ກອງບັນຊາການ ປກສ ເມືອງເຟືອງ ໄຂກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ


ເມື່ອບໍ່ດົນມານີ້, ຢູ່ທີ່ ສະໂມສອນກອງບັນຊາການ ປກສ ເມືອງເຟືອງ ແຂວງ ວຽງຈັນ, ໄດ້ໄຂກອງປະຊຸມ ສະຫຼຸບວຽກງານປ້ອງກັນ ຄວາມສະຫງົບ 6 ເດືອນຕົ້ນ ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018, ໂດຍ ການເປັນ ປະທານຂອງທ່ານ ພັທ ອໍາພອນ ຄໍາມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງ ເຟືອງ ພ້ອມຄະນະ, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ພັອ ປອ ທອງເຄນ ບຸນ ໝັ້ນຫົວໜ້າກອງບັນຊາ ການ ປກສ ແຂວງ, ມີບັນດາ ແຂກທີ່ຖືກເຊີນພ້ອມດ້ວຍ ພະນັກງານ-ນັກຮົບພາຍ ໃນກອງບັນຊາການ ປກສ ເມືອງ ເຟືອງເຂົ້າຮ່ວມຢ່າງ ພ້ອມພຽງ.


+ ກອງບັນຊາການ ປກສ ເມືອງຫີນເຫີບໄຂກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ
+ ປກສ ແຂວງໄຊຍະບູລີ ເຝິກອົບຮົມວຽກງານກວດກາ-ປ້ອງກັນກຳລັງ
ທ່ານ ພັທ ບຸນໂຮມ ໄຊ ຍະແສງ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງ ກ່າວວ່າ: 6 ເດືອນຕົ້ນປີ ຜ່ານ ມາຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະ ນັກງານ-ນັກຮົບຢູ່ຮາກຖານ, ກຸ່ມບ້ານ ເພື່ອເຮັດໜ້າທີ່ ເຄື່ອນໄຫວກຳສະພາບການ ໂດຍສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໝາຍ; 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ກະ ຊວງປ້ອງກັນຄວາມສະ ຫງົບວາງອອກໃຫ້ປະກົດ ຜົນເປັນຈິງ, ເພື່ອເຮັດໃຫ້ ພື້ນທີ່ເມືອງ ເຟືອງ ມີຄວາມ ສະຫງົບປອດໄພໂດຍພື້ນ ຖານກຳເເໜ້ນແນວທາງ, ແຜນນະໂຍບາຍກໍຄືຄຳສັ່ງ ຕ່າງໆ ຂອງພັກວາງອອກ ໃຫ້ປະກົດຜົນເປັນຈິງເຊິ່ງ ໃນ 6 ເດືອນຕົ້ນປີຜ່ານມາ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ດ້ານຕ່າງໆຢ່າງຕັ້ງໜ້າ.


ພ້ອມດຽວກັນນັ້ນໄດ້ ວາງທິດທາງ 6 ເດືອນທ້າຍ ປີ 2018 ໂດຍສຸມໃສ່ຈັດ ຕັ້ງປະຕິບັດ 4 ຄາດໝາຍ; 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ກະຊວງ ປ້ອງກັນ ຄວາມສະຫງົບວາງອອກ ໃຫ້ສໍາເລັດຜົນຕາມຄາດ ໝາຍທີ່ວາງໄວ້, ໃນກອງ ປະຊຸມຍັງໄດ້ພັດປ່ຽນກັນ ຂຶ້ນປະກອບຄຳຄິດຄຳເຫັນ ໃສ່ບົດສະຫຼຸບຢ່າງກົງໄປ ກົງມາແບບວິທະຍາສາດ ເພື່ອໃຫ້ມີເນື້ອໃນສົມບູນຄົບ ຖ້ວນຂຶ້ນຕື່ມ.
ຕອນທ້າຍພິທີທ່ານ ພັອ ປອ ທອງເຄນ ບຸນໝັ້ນ ຫົວ ໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ໃຫ້ກຽດຂຶ້ນ ໂອ້ລົມພະນັກງານ-ນັກຮົບ ຢ່າງມີເນື້ອໃນຄວາມໝາຍ ເລິກເຊິ່ງທັງເປັນບົດຮຽນ ທີ່ດີເພື່ອນຳໄປສຶກສາຄົ້ນ ຄວ້າ ແລະ ຈັດຕັ້ງປະຕິບັດ ເຂົ້າໃນໜ້າທີ່ວຽກງານຕົວ ຈິງໃຫ້ເກີດດອກອອກຜົນ./.

