ລາວ-ຝຮັ່ງ ຫາລືການຮ່ວມມືດ້ານການຮຽນ-ການສອນພາສາຝຣັ່ງ
ທ້າຍອາທິດຜ່ານມາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາງ ໂກດິນ ເລີດູ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດຝຣັ່ງ ປະຈໍາລາວ ເນື່ອງໃນໂອກາດອໍາລາໜ້າທີ່ຕໍາແໜ່ງການເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຝຣັ່ງ ປະຈໍາລາວ, ເຊິ່ງໄດ້ປະຈໍາຄົບຕາມກໍານົດເວລາແລ້ວ. ພ້ອມທັງປຶກສາຫາລືກ່ຽວກັບການສືບຕໍ່ການຮ່ວມມືທາງດ້ານການພັດທະນາການສຶກສາ ກໍຄືການຮຽນ-ການສອນພາສາຝຣັ່ງ ຂອງແຕ່ລະສະຖາບັນການສຶກສາຂອງລາວ ໃຫ້ໄດ້ຮັບທັງດ້ານປະລິມານ ແລະ ຄຸນະພາບສູງຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ໂກດິນ ເລີດູ ໃຫ້ຮູ້ວ່າ: ການຮ່ວມມືໃນຕໍ່ໜ້າໂດຍຈະສືບຕໍ່ພັດທະນາວຽກງານການສິດສອນພາສາຝຣັ່ງ, ປັບປຸງຍົກລະດັບຄຸນະພາບການສອນ, ຊຶ່ງມີແຜນການຮ່ວມືໃນການຊ່ວຍຍົກລະດັບໃຫ້ຄູສອນພາສາຝຣັ່ງ, ຈັດສົ່ງຊ່ຽວຊານມາປະຈໍາຢູ່ສູນພາສາຝຣັ່ງ ແລະ ຈະສືບຕໍ່ຮ່ວມມືໃຫ້ທຶນການສຶກສາ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລ ປະເທດຝຣັ່ງ. ທັງນີ້, ເພື່ອເປັນການສະໜັບສະໜູນທຶນການສຶກສາ ແລະ ແນໃສ່ສ້າງແຮງຈູງໃຈໃຫ້ແກ່ນັກຮຽນ ທີ່ຈົບຊັ້ນມັດທະຍົມຕອນປາຍ (ມ7) ຜູ້ທີ່ມີພອນສະຫວັນຮຽນດີຮຽນເກັ່ງທາງດ້ານພາສາຝຣັ່ງ ໃຫ້ໄດ້ຮັບທຶນການສຶກສາໃນແຕ່ລະຂັ້ນ, ພັດທະນາດ້ານເຄື່ອງມືທີ່ນໍາເຂົ້າໃນການສອນ-ການຮຽນພາສາຝຣັ່ງ ເພື່ອເຮັດໃຫ້ຄູສອນພາສາດັ່ງກ່າວ ມີຄວາມຮູ້ຄວາມສາມາດ ແລະ ມີປະສົບການຫຼາຍຂຶ້ນກວ່າເກົ່າ.
ຂະນະດຽວກັນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານ ໂກດິນ ເລີດູ ທີ່ມີຄວາມພະຍາຍາມໃນການຮ່ວມມືຫຼາຍກິດຈະກໍາ ແລະ ໃຫ້ການສະໜັບສະໜູນແກ່ລາວໃນໄລຍະຜ່ານມາ, ໂດຍສະເພາະການຮ່ວມມືທາງການຮຽນ-ການສອນພາສາຝຣັ່ງ ແລະ ຍັງຈະມີແຜນໃນການສືບຕໍ່ຮ່ວມມືພັດທະນາການສຶກສາ ເປັນຕົ້ນແມ່ນພັດທະນາວຽກງານການສິດສອນພາສາຝຣັ່ງ ແລະ ຈະພາຍາຍາມໃຫ້ການຮ່ວມມືຂອງ 2 ປະເທດ ກໍຄື: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ສາທາລະນະລັດຝຣັ່ງ ມີຄວາມຍາວນານຕະຫຼອດໄປ.