ເຢຍລະມັນຮັບປາກຈັດສັນ 340 ລ້ານເອີໂຣ ຊ່ວຍກະສິກອນຈາກບັນຫາໄພແລ້ງ
ລັດຖະມົນຕີກະສິກຳເຢຍລະມັນ ກ່າວວ່າ: ລັດຖະບານຈະມີໂຄງການຈັດສັນການຊ່ວຍເຫລືອພິເສດສຳລັບກະສິກອນມູນຄ່າ 340 ລ້ານເອີໂຣ, ພາຍຫລັງປະສົບໄພແຫ້ງແລ້ງຄັ້ງຮຸນແຮງ ເຮັດໃຫ້ພືດຜັກເສຍຫາຍ.
ທ່ານ ນາງ ຈູເລຍ ໂຄລເອີເນີ ລັດຖະມົນຕີກະສິກຳ ກ່າວໃນວັນທີ 23 ສິງຫາວ່າ: ນາງເຫັນພ້ອມກັບທ່ານ ໂອລາຟ ຊູລ ລັດຖະມົນຕີການເງິນ ເລື່ອງລັດຖະບານມີໂຄງການພິເສດຈັດສັນການຊ່ວຍເຫລືອປະມານ 150-170 ລ້ານເອີໂຣ. ຖະແຫລງການລະບຸວ່າ: ຂະແໜງກະສິກຳຈະໄດ້ຮັບເງິນຊ່ວຍເຫລືອຈາກລັດຖະບານ ແລະ ທ້ອງຖິ່ນ ຄິດເປັນມູນຄ່າປະມານ 340 ລ້ານເອີໂຣ. ກ່ອນໜ້ານີ້ ສະມາຄົມກະສິກອນເຢຍລະມັນ ໄດ້ຮຽກຮ້ອງຂໍເງິນຊ່ວຍເຫລືອພິເສດມູນຄ່າປະມານ 1.000 ລ້ານເອີໂຣ ເພື່ອກະສິກອນທີ່ປະສົບບັນຫາພືດຜັກເສຍຫາຍຈຳນວນຫລາຍໃນລະດູຮ້ອນນີ້.