10 ສັນຍານເຕືອນອາການມະເຮັງປາກມົດລູກ
ຄວາມຈິງແລ້ວ ຄວາມເຈັບປ່ວຍອັນຕະລາຍຮ້າຍແຮງຂອງແມ່ຍິງໂດຍສະເພາະກໍມີບໍ່ເທົ່າໃດພະຍາດ ໜຶ່ງໃນນັ້ນກໍແມ່ນມະເຮັງປາກມົດລູກທີ່ຫລາຍໆຄົນອາດສົງໄສວ່າໂຕເອງກໍາລັງສ່ຽງ ຫລື ກຳລັງຈະເປັນມະເຮັງປາກມົດລູກຫລືບໍ່, ເວລາເຈັບທ້ອງປະຈຳເດືອນແຮງໆ ຖືວ່າເປັນສັນຍານເຕືອນພະຍາດນີ້ຫລືບໍ່ ? ເຊິ່ງມື້ນີ້ພວກເຮົາມີຄຳຕອບມາໃຫ້ຮຽບຮ້ອຍແລ້ວ ດັ່ງນີ້ :
– ອາການມະເຮັງປາກມົດລູກ :
- ມີເລືອດອອກຈາກຊ່ອງຄອດຢ່າງບໍ່ຮູ້ສາເຫດ ເຊັ່ນ : ຂະນະ ຫລື ຫລັງມີເພດສຳພັນ, ຫລັງກວດພາຍໃນ.
- ຍັງຄົງມີເລືອດອອກຈາກຊ່ອງຄອດຫລັງໝົດປະຈຳເດືອນແລ້ວ ຫລື ປະຈຳເດືອນອອກມາໜ້ອຍຜິດປົກກະຕິ.
- ມີລົງຂາວຢ່າງເຫັນໄດ້ຈະແຈ້ງ ແລະ ອາດມີເລືອດປົນ.
- ມີອາການເຈັບຂະນະມີເພດສຳພັນ.
- ມີນຳ້ເມືອກອອກຈາກຊ່ອງຄອດຫລາຍຜິດປົກກະຕິ ຫລື ອາດປົນເລືອດ.
- ຍ່ຽວຫລາຍເທື່ອ ຫລື ອາດປວດບວມ ຍ່ຽວບໍ່ອອກ.
- ອ່ອນເພຍ, ບໍ່ມີແຮງ.
- ເບື່ອອາຫານ, ຈ່ອຍ, ນຳ້ໜັກລົງຢ່າງບໍ່ຮູ້ສາເຫດ.
- ເຈັບທ້ອງນ້ອຍ.
- ຫາກອາການຮຸນແຮງຂຶ້ນອາດຈະມີອາການອື່ນໆຮ່ວມນຳ ເຊັ່ນ : ຂາບວມ, ປວດຫລັງ, ຍ່ຽວມີເລືອດ ເປັນຕົ້ນ.
ຈະເຫັນວ່າອາການທີ່ເຫັນໄດ້ຈະແຈ້ງຄືມີເລືອດອອກຈາກຊ່ອງຄອດໃນຂະນະ ຫລື ຫລັງມີເພດສຳພັນ ລວມໄປເຖິງອາການລົງຂາວທ່ີອາດມີເລືອດປົນນຳ ຫາກພົບອາການດັ່ງກ່າວບວກກັບອາການໃນຂໍ້ອື່ນໆນຳ ຂໍໃຫ້ໄປໂຮງໝໍໂດຍໄວ ເພາະຫາກເປັນມະເຮັງປາກມົດລູກກໍໍຍັງມີວິທີປ້ອງກັນ.
ຈາກຂໍ້ມູນໜຶ່ງທີ່ມີຄວາມໜ້າສົນໃຈ ໂດຍເປັນຂໍ້ມູນທີ່ມາຈາກການສຳຫລວດສະຖິຕິທົ່ວໂລກພົບວ່າ : ມະເຮັງປາກມົດລູກນັ້ນເປັນພະຍາດມະເຮັງອັນດັບ 2 ທີ່ຈະພົບໄດ້ໃນແມ່ຍິງ ຮອງລົງມາຈາກມະເຮັງເຕົ້ານົມ. ມະເຮັງປາກມົດລູກເປັນພະຍາດທີ່ມັກເກີດຂຶ້ນໃນແມ່ຍິງອາຍຸ 30 – 70 ປີ ພົບຫລາຍໃນຊ່ວງອາຍຸ 45 – 55 ປີ ແຕ່ກໍບໍ່ໄດ້ມີການກວດພົບໃນແມ່ຍິງທີ່ອາຍຸຕໍ່າກ່ວາ 30 ປິລົງໄປ ແລະ ຜູ້ເຖົ້າທີ່ມີອາຍຸຫລາຍກ່ວາ 70 ປີ ຂຶ້ນໄປ.
ສ່ວນຄວາມສ່ຽງຂອງມະເຮັງປາກມົດລູກແມ່ນເກີດຈາກ :
– ເລີ່ມມີເພດສຳພັນເປັນເທື່ອທຳອິດໃນໄວບ່າວສາວ.
– ມີຄູ່ນອນຫລາຍຄົນ.
– ສູບຢາ.
– ແມ່ໃຊ້ຢາໄດເອດທິນສະຕິນເບສຕຣອນໃນລະຫ່ວາງທີ່ກຳລັງຖືພາ.
– ມີພູມຕ້ານທານທີ່ບົກພ່ອງ.
ສ່ວນວິທີປ້ອງກັນມະເຮັງປາກມົດລູກມີຄື :
- ກວດສຸຂະພາບ ຫາມະເຮັງປາກມົດລູກປີລະເທື່ອ ໂດຍສະເພາະເມື່ອອາຍຸ 30 ປີຂຶ້ນໄປ.
- ແມ່ຍິງທີ່ໃຊ້ວິທີຄຸມກຳເນີດດ້ວຍຮໍໂມນ ເຊັ່ນ : ຢາເມັດຄຸມກຳເນີດ ຄວນກວດຫາມະເຮັງປາກມົດລູກທຸກ 6 ເດືອນ.
- ຫລຸດການດື່ມອານກໍຮໍໍ ແລະ ສູບຢາ.
- ດູແລຮັກສາສຸຂະພາບໃຫ້ແຂງແຮງ, ໝັ່ນສັງເກດອາການຜິດປົກກະຕິຂອງຮ່າງກາຍຢູ່ສະເໝີ.
- ຂ່າວດີຄືມີວັກແຊັງປ້ອງກັນມະເຮັງປາກມົດລູກ ສາມາດຕິດຕໍ່ໂຮງໝໍເພື່ອຂໍສັກສັກວັກແຊັງນີ້ໄດ້.