ການຟື້ນຟູຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງສະໜາມໄຊ ມີຄວາມຄືບໜ້າຫລາຍດ້ານ
ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂ ໄພພິບັດ ຢູ່ ເມືອງ ສະໜາມໄຊ ໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການຄົ້ນຫາ ຜູ້ສູນຫາຍ ແລະ ການຟື້ນຟູຜູ້ປະສົບໄພ ວ່າ: ມາຮອດປັດຈຸບັນ ແມ່ນພົບ ຜູ້ເສຍຊີວິດຈາກໄພນ້ຳຖ້ວມ ທັງໝົດ 39 ຄົນ, ໃນນັ້ນ ເກັບກູ້ພາກສະໜາມ 34 ສົບ ແລະ ເສຍຊີວິດຢູ່ໂຮງໝໍ 5 ສົບ, ຍ້ອນກະທົບໜັກ, ໃນນັ້ນ ເປັນເດັກນ້ອຍຕ່ຳກ່ວາ 10 ປີລົງມາ ຈໍານວນ 14 ສົບ, ສະເພາະ ການເບິ່ງແຍງຜູ້ໄດ້ຮັບຜົນກະທົບ ແມ່ນມີການຢາຍເຕັ້ນນອນສຳລັບຄອບຄົວຜູ້ປະສົບໄພ 600 ກ່ວາຫລັງ, ໄດ້ສຳເລັດການຈ່າຍເງີນແຮຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນໃຫ້ຄອບຄົວຜູ້ປະສົບໄພ 5 ແສນກີບຕໍ່ຄອບຄົວຄົບຕາມເປົ້າໝາຍ ແລະ ສຳເລັດການອອກບັດ ໃຫ້ຜູ້ປະສົບໄພ ໃນ 6 ບ້ານ, ມີ 6 ຈຸດ ຊຶ່ງມີຈຳນວນ 4 ພັນກ່ວາຄົນ, ສຳລັບການກໍ່ສ້າງເຮືອນພັກຊົ່ວຄາວ ຈຳນວນ 14 ຫລັງ ຢູ່ບ້ານ ຫາດຍາວແມ່ນຄືບໜ້າກ່ວາ 75% ແລະ ຄາດວ່າຕົ້ນເດືອນກັນຍາ ນີ້, ຈະຍົກຍ້າຍປະຊາຊົນເຂົ້າຢູ່ອາໃສ, ສ່ວນການບຸກເບີກເນື້ອທີ່ຈະກໍ່ສ້າງທີ່ພັກຊົ່ວຄາວຄື: ບ້ານ ຕະມໍຢອດ, ດົງບາກ, ດອນຍົກ ກໍມີຄວາມຄືບໜ້າຫລາຍເຊັ່ນດຽວກັນ.
ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂ ໄພພິບັດ ຢູ່ ເມືອງ ສະໜາມໄຊ ໃຫ້ຮູ້ວ່າ: ສຳລັບແຜນການຟື້ນຟູໃນຕໍ່ໜ້າຈະສືບຕໍ່ຕິດຕາມເບິ່ງແຍງເດັກນ້ອຍທີ່ຖືກປະລະ, ເດັກກຳພ້າ, ແມ່ຍິງຖືພາ ແລະ ອື່ນໆ, ເຮັດການປະເມີນຜົນກະທົບຢ່າງເລັ່ງດ່ວນ ກ່ຽວກັບ ປະຊາກອນທີ່ຖືກເຄື່ອນຍ້າຍ ແລະ ຄວາມຕ້ອງການໃຫ້ການຊ່ວຍເຫລືອ, ສ້າງແຜນຫລຸດຜ່ອນຄວາມແອອັດ ແລະ ສະໜອງພຶ້ນທີ່ແຕ່ງກິນ, ຂຸດຮ່ອງລະບາຍນ້ຳເພື່ອຫລຸດຜ່ອນຄວາມຊຸ່ມທີ່ສ່ຽງຕໍ່ການເກີດພະຍາດ, ສົ່ງເສີມວຽກງານສຸຂະອານາໄມ, ວາງແຜນສົ່ງເສີມສຸຂະພາບສຳລັບຜູ້ເຈັບປ່ວຍ, ລົງທະບຽນແຈກຢາຍ ແລະ ເຄື່ອງໃຊ້ຕ່າງໆ, ຮັບປະກັນວ່າເດັກນ້ອຍ, ຜູ້ເຖົ້າ ແລະ ກຸ່ມຄົນທີ່ມີຄວາມສ່ຽງໄດ້ຮັບສິ່ງຂອງແຈກຢາຍກ່ອນຄົນອື່ນ ແລະ ໃຫ້ອາຫານເສີມ ແລະ ບຳລຸງ ສຳລັບເດັກນ້ອຍ, ແມ່ຍິງຖືພາ ແລະ ແມ່ລູກອ່ອນ.