ສ້າງຄວາມເຂົ້າໃຈໃນການນຳໃຊ້ເສັ້ນໃຍຈາກຕົ້ນກ້ວຍເພື່ອຜະລິດເປັນສິນຄ້າ
ໂຄງການຄົ້ນຄວ້ານຳໃຊ້ເສັ້ນໄຍຈາກຕົ້ນກ້ວຍເພື່ອຜະລິດວັດສະດຸຫຸ້ມຫໍ່ເປັນສິນຄ້າ ເປັນໂຄງການໜຶ່ງທີ່ໄດ້ຮັບອະນຸມັດໃນໂຄງການຄົ້ນຄວ້າວິທະຍາ ສາດໃນສົກປີ 2012-2013 ມີຈຸດປະສົງໃນການສຶກສາຄຸນລັກສະນະຂອງໄຍກ້ວຍ, ອອກແບບເຄື່ອງຈັກສະກັດໄຍອອກຈາກເປືອກຕົ້ນກ້ວຍ, ເຕັກນິກການສະກັດໄຍອອກຈາກເປືອກຕົ້ນກ້ວຍ ແລະ ສຶກສາຄົ້ນຄວ້າໄຍກ້ວຍ ເພື່ອຜະລິດວັດສະດຸ, ເຄື່ອງໃຊ້ສອຍຕ່າງໆເຊັ່ນ: ວັດສະດຸຫຸ້ມຫໍ່, ຖົງ, ເຄື່ອງປະດັບ, ເຄື່ອງທີ່ລະນຶກ ແລະ ອື່ນໆ ໂດຍໃນທ້າຍອາທິດຜ່ານມາ, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຊຸດຝຶກອົບຮົມ ແລະ ສາທິດການນຳໃຊ້ເສັ້ນໄຍຕົ້ນກ້ວຍເພື່ອຜະລິດວັດສະດຸຫຸ້ມຫໍ່ສິນຄ້າ ເພື່ອສ້າງມູນຄ່າເພີ່ມຂອງຕົ້ນກ້ວຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນຕ່າງໆ ດ້ວຍການນຳໃຊ້ພູມປັນຍາທ້ອງຖິ່ນ, ທັກສະທາງດ້ານສິລະປະ ແລະ ຫັດຖະກຳ ສາມາດນຳໃຊ້ວັດຖຸດິບທີ່ຫາໄດ້ງ່າຍມາເຮັດເປັນຜະລິດຕະພັນເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງເປັນການສົ່ງເສີມຫົວຄິດປະດິດສ້າງຂອງພະນັກງານ ແລະ ປະຊາຊົນລາວເຄີຍມີມູນເຊື້ອ ສີມືໃນການນຳໃຊ້ເສັ້ນໄຍຈາກທຳມະຊາດມາຜະລິດເປັນເຄື່ອງໃຊ້ສອຍ, ເຄື່ອງປະດັບຕ່າງໆ ຈົນໄດ້ຮັບຄວາມສົນໃຈຈາກພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າຜະລິດຕະພັນທີ່ຜະລິດຈາກເສັ້ນໄຍທໍາມະຊາດບໍ່ທຳລາຍສິ່ງແວດລ້ອມ ແລະ ສຸຂະພາບຂອງຜູ້ຊົມໃຊ້ອີກດ້ວຍ.