ລາວ ແລະ ອົງການອະນາໄມໂລກ ຮ່ວມມືວຽກງານຕອບໂຕ້ໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປື
ເມື່ອທ້າຍອາທິດຜ່ານມາ, ຢູ່ແຂວງອັດຕະປື ໄດ້ຈັດກອງປະຊຸມຄູ່ຮ່ວມງານດ້ານສາທາລະນະສຸກໃນການຕອບໂຕ້ໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ໂດຍການເປັນປະທານຂອງທ່ານ ດຣ. ນາງ ອ່ອນຜິວ ໂພທິລາດ ຫົວໜ້າ ພະແນກສາທາລະນະສຸກແຂວງອັດຕະປື, ມີຜູ້ຕາງໜ້າໜ່ວຍງານຕອບໂຕ້ເຫດສຸກເສີນດ້ານສາທາລະນະສຸກອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ພາຍຫລັງເກີດໄພນ້ຳຖ້ວມຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ເຊິ່ງທາງການໄດ້ເລັ່ງຍົກຍ້າຍຜູ້ປະສົບໄພໄປຢູ່ສູນພັກຊົ່ວຄາວແຫ່ງຕ່າງໆ, ໃນນັ້ນ ວຽກງານສາທາລະນະສຸກເປັນວຽກທີ່ຈຳເປັນໃນການເຝົ້າລະວັງ, ຄວບຄຸມ ແລະ ການໂຕ້ຕອບພະຍາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ສະນັ້ນ ຂະແໜງສາທາລະນະສຸກແຂວງ ໄດ້ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ ປະຊາຊົນເປັນຢ່າງດີ ໂດຍສະເພາະຜູ້ປະສົບໄພພິບັດ ໂດຍໄດ້ມີໜ່ວຍງານແພດ-ໝໍລົງຊ່ວຍເຫລືອວຽກງານສຸຂະສຶກສາ, ວຽກງານອະນາໄມສາມສະອາດຢູ່ຕາມຈຸດພັກຊົ່ວຄາວຕ່າງໆ. ນອກນີ້ ຍັງໄດ້ປະຕິບັດການສັກຢາປ້ອງກັນໄຂ້ຍຸງ, ໄຂ້ຫວັດສັດປີກຕາມລະດູການ. ມາຮອດປັດຈຸບັນ ໂຕເລກຜູ້ເປັນໄຂ້ຫວັດຂ້ອນຂ້າງສູງ ເຊິ່ງເຈົ້າໜ້າທີ່ແພດໝໍ ກໍໄດ້ເລັ່ງສັກຢາກັນພະຍາດຕາມລະດູການໃຫ້ບັນດາເປົ້າໝາຍແມ່ຍິງ ແລະ ເດັກນ້ອຍ, ສະໜອງນ້ຳ ແລະ ວິດຖ່າຍ ດ້ວຍການຈັດສັນສະຖານທີ່ໃນແຕ່ລະຈຸດ ເພື່ອຫລີກລ້ຽງສິ່ງເປິະເປື້ອນຢູ່ຕາມຈຸດພັກເຊົາຊົ່ວຄາວຂອງຜູ້ປະສົບໄພ. ນອກນີ້ ຍັງໄດ້ສ້າງອາສາສະໝັກຢູ່ແຕ່ລະຈຸດພັກເຊົາ ເພື່ອທ້ອນໂຮມຂີ້ເຫຍື້ອຕ່າງໆບໍ່ໃຫ້ຖິ້ມຊະຊາຍ. ໄປຄຽງຄູ່ການກວດກາອາຫານການກິນໃຫ້ມີຄວາມສະອາດ ແລະ ເປັນປະໂຫຍດຕໍ່ສຸຂະພາບ ແລະ ຖ້າເຫັນວ່າຜູ້ໃດມີອາການເຈັບໜັກຮ້າຍແຮງ ຕ້ອງໄດ້ຮີບຮ້ອນນຳສົ່ງໄປບ່ອນທີ່ມີເງື່ອນໄຂ, ແຕ່ໃນໄລຍະຜ່ານມາເຫັນວ່າຜູ້ປ່ວຍສ່ວນໃຫຍ່ແມ່ນໄຂ້ຫວັດ, ຖອກທ້ອງກະທັນຫັນ, ໄຂ້ແມງແດງ, ເປັນຕຸ່ມຕ່າງໆ. ສ່ວນກໍລະນີຜູ້ປ່ວຍມີອາການຊຶມເສົ້າແມ່ນໄດ້ສົມທົບກັບທາງກະຊວງ ເພື່ອແນະນຳໃຫ້ເອື້ອຍນ້ອງແພດ-ໝໍເອົາໃຈໃສ່ບໍລິການຢ່າງໃກ້ຊິດ ບໍ່ວ່າທາງດ້ານສຸຂະພາບ ແລະ ຈິດໃຈ.
ຫົວໜ້າໜ່ວຍງານຕອບໂຕ້ເຫດການສຸກເສີນດ້ານສາທາລະນະສຸກອົງການອະນາໄມໂລກ ໃຫ້ຮູ້ວ່າ: ວຽກງານເຝົ້າລະວັງພະຍາດເປັນວຽກງານໜຶ່ງທີ່ອົງການອະນາໄມໂລກເລັ່ງຈັດຕັ້ງປະຕິບັດ, ພາຍຫລັງເກີດນ້ຳຖ້ວມຢູ່ແຂວງອັດຕະປື ເນື່ອງຈາກມີຜູ້ປະສົບໄພເປັນຈຳນວນຫລາຍ ແລະ ມີຄວາມສ່ຽງເກີດພະຍາດລະບາດ. ສະນັ້ນ ຈຶ່ງຈຳເປັນຕ້ອງໄດ້ຮ່ວມກັນສະກັດກັ້ນ ແລະ ປ້ອງກັນ ໂດຍການສະໜັບສະໜູນເຄື່ອງອຸປະກອນການຢາ ແລະ ແພດໝໍຈຳນວນໜຶ່ງມາຊ່ວຍເຫລືອຢ່າງທັນການ.