ອາເມລິກາ-ຈີນ ຂຶ້ນພາສີຕອບໂຕ້ກັນຮອບໃໝ່
ລັດຖະບານອາເມລິກາ ແລະ ຈີນ ຕັ້ງກຳແພງພາສີກັນ ແລະ ກັນ 25% ສຳລັບສິນຄ້ານຳເຂົ້າອີກຝ່າຍລະ 16.000 ລ້ານໂດລາສະຫະລັດ ຂະຫຍາຍຂອບເຂດຂອງສົງຄາມການຄ້າລະຫວ່າງສອງປະເທດມະຫາອຳນາດທາງເສດຖະກິດຂອງໂລກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານກວດຄົນເຂົ້າເມືອງ ແລະ ພາສີອາກອນອາເມລິກາ (ICE) ອອກຖະແຫລງການເມື່ອເວລາ 00:01 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 23 ສິງຫານີ້ ເຊິ່ງກົງກັບເວລາ 12:01 ໂມງ ຕາມເວລາທ້ອງຖິ່ນຂອງວັນດຽວກັນໃນນະຄອນຫລວງປັກກິ່ງວ່າ: ກຳແພງພາສີໃນອັດຕາ 25% ສຳລັບມູນຄ່າການນຳເຂົ້າສິນຄ້າຂອງຈີນ 279 ລາຍການ ລວມທັງເຊມິຄອນດັກເຕີ, ຊິ້ນສ່ວນລົດຍົນ ແລະ ອຸປະກອນກໍ່ສ້າງ ຄິດເປັນມູນຄ່າລວມ 16.000 ລ້ານໂດລາສະຫະລັດ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວ.
ໃນເວລາດຽວກັນ, ກະຊວງການຄ້າຂອງຈີນອອກຖະແຫລງການວ່າ: ມາດຕະການຮຽກເກັບພາສີເພີ່ມຕື່ມຈາກສິນຄ້າຂອງອາເມລິກາ “ໃນລະດັບເທົ່າທຽມກັນ” ມີຜົນບັງຄັບໃຊ້ແລ້ວເຊັ່ນກັນ ຄວບຄຸມສິນຄ້າ 333 ລາຍການ ລວມທັງຊິ້ນສ່ວນລົດຍົນ, ເຊື້ອໄຟ, ທອງແດງ, ອຸປະກອນການແພດ ແລະ ຜະລິດຕະພັນຖ່ານຫີນ.
ທັງນີ້, ການຍົກລະດັບກຳແພງພາສີຂອງທັງສອງປະເທດໃນອັດຕາດັ່ງກ່າວ ຖືເປັນສ່ວນສຸດທ້າຍຂອງມາດຕະການກຳແພງພາສີ 25% ສຳລັບປະລິມານການນຳເຂົ້າສິນຄ້າ 50.000 ລ້ານໂດລາສະຫະລັດ ທີ່ອາເມລິກາ ແລະ ຈີນປະກາດຕອບໂຕ້ກັນໄປກ່ອນໜ້ານີ້ ໂດຍສິນຄ້າກຸ່ມທຳອິດຂອງທັງສອງປະເທດ 34.000 ລ້ານໂດລາສະຫະລັດ ຜະເຊີນກັບກຳແພງພາສີນັບແຕ່ວັນທີ 6 ກໍລະກົດຜ່ານມາ. ຂະນະທີ່ຜູ້ຊ່ຽວຊານຕີລາຄາວ່າ: ສົງຄາມການຄ້າລະຫວ່າງອາເມລິກາກັບຈີນຈະສົ່ງຜົນໃຫ້ເສດຖະກິດໂລກຂະຫຍາຍຕົວຊ້າປະມານ 0,5% ຕໍ່ມູນຄ່າສິນຄ້າທີ່ຕ້ອງຂຶ້ນພາສີທຸກ 100.000 ໂດລາສະຫະລັດ.