ອາເມລິກາຍົກເລີກໂຄງການຊ່ວຍເຫລືອ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ
ວັນທີ 24 ສິງຫານີ້, ເຈົ້າ ໜ້າທີ່ກະຊວງການຕ່າງປະເທດອາເມລິກາ ກ່າວວ່າ: ອີງຕາມ ຄຳສັ່ງຂອງທ່ານປະທານາທິບໍດີໂດນັລ ທຣຳ, ຍົກເລີກໂຄງ ການຊ່ວຍເຫຼືອທີ່ມີມູນຄ່າ 200 ລ້ານໂດລາ ຕໍ່ຝັ່ງຕາເວັນຕົກແມ່ ນ້ຳຈໍແດນ ແລະ ເຂດກາຊາໃຫ້ ປາເລັສຕິນ.
ມື້ດຽວກັນ, ກະຊວງການ ຕ່າງປະເທດອາເມລິກາໄດ້ອອກ ແຈ້ງການຕໍ່ສື່ມວນຊົນວ່າ: ກ່ອນ ໜ້ານີ້ ທ່ານ ທຣຳ ຮຽກຮ້ອງໃຫ້ ກະຊວງການຕ່າງປະເທດສຳ ຫຼວດກວດກາການຊ່ວຍເຫຼືອ ດ້ານເສດຖະກິດຕໍ່ລັດຖະບານ ປາເລັສຕິນ, ຝັ່ງຕາເວັນຕົກແມ່ ນ້ຳຈໍແດນ ແລະ ເຂດກາຊາ ເພື່ອ ຮັບປະກັນໃຫ້ງົບປະມານລາຍຈ່າຍທີ່ກ່ຽວຂ້ອງສອດຄ່ອງກັບຜົນປະໂຫຍດຂອງອາເມລິກາ. ນີ້ແມ່ນກະຊວງການຕ່າງປະເທດ ອາເມລິກາປະກາດຍົກເລີກການ ຊ່ວຍເຫຼືອຕໍ່ປະເທດ ແລະ ເຂດ ແຄວ້ນວຸ້ນວາຍຢູ່ຕາເວັນອອກກາງອີກເທື່ອໜຶ່ງໃນເດືອນນີ້ ແລ້ວ. ວັນທີ 17 ສິງຫານີ້, ທ່ານ ໄມໂກ ພົມເພວ ລັດຖະມົນຕີການ ຕ່າງປະເທດອາເມລິກາ ໄດ້ສັ່ງ ໃຫ້ຖອນເງິນທຶນປະມານ 230 ລ້ານໂດລາທີ່ “ປົກປັກຮັກສາສະ ຖຽນລະພາບຂອງຊີຣີ”.
ຂ່າວແຈ້ງວ່າ: ລັດຖະບານ ທຣຳ ພວມວາງແຜນການ “ສັນ ຍາສັດຕະວັດ”, ຊຸກຍູ້ໃຫ້ປາເລັສ ຕິນ ກັບ ອິດສະຣາແອນ ບັນລຸສັນ ຕິພາບໃນທີ່ສຸດ ແຕ່ຍັງທັນບໍ່ໄດ້ ເປີດເຜີຍສັນຍາ. ເຈົ້າໜ້າທີ່ປາ ເລັສຕິນ ເຄີຍກ່າວວ່າ: ຈະບໍ່ຮັບ ເອົາສັນຍາດັ່ງກ່າວ ເພາະວ່າສັນ ຍາດັ່ງກ່າວໄດ້ຈັດເອົາບັນຫາເຢຣູສະເລັມ, ບັນຫາຊາວອົບພະຍົບ ປາເລັສຕິນ ແລະ ບັນຫາຈຸດຕັ້ງ ຖິ່ນຖານຂອງຊາວຢີວຢູ່ນອກ ການເຈລະຈາ. ສື່ມວນຊົນອາ ເມລິກາ ວິເຄາະວ່າ: ລັດຖະບານ ທຣຳ ຍົກເລີກການຊ່ວຍເຫຼືອ ແມ່ນເພີ່ມຄວາມກົດດັນຕໍ່ປາເລັສ ຕິນ, ບັງຄັບໃຫ້ປາເລັສຕິນເຫັນ ດີເຈລະຈາກັບອິດສະຣາແອນ.