕິນ (Son Tinh), ພາຍຸ ເບີບິນກາ (Bebinca) ເຮັດໃຫ້ທຸກພາກເກີດມີໄພນໍ້າຖ້ວມ ຢ່າງໜັກ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ.

ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - Visit Laos Visit SALANA BOUTIQUE HOTEL - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!

ອີງຕາມຂໍ້ມູນເບື້ອງຕົ້ນຂອງ ກະຊວງກະສິກຳ ແລະປ່າໄມ້ (ຜ່ານໜັງສືພິມວຽງຈັນທາມ ສະບັບວັນທີ 15 ສິງຫາ 2018) ໃຫ້ຮູ້ວ່າ ທົ່ວປະເທດມີ 13 ແຂວງ ທີ່ໄດ້ຮັບຜົນກະທົບ ໃນນັ້ນມີ 95 ເມືອງ, 1,097 ບ້ານ ແລະ 71,580 ຄອບຄົວເຊິ່ງມີມູນຄ່າເສຍຫາຍທາງດ້ານກະສິກຳຫຼາຍເຖິງ 127 ຕື້ກີບ.

ໃນນັ້ນ ແຂວງຄຳມ່ວນຖືວ່າ ໄດ້ຜົນກະທົບໜັກກວ່າໝູ່, ອີງຕາມໜັງສືພິມ ປະເທດລາວ ລາຍງານໃນວັນທີ 17 ສິງຫາ 2018 ໃຫ້ຮູ້ວ່າ ມີ 420 ບ້ານທີ່ໄດ້ຮັບຜົນກະທົບ, ເນື້ອທີ່ນາຖືກນໍ້າຖ້ວມ 36.965 ເຮັກຕາ ເທົ່າກັບ 44% ຂອງເນື້ອທີ່ທັງໝົດ 84,000 ເຮັກຕາ ເຊິ່ງຖືວ່າໜັກໜ່ວງກວ່າປີຜ່ານມາ.

ເມື່ອທ້າຍອາທິດທີ່ຜ່ານມາ ຜູ້ຂຽນໄດ້ລົງເຮັດວຽກຮ່ວມກັບປະຊາຊົນ 4 ບ້ານຂອງ ສອງເມືອງ ຄື ເມືອງຄູນຄຳ ແລະເມືອງຫີນບູນ, ແຂວງຄຳມ່ວນ ກໍໄດ້ຖາມຂ່າວກ່ຽວກັບສະພາບນໍ້າຖ້ວມບ້ານຂອງພວກເພິ່ນ, ທ່ານ ແດງ ນາຍບ້ານ ວັງຫົວປາ, ເມືອງຫີນບູນເວົ້າວ່າ “ປີນີ້ນໍ້າຖ້ວມສອງຮອບແລ້ວ, ແຕ່ລະປີກໍຖ້ວມແຕ່ປີນີ້ ຖືວ່າຖ້ວມຫຼາຍ, ນໍ້ານານລົງ. ສຳລັບເນື້ອທີ່ນາຂອງບ້ານນັ້ນຖືວ່າເສຍຫາຍ 100% ເພາະນໍ້າທີ່ຖ້ວມນັ້ນຂຸ່ນ, ເຮັດໃຫ້ເຂົ້າຕາຍໄວ, ປະຊາຊົນຈະອຶດເຂົ້າ ແລະບໍ່ຮູ້ຈະໄປເອົາແນວເຂົ້າມາແຕ່ໃສເຮັດນາແຊງ”.

ນາຍບ້ານ ທ່ານດັ່ງກ່າວແມ່ນໄດ້ມາປະຊຸມຊ້າກວ່ານັດໝາຍ 3 ຊົ່ວໂມງ ເພາະບ້ານເພິ່ນຖືກນໍ້າຖ້ວມ ແລະຕ້ອງໄດ້ຂີ່ເຮືອມາ, ໜ້າເຫັນໃຈແທ້ໆ.

ສຳລັບທ່ານ ສຸບິນ, ນາຍບ້ານປາກທຶກ ເມືອງຫີນບູນ ກໍກ່າວເຊັ່ນກັນວ່າ “ເນື້ອທີ່ການປູກພືດ, ບ່ອນລ້ຽງສັດ ແມ່ນຖືກນໍ້າຖ້ວມ ໂດຍສະເພາະເນື້ອທີ່ນາຂອງປະຊາຊົນແມ່ນຖ້ວມ 100% ເຊັ່ນດຽວກັນກັບບ້ານ ວັງຫົວປາ”, ເພິ່ນຢຸດເວົ້າໜ້ອຍໜຶ່ງ ແລ້ວເວົ້າຕໍ່ວ່າ “ພໍ່ລະອຸກໃຈ ເຫັນນໍ້າຂຶ້ນມາຕິກໆ ເພາະຢ້ານນໍ້າຖ້ວມນາ ແຕ່ ເມື່ອນໍ້າລົງ ພັດຄິດອຸກອັ່ງໃນໃຈວ່າ ຈະເອົາຫຍັງໃຫ້ລູກໃຫ້ເມຍກິນ, ຫາແນວເຂົ້າມາແຕ່ໃສທົດແທນ”

ສັງເກດເຫັນວ່າ ປະຊາຊົນແມ່ນມີຄວາມກັງວົນຫຼາຍນໍາແນວພັນເຂົ້າ ແລະ ພືດຜັກອື່ນໆ ທີ່ມາປູກທົດແທນ ແຕ່ ຜູ້ຂຽນເຊື່ອໝັ້ນວ່າ ທາງອຳນາດການປົກຄອງ ຈະເອົາໃຈໃສ່ເລື່ອງນີ້ໃຫ້ດີ ເປັນພິເສດ ເພື່ອໃຫ້ປະຊາຊົນ ສະບາຍໃຈ, ດັ່ງທີ່ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ໂອ້ລົມ ອຳນາດການປົກຄອງແຂວງຄຳມ່ວນ ໃນລະຫວ່າງການຢ້ຽມຢາມ ຂອງເພິ່ນໃນວັນທີ 16 ສິງຫາ 2018 ຜ່ານມາ ບາງຕອນມີເນື້ອໃນວ່າ “ໃຫ້ກະກຽມແນວພັນເຂົ້າ, ແນວພັນພືດ ເພື່ອສະໜອງໃຫ້ແກ່ປະຊາຊົນ” (ໜັງສືພິມປະເທດລາວ, ວັນທີ 17 ສິງຫາ 2018). ຖ້າເຮັດແນວນັ້ນ ກໍອາດຈະຫຼຸດຜ່ອນຄວາມອຸກອັ່ງໃຈຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບລົງແດ່.

ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - 4 - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!
ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - 3 - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!
ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ! - 5 - ນໍ້າຂຶ້ນອຸກໃຈ ນໍ້າໄປອຸກອັ່ງ!