U20 ຍີ່ປຸ່ນ ສ້າງປະຫວັດສາດ ຄວ້າແຊ້ມບານໂລກຄັ້ງທໍາອິດ
August 26, 2018 - 2:13 PM
ໃນວັນທີ 24 ສິງຫາ 2018 ບານເຕະທີມຍິງ U20 ທີມຊາດຍີ່ປຸ່ນ ສາມາດເອົາຊະນະ ທີມຊາດແອັສປາຍ ໄດ້ 3-1 ການແຂ່ງຂັນເຕະບານຍິງ ຮຸ້ນອາຍຸບໍ່ເກີນ 20 ປີ ຊີງແຊ້ມໂລກ 2018 ທີ່ປະເທດຝຣັ່ງ. ສ້າງປະຫວັດສາດຄວ້າແຊ້ມໂລກຄັ້ງທຳອິດ.
ຂະນະທີ່ ແອັສປາຍ ກໍສ້າງປະຫວັດສາດຄວ້າອັນດັບ 2 ເປັນຄັ້ງທຳອິດ, ທີ 3 ເປັນຂອງອັງກິດ ເອົາຊະນະ ຝຣັ່ງເຈົ້າພາບດ້ວຍການດວນຈຸດໂທດ 4-2 ເວລາປົກກະຕິສະເໜີກັນ 1-1.
ສໍາລັບ Patricia Guijarro ກອງກາງແອັສປາຍ ໄດ້ຮັບລາງວັນນັກເຕະດີເດັ່ນ, Sandy MacIver ຜູ້ຮັກສາປະຕູອັງກິດ ໄດ້ຮັບລາງວັນຮັກສາປະຕູດີເດັ່ນ ແລະ ຍີ່ປຸ່ນໄດ້ລາງວັນທີມມາລະຍາດດີເດັ່ນ.