ປິດຊຸດອົບຮົມວຽກງານເຝົ້າລະວັງພະຍາດທີ່ແມງໄມ້ເປັນພາຫະນະນຳເຊື້ອໃຫ້ແພດໝໍກອງທັບ
ພິທີປິດຊຸດອົບຮົມວຽກ ງານການເຝົ້າລະວັງພະຍາດ ທີ່ມີແມງໄມ້ເປັນພາຫະນະ ນຳເຊື້ອ, ໃນຫົວຂໍ້ສຳຄັນຄື: ການເຝົ້າລະວັງພະຍາດ, ຄວາມປອດໄພທາງຊີວະ ພາບ, ບັນດາພະຍາດທີ່ຕິດ ຕໍ່ໄດ້ດ້ວຍແມງໄມ້ ແລະ ແມງ ໄມ້ວິທະຍາທາງການແພດ ໄດ້້ຈັດຂຶ້ນເມື່ອບໍ່ດົນນີ້, ໂດຍ ການເປັນປະທານຂອງ ທ່ານ ດຣ. ດາລຸນີ ພອນແກ້ວ ຮອງ ຜູ້ອຳນວຍການສະຖາບັນ ປັດສະເຕີລາວ, ທ່ານ ພັນໂທ ພຶດສະພາ ສົນທິລາດ ຫົວໜ້າ ພະແນກກັນພະຍາດກົມເສ ນາຮັກ, ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວ ໜ້າ ກົມຄວບຄຸມພະຍາດ ຕິດຕໍ່ກະຊວງສາທາລະ ນະສຸກ, ດຣ.ໂພສະເດັດ ເສນາມຸນຕີ ຫົວໜ້າສະ ຖາບັນກັນພະຍາດກອງ ທັບ, ພ້ອມດ້ວຍແພດໝໍ ຈາກໂຮງໝໍທະຫານ 109, ແຂວງ ຈຳປາສັກ, ໄຊຍະ ບູລີ, ແຂວງວຽງຈັນ ແລະ ນະຄອນຫລວງພະບາງ ເຂົ້າຮ່ວມ.
+ ຈົ່ງມີສະຕິສະກັດກັ້ນພະຍາດຫລັງນ້ຳຖ້ວມ
ເພື່ອແນໃສ່ວຽກງານ ການເຝົ້າລະວັງພະຍາດ ໃນບັນດາໂຮງໝໍທະຫານ ໃນທົ່ວປະເທດ. ທະຫານເປັນ ກຸ່ມຄົນທີ່ສ່ຽງຫລາຍ ຕໍ່ການ ຕິດເຊື້ອພະຍາດທີ່ຕິດຕໍ່ ດ້ວຍ ແມງໄມ້, ເພາະທະຫານ ສ່ວນຫລາຍ ມີການດຳລົງ ຊີວິດໃນປ່າເປັນເວລານານ. ການເຝົ້າລະວັງພະຍາດ ຈະສາມາດກວດເຫັນການ ລະບາດໄດ້ແຕ່ຫົວທີ, ສາ ມາດຕອບໂຕ້ ແລະ ຄວບຄຸມ ພະຍາດໄດ້ຢ່າງທັນການ.
ການຝຶກອົບຮົມຄັ້ງນີ້, ເປັນໜຶ່ງໃນຫລາຍກິດຈະ ກຳທີ່ນອນໃນໂຄງການ Arboshield (ການເຝົ້າ ລະວັງພະຍາດ, ຄວາມປອດ ໄພ ທາງຊີວະພາບ) ທີ່ໄດ້ ຮັບການສະໜັບສະໜູນ ຈາກສະຖາບັນປັດສະເຕີ ລາວ/DTRA, ຊຶ່ງດຳ ເນີນມາເປັນປີທີ 2 ໃນໄລຍະ ໂຄງການ 3 ປີ.