ຄຳມ່ວນ 6 ເດືອນມີຜູ້ເສຍຊີວິດຍ້ອນອຸປະຕິເຫດຕາມທ້ອງຖະໜົນ 30 ກວ່າຄົນ
ທ່ານ ພັນເອກ ແກ້ວດາ ວົງ ໄຊຍະແສງ ຫົວໜ້າກອງ ບັນຊາການ ປກສ ແຂວງຄຳ ມ່ວນ ໄດ້ຊີ້ແຈງຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຄຳມ່ວນ ຊຸດທີ I ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2018 ທົ່ວ ແຂວງຄຳມ່ວນມີອຸປະຕິເຫດເກີດຂຶ້ນທັງໝົດ 96 ລາຍ ໃນນີ້ມີພາຫະນະເປ່ເພທັງ ໝົດ 140 ຄັນ, ມີຄົນໄດ້ ຮັບບາດເຈັບ 135 ຄົນ ແລະ ເສຍຊີວິດຈຳນວນ 34 ຄົນ ສາເຫດທີ່ ອຸປະຕິເຫດ ເກີດ ຂຶ້ນຢ່າງຫຼວງຫຼາຍແມ່ນ ຍ້ອນການເພີ່ມຂຶ້ນຂອງພາ ຫະນະຢ່າງໄວວາເປັນຈຳ ນວນຫຼວງຫຼາຍ, ແຕ່ກົງກັນ ຂ້າມເສັ້ນທາງຊໍ້າພັດຂະ ຫຍາຍຕົວຊ້າ ແລະ ບໍ່ໄດ້ ມາດຕະຖານ, ເສັ້ນທາງ ເປັນຂຸມ, ການຕິດຕັ້ງສິ່ງ ເອື້ອອຳນວຍໃຫ້ແກ່ການ ສັນຈອນບໍ່ຄົບຖ້ວນເຊັ່ນ: ປ້າຍເຕືອນ, ປ້າຍສັນຍານ, ເສັ້ນຂີດໝາຍທາງ ແລະ ອື່ນໆ, ການເຜີຍແຜ່ໂຄສະນາ ກົດລະບຽບການສັນຈອນ ບໍ່ທັນຈິງຈັງ, ເລິກເຊິ່ງ, ທົ່ວເຖິງ ແລະ ບໍ່ເນື່ອງໜິດ ລຽນຕິດເຮັດໃຫ້ພົນລະ ເມືອງ ຜູ້ໃຊ້ລົດໃຊ້ຖະໜົນ ບາງຄົນຍັງບໍ່ຮູ້, ບໍ່ເຂົ້າໃຈ ແລະ ບໍ່ເອົາໃຈໃສ່ໃນການ ປະຕິບັດກົດລະບຽບການສັນຈອນ, ນັກຂັບຂີ່ສ່ວນ ຫຼາຍ ແມ່ນບໍ່ໄດ້ຜ່ານໂຮງ ຮຽນການຂັບຂີ່, ບໍ່ໄດ້ຮັບ ການຝຶກອົບຮົມທັກສະຫຼື ຄຸນສົມບັດຂອງນັກຂັບຂີ່, ການອອກໃບອະນຸຍາດ ການຂັບຂີ່ບໍ່ທັນຜ່ານແຕ່ ລະຂັ້ນຕອນຢ່າງເຂັ້ມງວດ, ເຈົ້າໜ້າທີ່ຈະລາຈອນຈຳນວນໜຶ່ງຍັງບໍ່ທັນໄດ້ເອົາ ໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະຢ່າງເດັດ ຂາດ, ບໍ່ເຂັ້ມງວດ ແລະ ຍັງຖືເບົາຕໍ່ຄວາມຮັບຜິດ ຊອບຕໍ່ກັບໜ້າທີ່ວິຊາສະ ເພາະຂອງຕົນ.
+ ຕົ້ນປີ 2018 ແຂວງໄຊຍະບູລີ ມີອຸປະຕິເຫດເກີດຂຶ້ນ 165 ລາຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 47 ຄົນ
+ ມື້ຫນຶ່ງມີຜູ້ເສຍຊີວິດຈາກອຸປະຕິເຫດບໍ່ຫລຸດ 3 ຄົນ